ທົ່ວໂລກໃຊ້ຈ່າຍດ້ານປ້ອງກັນປະເທດຫຼາຍທີ່ສຸດໃນຮອບທົດສະວັດ

65

ງົບປະມານດ້ານປ້ອງກັນປະເທດຂອງທົ່ວໂລກເພີ່ມຂຶ້ນລວມກັນ4%ຖືເປັນສະຖິຕິຫຼາຍທີ່ສຸດໃນຮອບ10ປີໂດຍສະເພາະການໃຊ້ຈ່າຍຂອງອາເມຣິກາ ແລະ ຈີນ.

ບົດລາຍງານປະຈໍາປີຄວາມສົມດຸນທາງທະຫານເຮັດໂດຍສະຖາບັນການສຶກສາດ້ານຍຸດທະສາດສາກົນເຊິ່ງມີສໍານັກງານໃຫຍ່ຢູ່ທີ່ນະຄອນຫຼວງ ລອນດອນ ປະເທດ ອັງກິດໃຫ້ຮູ້ວ່າ:ປີກ່ອນທົ່ວໂລກໃຊ້ຈ່າຍດ້ານປ້ອງກັນປະເທດເພີ່ມຂຶ້ນອີກ4%ຈາກສະຖິຕິປີ2018 ແລະ ຍັງສູງທີ່ສຸດໃນຮອບ1ທົດສະວັດນໍາອີກ.

ໂດຍສະເພາະສະຖິຕິຂອງອາເມຣິກາເພີ່ມຂຶ້ນອີກ53.000ລ້ານໂດລາທຽບເທົ່າກັບປະງົບປະມານດ້ານການປ້ອງກັນປະເທດຂອງສະຫະລາດຊະອານາຈັກເມື່ອປີກ່ອນ684.600ລ້ານໂດລາເພີ່ມຂຶ້ນ6,6%ຈາກປີ2018.

ຂະນະທີ່ສະຖິຕິການໃຊ້ຈ່າຍດ້ານການປ້ອງກັນປະເທດຂອງຈີນເພີ່ມຂຶ້ນໃນອັດຕາ6,6%ເຊັ່ນກັນ,ແຕ່ຍັງຫ່າງໄກງົບປະມານຂອງອາເມຣິກາໂດຍເພີ່ມຂຶ້ນຢູ່ທີ່181.000ລ້ານໂດລາ.