ບຸນຊ້າງໄຊຍະບູລີມີປະຫວັດໜ້າສົນໃຈ ເຫດໃດຈິ່ງຈັດໃຫ້ເປັນທາງບຸນໃຫຍ່

373

ມະຫາກໍາບຸນຊ້າງ ເປັນປາງປຸນໃຫຍ່ຂອງແຂວງ ໄຊຍະບູລີ ທີ່ຈັດຂຶ້ນທຸກໆປີໃນທ້າຍເດືອນກຸມພາ ແລະ ປີ 2020 ນີ້ ເລີ່ມຈັດແຕ່ວັນທີ 18 ກຸມພາ ຈົນຮອດທ້າຍເດືອນ ກ່ອນທີ່ຈະໄປທ່ຽວບຸນເຮົາມາຮູ້ປະຫວັດຄວາມເປັນມາຂອງ ມະຫາກໍາບຸນຊ້າງກ່ອນ.

ແຂວງໄຊຍະບູລີຕັ້ງຢູ່ພາກເໜືອຂອງປະເທດລາວ ຕັ້ງຢູ່ຝັ່ງຂວາຂອງແມ່ນໍ້າຂອງ ທິດເໜືອຕິດກັບແຂວງບໍ່ແກ້ວ ແລະ ແຂວງອຸດົມໄຊ, ທິດຕາເວັນອອກ ຕິດກັບແຂວງຫຼວງພະບາງ ແລະ ແຂວງວຽງຈັນ, ມີຊາຍແດນຕິດກັບ 6 ຈັງຫວັດຂອງປະເທດໄທຄື ຈັງຫວັດຊຽງລາຍ, ພະເຍົາ, ນ່ານ, ອຸດຕະລາດິດ, ພິດສະນຸໂລກ ແລະ ຈັງຫວັດເລີຍ.

ແຂວງໄຊຍະບູລີປະກອບມີ 11 ເມືອງຄື: ເມືອງໄຊຍະບູລີ, ເມືອງ ພຽງ, ປາກລາຍ, ທົ່ງມີໄຊ, ແກ່ນທາວ, ບໍ່ແຕນ, ຊຽງຮ່ອນ, ຫົງສາ, ເມືອງເງິນ, ໄຊສະຖານ ແລະ ເມືອງ ຄອບ; ມີ 8 ຊົນເຜົ່າເຊັ່ນ ເຜົ່າລາວ, ເຜົ່າມົ້ງ, ເຜົ່າອິວມຽນ, ເຜົ່າໄຕດໍາ, ເຜົ່າລື້, ເຜົ່າຢວນ, ເຜົ່າກຶມມຸ ແລະ ເຜົ່າໄປຣ່.

ປະເທດລາວມີປະຫວັດສາດອັນຍາວນານ ແລະ ຕິດພັນກັບຊ້າງຈົນຂະໜານນາມວ່າເປັນປະເທດລາວລ້ານຊ້າງ, ປະເທດລາວເຮົາເຄີຍເປັນຖິ່ນຖານທີ່ຢູ່ອາໄສຂອງຊ້າງຈໍານວນຫຼວງຫຼາຍ,

ຈົນຊ້າງໄດ້ຕິດພັນກັບວິຖີຊີວິດ ແລະ ກິດຈະວັດປະຈໍາວັນຂອງປະຊາຊົນລາວ ຊ້າງໄດ້ເປັນພາຫະນະນໍາໃຊ້ເຂົ້າໃນການຕໍ່ສູ້ສະໄໝສົງຄາມ, ຕ້ານການຮຸກຮານຈາກພາຍນອກ, ນອກຈາກນັ້ນຊ້າງຍັງໄດ້ຖືກໃຊ້ເຂົ້າໃນການເຄື່ອນໄຫວດໍາລົງຊີວິດໃນການທໍາມານໍາຫາກິນ,

ດ້ວຍເຫດນີ້ຈຶ່ງເວົ້າໄດ້ວ່າຊ້າງ ເປັນສັດທີ່ມີຄຸນຄ່າຕໍ່ຄົນລາວ ແລະ ສັງຄົມລາວຢ່າງຫຼວງຫຼາຍມາຕະຫຼອດ ແຂວງໄຊຍະບູລີ ເປັນແຂວງທີ່ມີຊ້າງຫຼາຍກວ່າໝູ່ ດັ່ງນັ້ນເພື່ອເປັນການອານຸລັກຮັກສາຊ້າງໃຫ້ມີຢູ່ຄູ່ຄົນລາວຕະຫຼອດໄປ ແຂວງໄຊຍະບູລີຈຶ່ງໄດ້ຖືເອົາເທດສະການບຸນຊ້າງເປັນບຸນປະເພນີທີ່ຈັດຂຶ້ນຢ່າງຄຶກຄື້ນ, ມ່ວນຊື່ນໃນໄລຍະກາງເດືອນກຸມພາຂອງທຸກໆປີ.

ໂດຍໃນເມື່ອກ່ອນໄດ້ມີການຈັດປ່ຽນໝູນວຽນກັນຢູ່ 3 ເມືອງຄື: ເມືອງຫົງສາ,ເມືອງປາກລາຍ ແລະ ເມືອງໄຊຍະບູລີ ທໍາອິດແມ່ນຈັດເມື່ອປີ 2007 ຢູ່ເມືອງຫົງສາ, ຄັ້ງທີ 2 ຢູ່ເມືອງປາກລາຍ ປີ 2008, ຄັ້ງທີ 3 ຈັດຂຶ້ນທີ່ເມືອງໄຊຍະບູລີ ປີ 2009 ແລະ ໜູນວຽນກັນໄປຈົນຮອດປີ 2012 ຈຶ່ງໄດ້ກໍານົດໃຫ້ຈັດຂຶ້ນຢູ່ເມືອງໄຊຍະບູລີຈຸດດຽວຈົນເຖິງປັດຈຸບັນ.