5ປີ GDP ເມືອງ ຊານໄຊ ເພີ່ມຂຶ້ນ 27,3%

195

ເມືອງ ຊານໄຊ ແຂວງ ອັດຕະປື ຍັງສືບຕໍ່ບໍ່ລົດລະໃນການຄຸ້ມຄອງບໍລິຫານລັດໃຫ້ມີທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ ທັງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ, ກົງຈັກການຈັດຕັ້ງຕ່າງກໍ່ໄດ້ມີການປັບປຸງຕິດພັນກັບການຫັນລົງກໍ່ສ້າງຮາກຖານກໍ່້ສາງຮາກຖານກຸ່ມ ແລະ ບ້ານໄດ້ຮັບການແກ້ໄຂເທື່ອລະກ້າວ, ຊີວິດການເປັນຢູ່ໄດ້ຮັບການປັບປຸງດີຂຶ້ນ ແລະ ສະພາບຄວາມທຸກຍາກຂອງປະຊາຊົນໄດ້ຫຼຸດລົງເທື່ອລະກ້າວ, ເຮັດໃຫ້ໃນໄລຍະ 5ປີ GDP ຂອງເມືອງດັ່ງກ່າວ ເພີ່ມຂຶ້້ນ 27,3%, ສະເລ່ຍ ເພີ່ມຂຶ້ນ 5,47% ຕໍ່ປີ .

ໃນກອງປະຊຸມໃຫຍ່ ຄັ້ງທີ XIII ຂອງອົງຄະນະພັກເມືອງ ຊານໄຊ ທີ່ໄດ້ເປີດຂຶ້ນໃນວັນທີ 17-18 ກຸມພາ 2020, ທ່ານ ບົວລາ ພັນມີໄຊ ຮອງເຈົ້າເມືອງ ໄດ້ຕາງໜ້າໃຫ້ຄະນະບໍລິຫານພັກເມືອງ ຊຸດເກົ່າ ຕີລາຄາສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ XIII (2015-2019) ຕໍ່ກອງປະຊຸມໃຫຍ່ວ່າ: ເມືອງ ຊານໄຊ ລວມມີ 7 ເຜົ່າຢູ່ຮ່ວມກັນ ປະກອບມີ 39 ບ້ານ, ມີພົນລະເມືອງ ທັງໝົດ 24.521 ຄົນ, ຍິງ 12.319 ຄົນ, ມີ 5.166 ຄອບຄົວ ທຽບໃສ່ປີ 2014 ເພິ່ມຂຶ້ນ 864 ຄອບຄົວ ກວມເອົາ 20%; ມີ 4.362 ຄົວເຮືອນ ທຽບໃສ່ປີ 2014 ເພີ່ມຂຶ້ນ 762 ຄົວເຮືອນ ກວມເອົາ 21,17%; ພື້ນຖານເສດຖະກິດຂອງເມືອງ ຍັງຮັກສາໄດ້ຈັງວະການເຕີບໂຕຢູ່ໃນລະດັບດີ ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ລວມຍອດຜະລິດພາຍໃນ GDP ເພີ່ມຂຶ້ນໃນ 5 ປີ 27,3%, ສະເລ່ຍອັດຕາເພີ່ມຂຶ້ນ 5,47% ຕໍ່ປີ ມາຮອດທ້າຍປີ 2019 ລວມຍອດລາຍຮັບຜະລິດຕິພັນພາຍໃນ GDP ສາມາດບັນລຸໄດ້ສະເລ່ຍ 119,46 ຕື້ກີບ ເທົ່າກັບ 4.871.00 ກີບ ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ເພີ່ມຂຶ້ນຈາກ 573 ໂດລາຄົນ ທຽບໃສ່ໃນປີ 2014 ເພີ່ມຂຶ້ນ 766.000 ກີບ ແລະ ທຽບໃສ່ແຜນການບັນລຸໄດ້ 68,21%, ພົນລະເມືອງ ເພີ່ມຂຶ້ນສະເລ່ຍ 1,12% ຕໍ່ປີ.

ມາຮອດປັດຈຸບັນບ້ານພົ້ນທຸກປະຕິບັດໄດ້ 82% ຂອງຈຳນວນບ້ານທັງໝົດ, ຄອບຄົວທຸກຍາຍັງເຫຼືອ 13,46% ຂອງຈຳນວນຄອບຄົວທັງໝົດ ທຽບໃສ່ປີ 2014 ຫຼຸດລົງ 7,39% ຂອງຈຳນວນຄອບຄົວທັງໝົດ, ອັດຕາການຂະຫຍາຍຕົວຂອງຂະແໜງການກກະສິກຳ-ປ່າໄມ້ ເພີ່ມຂຶ້ນ ສະເລ່ຍ 28,86% ກວາມເອົາ 72,16% ຂອງ GDP; ຂະແໜງອຸດສະຫະກໍາ ເພີ່ມຂຶ້ນສະເລ່ຍ 25,50% ຕໍ່ປີ ກວມເອົາ 8,51% ຂອງ GDP; ຂະແໜງການບໍລິການ ເພີ່ມຂຶ້ນສະເລ່ຍ 27,34% ຕໍ່ປີ ກວາມເອົາ 19,33% ຂອງ GDP.

ໂດຍ: ສາຍນ້ຳ