ວິທະຍາໄລວຽງຈັນພັດທະນາອາຊີບ ບ້ານດົງປ່າແຫຼບ ນະຄອນຫຼວງ ວຽງຈັນ ເປີດຮັບນັກຮຽນວິຊາຊີບ ຟຣີ ມີເບ້ຍລ້ຽງໃຫ້ 8 ແສນກີບຕໍ່ຄົນຕໍ່ເດືອນ ຈຳນວນ 65 ທຶນ ໃນ 3 ສາຂາອາຊີບ ຄື: ສາຂາແຕ່ງອາຫານ ຈຳນວນ 25 ທຶນ, ວິຊາການໂຮງແຮມ 20 ທຶນ, ບໍລິການອາຫານ ແລະ ເຄື່ອງດື່ມ 20 ທຶນ.
ເປີດຮັບສະໝັກແຕ່ວັນທີ 17 ກຸມພາ 2020 ຫາ 18 ມີນາ 2020 ນີ້ເທົ່ານັ້ນ, ມາແຕ່ໂຕ ແລະ ຫົວໃຈ ຢາກເຮັດວຽກໃນອາຊີບນີ້ແທ້ ເຮົາຍິນດີຊ່ວຍທຸກທ່ານທີ່ຕ້ອງການໂອກາດ.
ສ່ວນໄລຍະເວລາຮຽນ 3 ເດືອນຈົບ ແລະ ໄດ້ໃບປະກາດຊັ້ນຕົ້ນ ສຳລັບເວລາຮຽນແມ່ນຮຽນໝົດມື້ແຕ່ເຊົ້າ ຫາ ຄໍ່າ.
ສຳລັບ ເອກະສານປະກອບການຮຽນ ປະກອບມີ: ໃບປະກາດປະຖົມ, ໃບຢັ້ງຢືນທີ່ຢູ່, ສຳເນົາສຳມະໂນຄົວ, ໃບຢັ້ງຢືນສະຖານະເສດຖະກິດຄອບຄົວ, ຮູບຖ່າຍຂະຫນາດ 3×4 ຈຳນວນ 6 ໃບ
ຮັບສະເພາະນັກຮຽນປະຖົມ ທີ່ບໍ່ຈົບມັດທະຍົມຕົ້ນ ແລະ ປາຍ ອາຍຸ 18-30 ປີ, ຄອບຄົວຂາດເຂີນທຶນ, ສົ່ງເສີມການຮຽນ, ບໍ່ມີອາຊີບ ວຽກເຮັດງານທຳ ແຕ່ວ່າຕ້ອງມີພາຫະນະທຽວການ (ຢໍ້າຕ້ອງມີພາຫະນະ)
ສິ່ງທີ່ຜູ້ຮຽນຈະໄດ້ຮັບ ມີ ເບັ້ຍລ້ຽງ 800.000 ຕໍ່ຄົນຕໍ່ເດືອນ, ອຸປະກອນປະກອບການຮຽນຟຣີ, ມີປະກັນໄພ ໄລຍະຮຽນເຈັບເປັນບໍ່ຕ້ອງເສຍຄ່າ, ຄ່າເດີນທາງ 2 ຄັ້ງໃນໄລຍະການຮຽນ, ຫໍພັກຟຣີ,
ເຄື່ອງບ່ອນນອນຟຣີ, ເຄື່ອງແບບ 2 ຊຸດ.
ສຳລັບທ່ານໃດສົນໃຈສາມາດເຂົ້າມາຕິດຕໍ່ເອົາໃບສະໝັກກໄດ້ທີ່ຫ້ອງການວິທະຍາໄລ ວຽງຈັນພັດທະນາອາຊີບ ບ້ານດົງປ່າແຫຼບ ນະຄອນຫລວງວຽງຈັນ ຫຼື ໂທສອບຖາມທີ່ເບີ 021540545 ແລະ021261566