ສູນຝາກຂາຍໂອດ໊ອບ ສູນລວມຜະລິດຕະພັນລາວ

118

ສູນຝາກຂາຍໂອດ໊ອບ ໄດ້ຮວບຮວມເອົາບັນດາຜະລິດຕະພັນໂອດ໊ອບ ຫຼື ສິນຄ້າທົ່ວໄປຂອງລາວທີ່ມີຄຸນນະພາບດີມາວາງຂາຍ ເຊິ່ງເຈົ້າຂອງຮ້ານລະບຸ: ນັບແຕ່ເປີດຂາຍໃນປີ 2017 ຜ່ານມາຈົນຮອດປັດຈຸບັນ ເຫັນວ່າມວນຊົນພາຍໃນ ແລະ ແຂກຕ່າງປະເທດໃຫ້ຄວາມສົນໃຈເປັນຈໍານວນຫຼາຍ ເນື່ອງຈາກພາຍໃນຮ້ານມີຜະລິດຕະພັນຈໍາໜ່າຍຫຼາຍຮ້ອຍລາຍການ.

ທ່ານ ວຽງວິໄລ ສີວິໄຊ ຜູ້ອໍານວຍການ ບໍລິສັດ ມິສທີນ ກ້າວໜ້າ ( ປະເທດລາວ ) ຈໍາກັດ ແລະ ທ່ານ ນາງ ອານິດ ສີວິໄຊ ຜູ້ຈັດການຝ່າຍການຕະຫຼາດຂອງບໍລິສັດ ເຊິ່ງທັງສອງທ່ານແມ່ນເປັນເຈົ້າຂອງສູນຝາກຂາຍໂອດ໊ອບ ໃຫ້ສໍາພາດວ່າ: ໄລຍະຜ່ານມາເຫັນວ່າຜະລິດຕະພັນທີ່ຄົນລາວເຮົາສາມາດຜະລິດໄດ້ແມ່ນມີຫຼາຍ ແຕ່ຍັງຂາດການອອກແບບ – ການຫຸ້ມຫໍ່ໃຫ້ມີສີສັນໂດດເດັ່ນສວຍງາມ ເພື່ອດຶງດູດ ຄວາມສົນໃຈຂອງລູກຄ້າ. ຂະນະດຽວກັນຕະຫຼາດຈໍາໜ່າຍຍັງບໍ່ ກວ້າງຂວາງເທົ່າທີ່ຄວນ, ພວກເຮົາຈຶ່ງຢາກສ້າງສູນແຫ່ງນີ້ຂຶ້ນມາເພື່ອເປັນບ່ອນເຕົ້າໂຮມເອົາບັນດາຜະລິດຕະພັນໂອດ໊ອບ ແລະ ສິນຄ້າທົ່ວໄປໃນທົ່ວປະເທດທີ່ມີຄຸນນະພາບມາວາງຂາຍ ເພື່ອໃຫ້ແຂກຕ່າງປະເທດໄດ້ເລືອກຊື້ ລວມທັງຄົນລາວທີ່ຕ້ອງການຊື້ເຄື່ອງໃຊ້ ຫຼື ເຄື່ອງບໍລິໂພກຈາກຕ່າງແຂວງກໍສາມາດມາບ່ອນດຽວແມ່ນໄດ້ຄົບທຸກຢ່າງ, ທັງເປັນການສົ່ງເສີມໃຫ້ມີການວາງຂາຍຜະລິດຕະພັນສີມືແຮງງານຂອງຄົນລາວເຮົາສູ່ສາຍຕາຂອງຊາວໂລກໄດ້ມີໂອກາດສໍາຜັດສິນຄ້າລາວທີ່ມີຄຸນນະພາບ ແລະ ໄດ້ມາດຕະຖານ.

ທ່ານກ່າວຕື່ມວ່າ: ສິນຄ້າພາຍໃນຮ້ານສ່ວນໃຫຍ່ແມ່ນຜະລິດຕະພັນໂອດ໊ອບຈາກທຸກແຂວງໃນທົ່ວປະເທດ ເຊິ່ງໄດ້ມີການປັບປຸງຜະລິດຕະພັນນັ້ນໆໃຫ້ມີມູນຄ່າເພີ່ມຂຶ້ນດ້ວຍການຫໍ່ຫຸ້ມທີ່ທັນສະໄໝ, ການອອກແບບສວຍງາມ ເພື່ອດຶງດູດສາຍຕາລູກຄ້າ.

ສູນຝາກຂາຍໂອດ໊ອບ ສ້າງຕັ້ງຂຶ້ນໃນປີ 2017 ຮອດປັດຈຸບັນມີຜະລິດຕະພັນຫຼາຍຮ້ອຍລາຍການຈາກ 200 ກວ່າຄອບຄົວທີ່ມາຝາກຂາຍ  ລູກຄ້າທີ່ນິຍົມເຂົ້າມາເລືອກຊື້ສ່ວນໃຫຍ່ແມ່ນແຂກຕ່າງປະເທດ, ຮອງລົງມາແມ່ນຄົນລາວເຮົາເອງທີ່ຕ້ອງການຊື້ສິນຄ້າຈາກຕ່າງແຂວງ.

ສູນຝາກຂາຍໂອດ໊ອບມີສະຖານທີ່ຕັ້ງຢູ່ສູນການຄ້າວຽງຈັນເຊັນເຕີ ຊັ້ນ 1 ນະຄອນຫຼວງວຽງຈັນ.

[ ໂດຍ: ສົມສະຫວິນ ]