ສກຈບ ຊັບທະວີ ໜຶ່ງໃນຜູ້ບໍລິການຊໍາລະສະສາງ ( Bill Payment ) ໃຫ້ລູກຄ້າ

313

ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ຊັບທະວີ ( ສກຈບ ຊັບທະວີ ຫຼື SMI ) ເປັນໜຶ່ງໃນຫຼາຍສະຖາບັນການເງິນທີ່ໄດ້ລົງນາມເປັນຄູ່ຮ່ວມທຸລະກິດ ກັບ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ວ່າດ້ວຍການບໍລິການຊໍາລະສະສາງຕ່າງໆຜ່ານລະບົບ ( BILL PAYMENT ) ໂດຍຜ່ານເຄົາເຕີບໍລິການທົ່ວລະບົບ ທຄຕລ, ຜ່ານມືຖື BCEL One ແລະ BCEL I-Bank, ດ້ານຜູ້ບໍລິຫານເປີດເຜີຍວ່າ: ປັດຈຸບັນສະຖາບັນພວກເຮົາສາມາດໃຫ້ບໍລິການຊໍາລະສະສາງ ( Bill Payment ) ກັບລູກຄ້າໄດ້ຢ່າງສະດວກສະບາຍ ພຽງແຕ່ລູກຄ້າເຂົ້າມາໃຊ້ບໍລິການນໍາພວກເຮົາ.

ທ່ານ ນາງ ລາສີ ມີສາວົງ ປະທານສະພາບໍລິຫານສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ຊັບທະວີ ໃຫ້ສໍາພາດວ່າ: ສະຖາບັນຂອງພວກເຮົາສ້າງຕັ້ງຂຶ້ນໃນທ້າຍປີ 2016 ເປັນຕົ້ນມາ ປັດຈຸບັນເຮົາມີຜະລິດຕະພັນຫຼາຍຢ່າງ ເຊັ່ນ: ການໃຫ້ສິນເຊື່ອປະຊາຊົນທົ່ວໄປ, ຊາວຄ້າຂາຍ, ພະນັກງານລັດ – ເອກະຊົນ, ກຸ່ມຜະລິດກະສິກຳ ແລະ ປູກຝັງ – ລ້ຽງສັດ; ບໍລິການປະກັນໄພຊີວິດ; ບໍລິການທຸລະກໍາເງິນຕາ; ໃຫ້ບໍລິການຜະລິດຕະພັນຂອງ ທຄຕລ ຄື: ບໍລິການເສຍຄ່າທໍານຽມທາງ, ເສຍຄ່າພາສີທີ່ດິນ, ເສຍຄ່າໄຟຟ້າ, ນໍ້າປະປາ, ໂທລະສັບ, ບໍລິການໂອນ – ຮັບເງິນຜ່ານລະບົບ BECOME, ບໍລິການຮັບເງິນຜ່ານລະບົບ MoneyGram, ບໍລິການໂອນ – ຮັບເງິນລະບົບ BCEL   I-Bank ແລະ ອື່ນໆ.

ທ່ານຍັງອະທິບາຍຕື່ມວ່າ: ໃນສ່ວນຂອງການເຊັນສັນຍາລະບົບ BILL PAYMENT ໃນປີ 2019 ຜ່ານມາຈົນຮອດປັດຈຸບັນ ກໍເຫັນວ່າມີລູກຄ້າມາໃຊ້ບໍລິການເພີ່ມຂຶ້ນໃນແຕ່ລະຜະລິດຕະພັນທີ່ພວກເຮົາມີຢູ່ ເນື່ອງຈາກສະຖາບັນໄດ້ນໍາໃຊ້ເຕັກໂນໂລຊີທັນສະໄໝເຂົ້າມາຊ່ວຍໃນການຄຸ້ມຄອງບໍລິຫານ ຄື: ນໍາໃຊ້ເຂົ້າໃນບັນດາຜະລິດຕະພັນ ແລະ ເຄື່ອງມືດ້ານໄອທີທັນສະໄໝຂອງລະບົບທະນາຄານ ເພື່ອເອົາມາບໍລິການລູກຄ້າ ລວມໄປເຖິງການພັດທະນາໂປຣແກຣມຕ່າງໆ ແລະ ການຄຸ້ມຄອງບໍລິຫານກ່ຽວກັບວຽກງານທັງໝົດຂອງສະຖາບັນ ພາຍໃຕ້ຄໍາຂວັນທີ່ວ່າ:   “ ເຊື່ອໝັ້ນ – ເພີ່ມຜົນກໍາໄລ – ຮັບໃຊ້ສັງຄົມ ”.

ປະທານສະພາບໍລິຫານ ຍັງອະທິບາຍວ່າ: ນັບແຕ່ເອົາຜະລິດຕະພັນບໍລິການຊໍາລະສະສາງ ( Bill Payment ) ຂອງ ທຄຕລ ມາບໍລິການ ກໍມີລູກຄ້າມາໃຊ້ບໍລິການທີ່ສະຖາບັນການເງິນຊັບທະວີຫຼາຍຮ້ອຍຄົນຕໍ່ມື້. ຄຽງຄູ່ກັນນັ້ນ, ຍັງໄດ້ນໍາເອົາຜະລິດຕະພັນຂອງ ທຄຕລ ຂະຫຍາຍສູ່ສັງຄົມຢ່າງຫຼວງຫຼາຍ ເພື່ອບໍລິການລູກຄ້າໃນການຊໍາລະສະສາງຄ່າຕ່າງໆ. ທັງນີ້, ກໍເພື່ອອໍານວຍຄວາມສະດວກ ແລະ ເພີ່ມຊ່ອງທາງການໃຫ້ບໍລິການລູກຄ້າຂອງສະຖາບັນນັບມື້ເພີ່ມຂຶ້ນ.

ທັງໝົດນີ້ຖືວ່າເປັນການບໍລິການອີກໜຶ່ງຮູບແບບທີ່ພວກເຮົາຕ້ອງການໃຫ້ລູກຄ້າໄດ້ຫຼາຍກວ່າການເຮັດທຸລະກໍາທາງດ້ານການເງິນ ແລະ ສ້າງໃຫ້ສະຖາບັນຊັບທະວີ ກາຍເປັນຈຸດບໍລິການທີ່ສໍາຄັນໃນໃຈລູກຄ້າຕະຫຼອດໄປ, “ ທ່ານກ່າວຢໍ້າ ”.

[ ໂດຍ: ສົມສະຫວິນ ]