ບໍ່ຄຳ-ທອງເຊໂປນ ມອບເງິນ 15 ພັນໂດລາ ສະໜັບສະໜູນວຽກງານການຕອບໂຕ້ ໄວຣັສໂຄວິດ-19

111

ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ( LXML ) ບໍ່ຄຳ – ທອງເຊໂປນ ຕາງໜ້າໂດຍ ທ່ານ ຈັນທອນ ເນົາວະລາດ ຫົວໜ້າສາຍງານພົວພັນລັດຖະບານ ໄດ້ມອບເງິນ 15.000 ໂດລາ ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່, ຕາງໜ້າຮັບໂດຍ ທ່ານ ເພັດສະຫວັນ ລັດຕະນະວົງໄຊ ຫົວໜ້າຫ້ອງການ ທີ່ກະຊວງພະລັງງານ ແລະ ບໍ່ແຮ່.

ການປະກອບສ່ວນຄັ້ງນີ້ຈະໄດ້ໂຮມເຂົ້າກັບທຶນທີ່ທາງສະມາຄົມມິດຕະພາບ ລາວ – ຈີນ ຮ່ວມກັບ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນເພື່ອລະດົມທຶນໄປຊ່ວຍເຫຼືອປະ ຊາຊົນຜູ້ປະສົບເຄາະຮ້າຍ ຈາກພະຍາດ ໂຄວິດ – 19 ( Covid-19 ) ຢູ່ ສປ ຈີນ.

ພາບປະກອບຂ່າວ

ທ່ານ ສະໝານ ອະເນກາ ຜູ້ອຳນວຍການໃຫຍ່ຂອງ LXML ໄດ້ກ່າວວ່າ: “ ສປ ຈີນ ແລະ ສປປ ລາວ ເປັນເພື່ອນບ້ານ ແລະ ມີສາຍພົວພັນມິດຕະພາບອັນແໜ້ນແຟ້ນກວ້າງຂວາງຄືກັບແມ່ນ້ຳຂອງທີ່ຍາວຢຽດສານທັງສອງປະເທດພວກເຮົາເຂົ້າກັນ, ພວກເຮົາຫວັງວ່າການປະກອບສ່ວນຄັ້ງນີ້ຈະສາມາດຊ່ວຍເຫຼືອປະຊາຊົນຢູ່ປະເທດເພື່ອນບ້ານຂອງພວກເຮົາທີ່ ສປ ຈີນ ”.

ພາບປະກອບຂ່າວ
ພາບປະກອບຂ່າວເທົ່ານັ້ນ

ນັບແຕ່ການລະບາດຂອງ ໂຄວິດ – 19 ທີ່ເມືອງອູຮັ່ນ ໃນເດືອນທັນວາ 2019 ພະຍາດດັ່ງກ່າວກໍໄດ້ລະບາດຢ່າງໄວວາໃນທົ່ວ ສປ ຈີນ ແລະ ໃນຫຼາຍກວ່າ 20 ປະເທດໃນໂລກ, ໃນວັນທີ 30 ມັງກອນ 2020 ອົງການອະນາໄມໂລກໄດ້ປະກາດການລະບາດດັ່ງກ່າວໃຫ້ເປັນເຫດການສຸກເສີນດ້ານສາທາລະນະສຸກລະດັບໂລກ ເຊິ່ງຮຽກຮ້ອງໃຫ້ມີການປະສານງານຢ່າງກວ້າງຂວາງ ແລະ ແໜ້ນແຟ້ນຂຶ້ນເພື່ອຮັບມືກັບການລະບາດດັ່ງກ່າວ.