ສະຖາບັນສື່ມວນຊົນ ລາວ – ຫວຽດນາມ ຮ່ວມມືສ້າງບຸກຄະລາກອນດ້ານວັດທະນະທຳ ແລະ ສິລະປະກຳ

103

ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ສະຖາບັນວັດທະນະທຳ ແລະ ສິລະປະກຳແຫ່ງຊາດ ກະຊວງວັດທະນະທຳ, ກີລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ໄດ້ພົບປະເສີມຂະຫຍາຍການຮ່ວມມືສອງຝ່າຍໃນອາທິດຜ່ານມາ ທີ່ຫໍວັດທະນະທຳແຫ່ງຊາດ.

ຝ່າຍລາວນຳໂດຍ ທ່ານ ວິໄລທອງ ສີຊານົນ ຫົວໜ້າສະຖາບັນສື່ມວນຊົນວັດທະນະທຳ ແລະ ທ່ອງທ່ຽວ; ຝ່າຍຫວຽດນາມ ນຳໂດຍ ທ່ານ ບຸ່ຍຮວາຍເຊີນ ຫົວໜ້າສະຖາບັນວັດທະນະທຳ ແລະ ສິລະປະກຳແຫ່ງຊາດ.

ພາບປະກອບຂ່າວເທົ່ານັ້ນ

ໃນການພົບປະຄັ້ງນີ້ທັງສອງຝ່າຍໄດ້ລາຍງານສະພາບການຮ່ວມມືໃນໄລຍະຜ່ານມາໃຫ້ກັນ ແລະ ກັນຊາບ. ພ້ອມນີ້, ຍັງໄດ້ຕົກລົງເຫັນດີເປັນເອກະພາບເຊັນບົດບັນທຶກຄວາມເຂົ້າໃຈທາງດ້ານວັດທະນະທຳ ແລະ ສິລະປະກຳ ໄລຍະປີ 2020 – 2025 ສອງຝ່າຍຈະຮ່ວມມືໃນຂົງເຂດກໍ່ສ້າງ ແລະ ບຳລຸງບຸກຄະລາກອນໃຫ້ແກ່ພະນັກງານຄຸ້ມຄອງວັດທະນະທຳ, ສິລະປະກຳ ແລະ ການຄົ້ນຄວ້າວິທະຍາສາດ ເພື່ອຜົນປະໂຫຍດທັງສອງຝ່າຍເພື່ອເປັນພື້ນຖານອັນໝັ້ນຄົງຂອງການຮ່ວມມືໃນປັດຈຸບັນ ແລະ ອະນາຄົດຂອງທັງສອງຝ່າຍ

ພາບປະກອບຂ່າວເທົ່ານັ້ນ

ເພີ່ມທະວີຄວາມຮູ້ – ຄວາມສາມາດ, ເພີ່ມທະວີທ່າແຮງໃຫ້ທັງສອງຝ່າຍ ແລະ ແຕ່ລະປີສອງຝ່າຍຈະແລກປ່ຽນຄະນະຜູ້ແທນນຳກັນ, ແລກປ່ຽນເອກະສານຄົ້ນຄວ້າທາງດ້ານວັດທະນະທຳ ລາວ – ຫວຽດນາມ ຫຼື ຫວຽດນາມ – ລາວ, ພິເສດແມ່ນເອກະສານທາງດ້ານມໍລະດົກວັດທະນະທຳທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸຂອງຫວຽດນາມ ທີ່ອົງການ UNESCO ໄດ້ຮັບຮູ້, ຮ່ວມມືຄົ້ນຄວ້າ ແລະ ແລກປ່ຽນການຄົ້ນຄວ້າວິທະຍາສາດ, ວັດທະນະທຳສິລະປະກຳຂອງຫວຽດນາມ ຢູ່ ສປປ ລາວ.

ພາບປະກອບຂ່າວເທົ່າ່ນັ້ນ

ສະຖາບັນວັດທະນະທຳ ແລະ ສິລະປະກຳແຫ່ງຊາດຫວຽດນາມ ຮັບກໍ່ສ້າງນັກຄົ້ນຄວ້າຂັ້ນປະລິນຍາໂທ, ປະລິນຍາເອກໃຫ້ແກ່ພະນັກງານໃນຂົງເຂດວັດທະນະທຳ ແລະ ສິລະປະກຳຂອງລາວປີລະ 2 ທຶນ, ສະຖາບັນວັດທະນະທຳ ແລະ ສິລະປະກຳແຫ່ງຊາດຫວຽດນາມ ຮັບຈັດຊຸດຝຶກອົບຮົມໃຫ້ແກ່ພະນັກງານໃນຂົງເຂດວັດທະນະທຳ ແລະ ສິລະປະກຳຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຂອງ ສປປ ລາວ.

ຈາກນັ້ນ, ກໍໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ຝ່າຍລາວເຊັນໂດຍ ທ່ານ ວິໄລທອງ ສີຊານົນ ຫົວໜ້າສະຖາບັນສື່ມວນຊົນວັດທະນະທຳ ແລະ ທ່ອງທ່ຽວ ແລະ ຝ່າຍຫວຽດນາມ ເຊັນໂດຍ ທ່ານ ບຸ່ຍຮວາຍເຊີນ ຫົວໜ້າສະຖາບັນວັດທະນະທຳ ແລະ ສິລະປະກຳແຫ່ງຊາດ ໂດຍຊ້ອງໜ້າພະນັກງານທັງສອງຝ່າຍ.