ປະຕິບັດຍາກຫຼາຍ

231

ເພື່ອນຜູ້ອ່ານຕັ້ງບັນຫາຕໍ່ຄໍລຳເຮົາວ່າ: ເປັນຫຍັງການຈັດຕັ້ງປະຕິບັດລະບຽບການ ຫຼື ວ່າແຈ້ງການມັນຈຶ່ງບໍ່ໄປບໍ່ມາວ່າຊັ້ນ! ຢາກໃຫ້ຄໍລຳເຮົາເຈາະຈີ້ມເບິ່ງດຸ, ໂອ ເພື່ອນເອີຍຍາກຫຼາຍ ການຈັດຕັ້ງປະຕິບັດນີ້ມັນບໍ່ງ່າຍເນີ! ຂໍຍົກຕົວຢ່າງຢູ່ນະຄອນຫຼວງນີ້ເອງ ມີແຈ້ງການຄວບຄຸມລາຄາສະບຽງອາຫານ ເວົ້າສະເພາະລາຄາຂາຍຊີ້ນໝູຕາມທ້ອງຕະຫຼາດນີ້ແຫຼະ

ພາບປະກອບຂ່າວ

ແຈ້ງການເບື້ອງຕົ້ນແມ່ນໃຫ້ຂາຍຊີ້ນໝູປະເພດໜຶ່ງບໍ່ໃຫ້ກາຍ 35 ພັນກີບຕໍ່ໜຶ່ງກິໂລ, ແຈ້ງການຕໍ່ມາແມ່ນໃຫ້ຂາຍ 40 ພັນກີບຕໍ່ໜຶ່ງກິໂລ ແຕ່ເພື່ອນຜູ້ອ່ານກໍແຈ້ງມາວ່າລາຄານັ້ນຊິບໍ່ໄດ້ດອກ ຫາກເພື່ອນຕິດຕາມຂ່າວຈະເຫັນວ່າຂະແໜງການກ່ຽວຂ້ອງກໍອອກມາຊີ້ແຈງເລື່ອງລາຄາ ເລື່ອງການຄວບຄຸມ ແຕ່ໃນທ້ອງຕະຫຼາດກໍຍັງຄວບຄຸມລາຄາບໍ່ທັນໄດ້ ລອງມາເວົ້າເລື່ອງສ່ຽງໂຊກຄື: ເລື່ອງການຂາຍຫວຍເຖື່ອນ ເປັນຕົ້ນແມ່ນຫວຍຕ່າງປະເທດນີ້ກໍແກ້ຍາກ

ຖ້າເພື່ອນຕິດຕາມຂ່າວຈະເຫັນວ່າມີແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1244/ຫສນຍ.ກລຂ ລົງວັນທີ 17 ສິງຫາ 2017 ທີ່ລະບຸໄວ້ໃນຂໍ້ທີ 4 ມີເນື້ອໃນວ່າ:  ມອບໃຫ້ກະຊວງການເງິນສົມທົບກັບກະຊວງປ້ອງກັນ ຄວາມສະຫງົບ ແລະ ພາກສ່ວນກ່ຽວຂ້ອງກວດກາ ແລະ ຄຸ້ມຄອງ ໂດຍຫ້າມບໍ່ໃຫ້ມີການຈຳໜ່າຍຫວຍເຖື່ອນຈາກຕ່າງປະເທດ, ຖ້າພົບກໍລະນີ, ຜູ້ລະເມີດ ຫຼື ຈຳໜ່າຍຫວຍເຖື່ອນດັ່ງກ່າວແມ່ນໃຫ້ດຳເນີນຄະດີຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.

ພາບປະກອບຂ່າວ

ຕໍ່ມາອີກກໍມີແຈ້ງການເລກທີ 1971/ຫສນຍ.ກລຂ ລົງວັນທີ 13 ທັນວາ 2017 ເຊິ່ງມີເນື້ອໃນວ່າ: ໃຫ້ກະຊວງປ້ອງກັນຄວາມສະຫງົບສົມທົບກັບພາກສ່ວນກ່ຽວຂ້ອງລົງເກັບກຳຂໍ້ມູນ ແລະ ແກ້ໄຂໂດຍດ່ວນ ກ່ຽວກັບປາກົດການຫຍໍ້ທໍ້ ເປັນຕົ້ນແມ່ນການຫຼິ້ນເກມອອນລາຍ, ການທວາຍຜົນບານເຕະທີ່ຕິດພັນກັບການພະນັນຢູ່ແຕ່ລະເປົ້າໝາຍ. ພ້ອມນັ້ນ, ກໍໃຫ້ກວດກາ ແລະ ມີມາດຕະການປາບປາມຢ່າງເດັດຂາດຕໍ່ການຈຳໜ່າຍຫວຍເຖື່ອນຢູ່ທັງພາຍໃນ ແລະ ນຳມາຈາກຕ່າງປະເທດ.

ພາບປະກອບຂ່າວ

ແຕ່ໃນພາກປະຕິບັດເພື່ອນຜູ້ອ່ານກໍຈະສັງເກດເຫັນວ່າສະພາບຂາຍຫວຍຕ່າງປະເທດມັນເລີຍເຖີດໄປແລ້ວ ເພາະມີການຈ່າວຂາຍຢ່າງໂຈ່ງແຈ້ງຢູ່ໜ້າເຟສບຸ໊ກ, ສ່ວນຄົນເລາະຂາຍນັ້ນຖືເປັນໄປແລ້ວເພາະມີທັງເລກອອກລາຍວັນນຳອີກ. ອັນນີ້ໜ້າເຫັນໃຈເຈົ້າໜ້າທີ່ບ້ານເມືອງແທ້ ເພາະການຈັດຕັ້ງປະຕິບັດມັນຍາກຫຼາຍ.

ພາບປະກອບຂ່າວ

ກ່ອນໜ້ານີ້ຄໍລຳເຮົາກໍເລີຍລົງພິມບົດໃນຫົວຂໍ້: “ ໂຈ່ງແຈ້ງໂພດ ” ໃນວັນທີ 14 ມັງກອນ 2020 ມາແລ້ວ, ການທີ່ສະເໜີເລື່ອງນີ້ອີກກໍເພາະຢາກອະທິບາຍໃຫ້ເພື່ອນຜູ້ອ່ານຊາບວ່າ: ການຈັດຕັ້ງປະຕິບັດນັ້ນມັນຍາກຫຼາຍ ຈຶ່ງຢາກໃຫ້ເຫັນໃຈເຈົ້າໜ້າທີ່ບ້ານເມືອງເພິ່ນ ແນ່ນອນເພິ່ນຈະສືບຕໍ່ເຮັດຕໍ່ໄປ ແລະ ຫັນກຽວເຂົ້າເລື້ອຍໆ ແຕ່ມັນກໍບໍ່ທັນໃຈໝົດທຸກຢ່າງນໍ?.
ຂໍເປັນກຳລັງໃຈໃຫ້ເຈົ້າໜ້າທີ່ທຸກໆທ່ານໃນການຈັດຕັ້ງປະຕິບັດວຽກງານຕາມໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນໃຫ້ສຳເລັດລຸລ່ວງໂດຍໄວ!.

( ຈົບ ) [ ທິດດີ ]