ຜູ້ປະກອບການແກະສະຫຼັກໄມ້ ໄດ້ຮັບການຍົກລະດັບການຜະລິດ

0
329

ກົມອຸດສາຫະກຳ ແລະ ຫັດຖະກໍາ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດຊຸດຝຶກອົບຮົມເຕັກນິກການອອກແບບ, ການແຕ້ມແບບ ແລະ ການແກະສະຫຼັກໄມ້ໃຫ້ຊາວຊ່າງຫັດຖະກໍາ ເພື່ອຍົກລະດັບສີມືຂອງເຂົາເຈົ້າໃຫ້ສາມາດຜະລິດສິນຄ້າທີ່ມີຄຸນນະພາບ ກ້າວສູ່ການຢັ້ງຢືນຮັບກາໝາຍສິນຄ້າໂອດ໊ອບ.

ທ່ານ ສະຫວາດ ຂຸນດາວົງ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກໍາ ໄດ້ກ່າວວ່າ: ການຝຶກອົບຮົມໃນຄັ້ງນີ້ຈະໄດ້ຮຽນຮູ້ເຕັກນິກການອອກແບບ, ການແຕ້ມແບບ ແລະ ການແກະສະຫຼັກໄມ້, ຮຽນຮູ້ດ້ານທິດສະດີ, ເຕັກນິກການແກະສະຫຼັກໄມ້ ແລະ ການນຳໃຊ້ເຄື່ອງມືເຂົ້າໃນການແກະສະຫຼັກ ແລະ ລົງມືແກະສະຫຼັກໄມ້ຕົວຈິງແບບຮູບລອຍ, ຮູບນູນ ແລະ ເຄື່ອງທີ່ລະນຶກ ເພື່ອເປັນຜະລິດຕະພັນ ODOP.

ພາບປະກອບຂ່າວ

ເຮັດໃຫ້ການແກະສະຫຼັກໄມ້ໄດ້ສືບຕໍ່ດຳເນີນການຜະລິດ ແລະ ສ້າງຄວາມເຂັ້ມແຂງໃຫ້ຫັດຖະກຳແກະສະຫຼັກໄມ້ ຍ້ອນວ່າສະພາບແວດລ້ອມທີ່ມີການປ່ຽນແປງໄປຫຼາຍດ້ານ ເຊັ່ນ: ວັດຖຸດິບໄມ້, ການຕະຫຼາດ ເປັນຕົ້ນ. ສະນັ້ນ, ການນຳໃຊ້ວັດຖຸດິບໄມ້ເຂົ້າມາຜະລິດຕ້ອງໄດ້ນຳໃຊ້ໃຫ້ມີປະໂຫຍດສູງສຸດ ແລະ ໝູນໃຊ້ຢ່າງມີປະສິດທິພາບ ເພື່ອເຮັດໃຫ້ມີສິ່ງເສດເຫຼືອໜ້ອຍທີ່ສຸດ, ອີກດ້ານໜຶ່ງການອອກແບບຜະລິດຕະພັນ ແລະ ການຜະລິດຄວນໃຫ້ມີຮູບຊົງສວຍງາມ ເພື່ອສ້າງມູນຄ່າເພີ່ມໃຫ້ແກ່ສິນຄ້າມີຄຸນນະພາບ ແລະ ໄດ້ມາດຕະຖານ.

ການຝຶກອົບຮົມຈະດຳເນີນໄປເປັນເວລາ 10 ວັນ, ພາຍໃຕ້ການສິດສອນຂອງອາຈານທີ່ມາຈາກໂຮງຊ່າງຫັດຖະກຳກອງແຊງ ທີ່ມີຄວາມຊຳນານງານ ແລະ ປະສົບການຈາກຕ່າງປະເທດ.

ຊຸດຝຶກອົບຮົມຈັດຂຶ້ນໃນວັນທີ 17 ກຸມພາ 2020 ທີ່ຫ້ອງປະຊຸມກະຊວງ ອຄ ໂດຍການເຂົ້າຮ່ວມຂອງ ທ່ານ ສະຫວາດ ຂຸນດາວົງ, ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກ ອຄ.ນວ ພ້ອມດ້ວຍສໍາມະນາກອນເຂົ້າຮ່ວມ.

( ຂ່າວ: ພຸດຕີ້; ຂໍ້ມູນ: ກົມອຸດສາຫະກຳ ແລະ ຫັດຖະກໍາ )

LEAVE A REPLY

Please enter your comment!
Please enter your name here