ຕ້ອງສຸມໃສ່ພັດທະນາຂະແໜງກະສິກຳ ຄວບຄູ່ກັບຂະແໜງທ່ອງທ່ຽວ

136

ພະຍາດປອດອັກເສບສາຍພັນໃໝ່ ຫຼື ໄວຣັສໂຄວິດ-19 ທີ່ກຳລັງລະບາດຢູ່ເມືອງອູຫັ້ນ ແຂວງຫູເປີຍ ສປ ຈີນ ສົ່ງຜົນກະທົບຕໍ່ພາກທຸລະກິດທ່ອງທ່ຽວ, ທຸລະກິດຂົນສົ່ງ, ການບໍລິການ ແລະ ອື່ນໆຫຼາຍສົມຄວນ. ຕໍ່ກັບສະຖານະການດັ່ງກາວພາກທຸລະກິດຊີ້ຫຼາຍພາກສ່ວນຕ້ອງຮ່ວມກັນພັດທະນາຂະແໜງກະສິກຳຄວບຄູ່ກັບການທ່ອງທ່ຽວ.

ທ່ານ ບຸນມາ ຈັນທະວົງສາ ຜູ້ອຳນວຍການໃຫຍ່ລັດວິສາຫະກິດການບິນລາວ ໄດ້ເປີດເຜີຍໃຫ້ຮູ້ວ່າ: ໃນປີ 2020 ນີ້ສະພາບເສດຖະກິດຂອງ ສປປ ລາວ ຍັງຢູ່ໃນສະພາບທີ່ດີ ແລະ ນະໂຍບາຍຂອງລັດຖະບານຍັງສືບຕໍ່ເປີດກວ້າງ. ຫຼ້າສຸດ, ທີ່ນາຍົກໄດ້ອອກມະຕິເພີ່ມທະວີ ຄວາມສະດວກໃນການລົງທຶນ ສິ່ງດັ່ງກ່າວຈະເປັນໂອກາດອັນໜຶ່ງທີ່ຈະເຮັດໃຫ້ສະພາບການລົງທຶນດີຂຶ້ນ.

ສ່ວນຂະແໜງການທ່ອງທ່ຽວ ແລະ ຂະແໜງກະສິກຳ ຍັງເປັນທ່າແຮງ ແລະ ມີໂອກາດເຕີບໂຕສູງ ເນື່ອງຈາກໃນປັດຈຸບັນນີ້ໂລກເຮົາມີມົນລະພິດຫຼາຍ (ສຳລັບຢູ່ປະເທດອື່ນ) ສ່ວນຢູ່ບ້ານເຮົາຖ້າທຽບໃສ່ຫຼາຍປະເທດໃນໂລກແລ້ວຍັງຢູ່ໃນສະພາບທີ່ດີ ໂດຍສິ່ງດັ່ງກ່າວຈະເປັນອັນດຶງດູດເອົານັກທ່ອງທ່ຽວເຂົ້າມາຫຼາຍຂຶ້ນ.

ທ່ານ ວິລະສາ ຈັນທະລັງສີ ຜູ້ຈັດການໂຮງແຮມຊີເຊີນຣີເວີໄຊ ກ່າວວ່າ: ເພື່ອໃຫ້ການທ່ອງທ່ຽວໃນລາວ ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ ບັນດາພາກສ່ວນກ່ຽວຂ້ອງຕ້ອງເອົາໃຈໃສ່ຕໍ່ການນໍາໃຊ້ທ່າແຮງອັນບົ່ມຊ້ອນຂອງ ສປປ ລາວ ສະເພາະການທ່ອງທ່ຽວທາງທຳມະຊາດ ໂດຍເນັ້ນໃສ່ 5 ປັດໄຈ ດັ່ງນີ້: 1 ການຕ້ອນຮັບທີ່ດີດ້ວຍນໍ້າໃຈເອື້ອເຝື້ອເພື່ອແຜ່ຂອງປະຊາຊົນລາວ; 2 ພັດທະນາແຫຼ່ງທ່ອງທ່ຽວຕາມທິດຍືນຍົງ, ປອດໄພ ແລະ ໜ້າທ່ຽວໃຫ້ຫຼາຍຂຶ້ນ; 3 ສົ່ງເສີມຄວາມຫຼາກຫຼາຍທາງອາຫານ; 4 ສົ່ງເສີມຜະລິດຕະພັນທ້ອງຖິ່ນຂອງລາວໃຫ້ຫຼາຍຂຶ້ນ ພ້ອມທັງສ້າງ ຄວາມສະດວກໃນການຊື້ – ຂາຍ ແລະ 5 ຕ້ອງສະໜອງຂໍ້ມູນ – ຂ່າວສານກ່ຽວກັບການທ່ອງທ່ຽວໃຫ້ຫຼາຍຂຶ້ນ ເພື່ອໃຫ້ນັກທ່ອງທ່ຽວໄດ້ຮຽນຮູ້ຫຼາຍສິ່ງຫຼາຍຢ່າງຈາກການມາທ່ຽວລາວ.

ສອດຄ່ອງກັບບົດປະເມີນສະພາບເສດຖະກິດມະຫາພາກຂອງ ສປປ ລາວ ແລະ ບາງປະເດັນທີ່ຄວນເອົາໃຈໃສ່ໃນຕໍ່ໜ້າ ຂອງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ລະບຸວ່າ: ປະເທດເຮົາຍັງມີທ່າແຮງບົ່ມຊ້ອນ 2 ດ້ານ ຄື: ຂະແໜງກະສິກຳ ແລະ ທ່ອງທ່ຽວທີ່ຕ້ອງໄດ້ຂຸດຄົ້ນຫຼາຍຂຶ້ນ ດັ່ງນີ້:

ການພັດທະນາດ້ານກະສິກໍາໃນຕໍ່ໜ້າຈະຕ້ອງໄດ້ເອົາໃຈໃສ່ບາງດ້ານ ຄື:

1ສຸມໃສ່ພິເສດໃນການສົ່ງເສີມການຜະລິດກະສິກໍາ (ພືດ-ສັດ) ທີ່ມີຕະຫຼາດ (ໂກຕາ) ຮອງຮັບແລ້ວ ແລະ ມີທ່າແຮງໃນການເຈາະ ຫຼື ຂະຫຍາຍຕະຫຼາດ ໂດຍມີການຕິດຕາມ ແລະ ສົ່ງເສີມຢ່າງໃກ້ຊິດຈາກອົງກອນ ແລະ ໜ່ວຍງານທີ່ກ່ຽວຂ້ອງ.

2 ຫັນການຜະລິດກະສິກໍາແບບປະຖົມປະຖານ ໄປສູ່ການຜະລິດແບບທັນສະໄໝທີ່ໃຊ້ເຕັກນິກເຕັກໂນໂລຊີໃໝ່ ເພື່ອໃຫ້ໄດ້ຜົນຜະລິດຕາມມາດຕະຖານການນໍາເຂົ້າຂອງສາກົນ. ພ້ອມນີ້, ກໍສຶກສາ ແລະ ຊອກຄົ້ນທ່າແຮງການຜະລິດກະສິກໍາທີ່ເນັ້ນໃຫ້ຜົນຕອບແທນສູງ, ຂົນສົ່ງງ່າຍ ແລະ ເປັນທີ່ຕ້ອງການຂອງຕະຫຼາດຫຼາຍກວ່າເນັ້ນໃສ່ແຕ່ທ່າແຮງດ້ານ ຄວາມຊໍານານໃນການຜະລິດທີ່ສືບທອດກັນມາ.

3 ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດສິນຄ້າກະສິກໍາສະອາດ ແລະ ປຸງແຕ່ງກະສິກໍາ ເພື່ອຮອງຮັບການສະໜອງສະບຽງອາຫານຮັບໃຊ້ພາຍໃນ, ຮອງຮັບການທ່ອງທ່ຽວ ແລະ ຮອງຮັບ ຄວາມຕ້ອງການຂອງຕະຫຼາດທີ່ເປີດກວ້າງຂຶ້ນ ຈາກການເຊື່ອມໂຍງ-ເຊື່ອມຈອດໃນຕໍ່ໜ້າ.

ໃນດ້ານການທ່ອງທ່ຽວຕ້ອງໄດ້ເອົາໃຈໃສ່ ຄື:

1 ເພີ່ມທະວີການວາງແຜນ ແລະ ນໍາໃຊ້ທ່າແຮງດ້ານການເຊື່ອມໂຍງ – ເຊື່ອມຈອດ ໂດຍສະເພາະແມ່ນທາງລົດໄຟ, ທາງດ່ວນ ແລະ ເສັ້ນທາງເຊື່ອມຕໍ່ຕ່າງໆທີ່ມີແລ້ວ ແລະ ກໍາລັງພັດທະນາ ເພື່ອສ້າງເຄືອຂ່າຍການທ່ອງທ່ຽວແບບເຊື່ອມຈອດກັນຮອບດ້ານ ຄຽງຄູ່ກັບການໂຄສະນາ ແລະ ການປັບປຸງສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ.

2 ສົ່ງເສີມການທ່ອງທ່ຽວຕິດພັນກັບການຜະລິດສິນຄ້າ, ໝວດສະບຽງອາຫານ ແລະ ບໍລິການປິ່ນອ້ອມອື່ນໆ ລວມທັງການພັດທະນາຊົນນະບົດ.

3 ປັບປຸງ ແລະ ສ້າງໃຫ້ມີນະໂຍບາຍສົ່ງເສີມທຸລະກິດທ່ອງທ່ຽວແບບບຸກທະລຸ ເຊັ່ນ: ການຜ່ອນຜັນດ້ານພາສີ – ອາກອນໃຫ້ແກ່ທຸລະກິດທ່ອງທ່ຽວ, ທຸລະກິດທີ່ຕິດພັນກັບການສ້າງສິ່ງອໍານວຍ ຄວາມສະດວກດ້ານການທ່ອງທ່ຽວ ແລະ ທຸລະກິດທີ່ຕິດພັນກັບການໂຄສະນາດຶງດູດນັກທ່ອງທ່ຽວ.

ສ່ວນສະຖານະການຜູ້ຕິດເຊື້ອພະຍາດປອດອັກເສບສາຍພັນໃໝ່ ຫຼື ໂຄວິດ – 19 ສຳນັກຂ່າວຊິນຮວາ ລາຍງານໃນວັນທີ 17 ກຸມພາຜ່ານມາວ່າ: ມາຮອດວັນທີ 16 ກຸມພາ 2020 ຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນເປັນ 70.548 ຄົນ ເສຍຊີວິດ 1.770 ຄົນ, ສ່ວນຜູ້ຕິດເຊື້ອທີ່ປິ່ນປົວດີ ແລະ ອອກຈາກໂຮງໝໍໄດ້ແລ້ວ 10.844 ຄົນ

( ຂ່າວ: ສົມລົດ + ກາວຊົງ )