ການລົງທຶນລວມຢູ່ແຂວງເຊກອງ ບັນລຸ 500 ກວ່າຕື້ກີບ

149

ໃນປີ 2019 ຜ່ານມາ ແຂວງເຊກອງ ສາມາດລະດົມແຫຼ່ງທຶນເຂົ້າໃນການພັດທະນາພື້ນຖານໂຄງລ່າງທັງໝົດ 579,27 ຕື້ກີບ ທຽບໃສ່ແຜນການປະຕິບັດໄດ້ 81,02% ເຊິ່ງປະກອບດ້ວຍ 4 ແຫຼ່ງທຶນ ຄື: ໂຄງການລົງທຶນຂອງລັດ, ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ, ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ແລະ ການລົງທຶນສິນເຊື່ອຂອງທະນາຄານ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງເຊກອງ ຜູ້ຊີ້ນໍາເສດຖະກິດຂັ້ນແຂວງ ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ໃນປີ 2019 ຜ່ານມາ ການລົງທຶນລວມທົ່ວສັງຄົມປະຕິບັດໄດ້ 579,27 ຕື້ກີບ ທຽບໃສ່ແຜນປະຕິບັດໄດ້ພຽງ 81,02% ເຊິ່ງປະກອບດ້ວຍ 4 ແຫຼ່ງທຶນສໍາຄັນ ຄື: ການລົງທຶນຂອງລັດ ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໄດ້ອະນຸມັດງົບປະມານທັງໝົດຈຳນວນ 123,19 ຕື້ກີບ ຫຼື ເທົ່າກັບ 16,40% ຂອງການລົງທຶນທັງໝົດ ເພື່ອຊຳລະໃຫ້ຈຳນວນ 358 ໂຄງການ. ໃນນັ້ນ, ຈັດສັນໃສ່ໂຄງການສຳເລັດ 100% ເປັນໜີ້ 151 ໂຄງການ ມູນຄ່າ 16,59 ຕື້ກີບ; ໂຄງການສືບຕໍ່ 126 ໂຄງການ ມູນຄ່າ 38,30 ຕື້ກີບ; ທຶນສົມທົບຕ່າງປະເທດ 12 ໂຄງການ ມູນຄ່າ 0,6 ຕື້ກີບ; ໂຄງການສະເໜີໃໝ່ 69 ໂຄງການ ມູນຄ່າ 67,70 ຕື້ກີບ.

ພາບປະກອບຂ່າວເທົ່ານັ້ນ

ສ່ວນການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ຍັງສືບຕໍ່ເປັນແຫຼ່ງທຶນຕົ້ນຕໍທີ່ກະຕຸກຊຸກຍູ້ໃຫ້ເສດຖະກິດເຕີບໂຕຢ່າງຕໍ່ເນື່ອງ ເຊິ່ງໃນປີ 2019 ມີນັກທຸລະກິດເອກະຊົນພາຍໃນ ແລະ ຕ່າງປະເທດເຂົ້າລົງທຶນພາຍໃນແຂວງເຊກອງ ທັງໝົດ 13 ໂຄງການ ມີມູນຄ່າຕາມສັນຍາ 5,66 ລ້ານໂດລາສະຫະລັດ ຫຼື ເທົ່າກັບ 48,10 ຕື້ກີບ. ໃນນັ້ນ, ການລົງທຶນຂອງພາກເອກະຊົນພາຍໃນມີ 8 ໂຄງການ ມີມູນຄ່າ 23,08 ຕື້ກີບ ແລະ ການລົງທຶນຂອງພາກເອກະຊົນຕ່າງປະເທດ 5 ໂຄງການ ມູນຄ່າ 25,02 ຕື້ກີບ.

ພາບປະກອບຂ່າວເທົ່ານັ້ນ

ນອກນັ້ນ, ຍັງມີທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ເປັນແຫຼ່ງທຶນທີ່ສຳຄັນໃນການປະກອບສ່ວນພັດທະນາ ໂດຍສະເພາະແມ່ນຂົງເຂດວັດທະນະທໍາ – ສັງຄົມ ໃນປີຜ່ານມາປະຕິບັດໄດ້ທັງໝົດ 30 ໂຄງການ ມູນຄ່າ 7,97 ລ້ານໂດລາສະຫະລັດ ຫຼື ເທົ່າກັບ 63,82 ຕື້ກີບ. ໃນນັ້ນ, ຂະແໜງໂຍທາທິການ-ຂົນສົ່ງ ມີ 7 ໂຄງການ ມູນຄ່າ 36,20 ຕື້ກີບ; ຂະແໜງກະສິກໍາ-ປ່າໄມ້ 6 ໂຄງການ ມູນຄ່າ 5,05 ຕື້ກີບ; ຂະແໜງສຶກສາທິການ ແລະ ກີລາ 8 ໂຄງການ ມູນຄ່າ 9,82 ຕື້ກີບ; ຂະແໜງສາທາລະນະສຸກມີ 6 ໂຄງການ ມູນຄ່າ 2,65 ຕື້ກີບ ແລະ ຂະແໜງອື່ນໆ 10 ໂຄງການ ມູນຄ່າ 10,08 ຕື້ກີບ ແລະ ແຫຼ່ງທຶນສຸດທ້າຍແມ່ນການລົງທຶນສິນເຊື່ອຂອງທະນາຄານ ຍອດສິນເຊື່ອທົ່ວລະບົບທະນາຄານບັນລຸ 391 ຕື້ກີບ ທຽບໃສ່ແຜນປີປະຕິບັດໄດ້ເກີນແຜນຢູ່ 9,21% ເປັນມູນຄ່າ 33 ຕື້ກວ່າກີບ ກວມເອົາ 52,04% ຂອງການລົງທຶນທັງໝົດ.

( ຂ່າວ: ສັນຍາ )