ຊົມເຊີຍ! ການຄ້ານະຄອນຫຼວງ ແກ້ໄຂການຂາຍເຄື່ອງຊະຊາຍ ໄດ້ 300 ກວ່າກໍລະນີ

163

ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ( ອຄ.ນວ ) ເອົາໃຈໃສ່ວຽກງານການຄຸ້ມຄອງລາຄາສິນຄ້າ ແລະ ສະພາບການຄ້າຂາຍໃນທ້ອງຕະຫຼາດໃຫ້ຢູ່ໃນສະພາບໝັ້ນທ່ຽງ ໂດຍສະເພາະໃນປີ 2019 ສາມາດຕິດສະຫຼາກກາໝາຍສິນຄ້າໄດ້ທັງໝົດ 1.107 ລາຍການ, ສ່ວນການແກ້ໄຂສະພາບຂາຍເຄື່ອງຊະຊາຍໄດ້ 303 ຫົວໜ່ວຍ.

ພາບປະກອບຂ່າວ

ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກ ອຄ.ນວ ໄດ້ກ່າວຕໍ່ກອງປະຊຸມໃນໂອກາດທີ່ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ລົງເຄື່ອນໄຫວ ແລະ ເຮັດວຽກຢູ່ພະແນກ ອຄ.ນວ ເມື່ອບໍ່ດົນມານີ້ວ່າ: ປີ 2019 ການຜ່ານເນື້ອໃນສະຫຼາກສິນຄ້າທີ່ນໍາເຂົ້າເປັນສິນຄ້າຈໍານວນ 35 ບໍລິສັດ ແລະ ມີ 1.107 ລາຍການສິນຄ້າ, ທຽບໃສ່ປີ 2018 ມີ 1.004 ລາຍການສິນຄ້າ ເຫັນວ່າລາຍການສິນຄ້າເພີ່ມຂຶ້ນ 10,26% ໄດ້ຮັບຄໍາສະເໜີຮ້ອງທຸກຈໍານວນ 10 ເລື່ອງ, ຜ່ານການລົງຕິດຕາມກວດກາໄດ້ແກ້ໄຂໄປແລ້ວ 7 ເລື່ອງ, ຍັງຢູ່ໃນຂັ້ນຕອນແກ້ໄຂ 2 ເລື່ອງ ແລະ ໄດ້ເຮັດສະໂນດນໍາສົ່ງຂະແໜງໂຍທາທິການ ແລະ ຂົນສົ່ງຈໍານວນ 1 ເລື່ອງ ເປັນຜູ້ສືບຕໍ່ດໍາເນີນການແກ້ໄຂ.

ວຽກງານການແກ້ໄຂຄົນຕ່າງປະເທດ ໂດຍອີງຕາມຄໍາແນະນໍາກ່ຽວກັບການແກ້ໄຂຄົນຕ່າງປະເທດ ເຄື່ອນໄຫວດໍາເນີນທຸລະກິດບໍ່ຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ ສະບັບເລກທີ 0651/ອຄ. ກຄພນ ລົງວັນທີ 12 ມິຖຸນາ 2019 ແມ່ນມອບໃຫ້ເມືອງເປັນຜູ້ຈັດຕັ້ງປະຕິບັດ, ພະແນກ ໄດ້ລົງຊຸກຍູ້ແຕ່ລະໄລຍະ, ໄດ້ກວດກາຈໍານວນ 106 ຫົວໜ່ວຍ. ໃນນັ້ນ, ສັນຊາດຈີນ 34 ຫົວໜ່ວຍ, ຫວຽດນາມ 65 ຫົວໜ່ວຍ, ໄທ 3 ຫົວໜ່ວຍ, ອອກຊື່ຄົນລາວແຕ່ເປັນຜົວຕ່າງປະເທດ 4 ຫົວໜ່ວຍ. ພ້ອມນັ້ນ, ຈັດພິທີທໍາລາຍສິນຄ້າຢູ່ສູນບໍາບັດຂີ້ເຫຍື້ອ ແລະ ກອງພັນໃຫຍ່ 497 ເມືອງທຸລະຄົມ ແຂວງວຽງຈັນ ຈໍານວນ 3 ຄັ້ງ ລວມມູນຄ່າສິນຄ້າທໍາລາຍທັງໝົດ 170 ລ້ານກວ່າກີບ.

ພາບປະກອບຂ່າວ

ສຳລັບວຽກງານຄຸ້ມຄອງການຂາຍເຄື່ອງ ສຸມໃສ່ຈັດສັນຄວາມເປັນລະບຽບຮຽບຮ້ອຍຈຸດເສັ້ນທາງຄູວຽງ, ຖະໜົນໜອງບອນ, ບໍລິເວນອ້ອມແອ້ມຕະຫຼາດໜອງຈັນ ແລະ ເຂດແຄມຂອງ, ຈັດສັນເຂດຕະຫຼາດທົ່ງຂັນຄໍາຫຼັງໃໝ່, ຕະຫຼາດພາກເຊົ້າ 1, ພາກເຊົ້າ 2, ຕໍ່ໜ້າຕະຫຼາດສີໄຄ ແລະ ຕາມເສັ້ນທາງຫຼັກພາຍໃນເມືອງ ໂດຍອອກແຈ້ງການເຖິງບັນດາຫົວໜ່ວຍທຸລະກິດ, ຫ້າງຮ້ານຕ່າງໆ ແລະ ຊາວຄ້າຂາຍໃນການລົງປະຕິບັດຈັດສັນ ໂດຍພົບຜູ້ລະເມີດທີ່ມາຂາຍເຄື່ອງຊະຊາຍ ແລະ ໄດ້ນໍາຕັກເຕືອນລໍ້ຂາຍເຄື່ອງ ຈໍານວນ 303 ຫົວໜ່ວຍ, ສາມາດແກ້ໄຂໃນໄລຍະທີ່ເຈົ້າໜ້າທີ່ລົງປະຕິບັດເມື່ອບໍ່ເຫັນເຈົ້າໜ້າທີ່ກໍກັບມາຂາຍຄືເກົ່າ ເຊິ່ງຄະນະສະເພາະກິດຈະໄດ້ສືບຕໍ່ແກ້ໄຂຕໍ່ໄປ.

ພາບປະກອບຂ່າວ

ທ່ານກ່າວຕື່ມອີກວ່າ: ສ່ວນວຽກງານສົ່ງເສີມສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຫຼື ໂອດ໊ອບ ມີທັງໝົດ 54 ຫົວໜ່ວຍ, ມີ 12 ກຸ່ມຜະລິດ ແລະ 42 ຫົວໜ່ວຍວິສາຫະກິດ, ມີ 250 ຜະລິດຕະພັນ ໃນຈໍານວນ 50 ບ້ານ 9 ຕົວເມືອງ ໃນນະຄອນຫຼວງວຽງຈັນ, ຖ້າທຽບໃສ່ປີ 2018 ເຫັນວ່າເພີ່ມຂຶ້ນ 10 ຫົວໜ່ວຍ. ໃນນີ້, ເມືອງທີ່ໄດ້ຮັບກາໝາຍສິນຄ້າໂອດ໊ອບຫຼາຍກວ່າໝູ່ແມ່ນເມືອງໄຊເສດຖາ ຈໍານວນ 10 ຫົວໜ່ວຍ.