ເມືອງສຳພັນປະກາດຈົບຊັ້ນມັດທະຍົມສືກສາຕອນຕົ້ນບຳລຸງທົ່ວເມືອງ

239

ໃນວັນທີ່ 13 ກຸມພາ 2020 ນີ່, ຢູ່ທີ່ສະໂມສອນໃຫຍ່ ເມືອງສຳພັນ ແຂວງຜົ້ງສາລີ ໄດ້ຈັດໃຫ້ມີ ພິທີປະກາດຈົບຊັ້ນມັດທະຍົມສືກສາຕອນຕົ້ນບຳລຸງທົ່ວເມືອງສຳພັນ ເຊີ່ງເປັນເມືອງທີ່ 7 ຂອງແຂວງເປັນເມືອງສຸດທ້າຍ ແລະ 143 ເມືອງຂອງທົ່ວປະເທດຂື້ນຢ່າງເປັນທາງການ. ເປັນກຽດເຂົ້າຮ່ວມຂອງທ່ານ ຮສຈ ປອ ພຸດ ສີມມະລາວົງ ຮອງລັດຖະມົນຕີກະຊວງສືກສາທິການ ແລະ ກີລາ, ມີທ່ານ ຮອງເຈົ້າແຂວງໆຜົ້ງສາລີ, ຜູ່ຊີ້ນຳຂົງເຂດວັດທະນະທຳສັງຄົມຂັ້ນແຂວງ, ທ່ານ ເຈົ້າເມືອງໆສຳພັນ, ທ່ານ ຫົວໜ້າ ພະແນກສືກສາທີການ ແລະ ກິລາແຂວງ, ຜູ້ຕ່າງໜ້າຈາກ ກົມການສືກສານອກໂຮງຮຽນ, ກະຊວງສືກສາທິການ ແລະ ກິລາ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ, ພະນັກງານ ຄູ-ອາຈານ ເຂົ້າຮ່ວມ.

ທ່ານ ແອ ຍີນທະນົງ ຫົວໜ້າຫ້ອງການສືກສາທີການ ແລະ ກິລາເມືອງ ຂື້ນຜ່ານບົດລາຍງານການຈັດຕັ້ງປະຕິບັດການຮຽນ – ການສອນ ບຳລຸງຍົກລະດັບການສືກສາຈົບຊັ້ນມັດທະຍົມຕອນຕົ້ນ ແລະ ທີດທາງແຜນການຂອງວຽກງານການສຶກສານອກໂຮງຮຽນ ວ່າ: ທົ່ວເມືອງສໍາພັນມີ 10 ກຸ່ມມບ້ານພັດທະນາ, ມີ 63 ບ້ານ, ມີ 4.366 ຫຼັງຄາ, ມີ 5.289 ຄອບຄົວ. ວຽກງານການສືກສານອກໂຮງຮຽນພາຍຫຼັງປະກາດຈົບຊັ້ນປະຖົມບຳລຸງປີ 2013 ເປັນຕົ້ນມາ ເຊີ່ງເປັນເມືອງທີ່ 7 ຂອງແຂວງ, ໄດ້ສ້າງເງືອນໄຂໃຫ້ແກ່ການສືບຕໍ່ບຳລຸງຍົກລະດັບຊັ້ນມັດທະຍົມສືກສາຕອນຕົ້ນ. ເຊີ່ງໄດ້ເລີ່ມຈັດຕັ້ງການຮຽນການສອນມາແຕ່ສົກຮຽນ 2013-2014 ແລະ ຮອດສົກຮຽນ 2018-2019 ລວມໄລຍະ 6 ສົກຮຽນທີ່ຜ່ານມາ ການບຳລຸງຍົກລະດັບຊັ້ນມັດທະຍົມສືກສາຕອນຕົ້ນສຳລັບປະຊາຊົນເຫັນວ່າມີຫຼາຍດ້ານທີ່ພົ້ນເດັ່ນໂດຍສະເພາະ ລະດັບຄວາມຮູ້ຄວາມເຂົ້າໃຈ, ຄວາມຕື່ນຕົວ, ຄວາມເປັນເຈົ້າການ ແລະ ອື່ນໆ. ເຊີ່ງລວມມີກຸ່ມເປົ້າໝາຍເຂົ້າຮຽນທັງໝົດ 7.689 ຄົນ, ຍີ່ງ 3.708 ຄົນ, ໃນນີ້, ຈົບສາມັນ 5.694 ຄົນ, ຍີງ 2.799 ຄົນ, ຈົບບຳລຸງ 1.939 ຄົນ, ຍີງ 870 ຄົນ, ສະເລ່ຍບັນລຸໄດ້ 97,19%, ແລະ ຍັງເຫຼືອກູ່ມເປົ້າໝາຍ 56 ຄົນ, ຍີງ 39 ຄົນ ທີ່ຍັງບໍ່ຈົບຍ້ອນປະລະການຮຽນຕາມສະພາບແວດລ້ອມອື່ນໆເຊັ່ນ: ການສ້າງຄອບຄົວ, ການຍົກຍ້າຍໄປຕ່າງເມືອງ, ຕ່າງແຂວງ, ການໄປຊອກວຽກເຮັດງານທຳຢູ່ບ່ອນອື່ນ ແລະ ບັນຫາດ້ານສຸຂະພາບຈຳນວນໝື່ງ. ໃນພີທີຕ່າງໜ້າອົງ ການປົກຄອງບ້ານ, ຄູສອນບຳລຸງ ແລະ ນັກຮຽນບຳລຸງ ຂື້ນປະກອບຄຳເຫັນກ່ຽວກັບການຮຽນ – ການສອນ ບໍາລຸງຍົກ ລະດັບການສືກສານອກໂຮງຮຽນ.

ທ່ານ ຮສຈ ປອ ພຸດ ສີມມະລາວົງ ໄດ້ຮຍກຮ້ອງ ໃຫ້ຖັນແຖວຄູອາຈານ ແລະ ນ້ອງນັກຮຽນຕະຫຼອດຮອດປະຊາຊົນບັນດາເຜົ່າຈົ່ງຮັບຮູ້ ແລະ ເຂົ້າໃຈເປັນເອກະພາບຢ່າງທົ່ວເຖີ່ງ, ສືບຕໍ່ຈັດຕັ້ງປະຕິບັດແຜນຍຸດທະສາດການປະຕິຮູບລະບົບການສືກສາແຫ່ງຊາດຢ່າງມີຫຼັກການ ແລະ ໃຫ້ໄປຕາມ 3ຫຼັກສະນະທັງຮັບປະກັນໃຫ້ໄປຕາມ 5ຫຼັກມູນຂອງການສືກສາ ແລະ ເອົາໃຈໃສ່ຍົກລະດັບຄຸນນພາບການສືກສາໃຫ້ມີບາດກ້າວ, ຫັນປ່ຽນຢ່າງຕາງໜ້າເປັນຮູບປະທຳຫຼາຍຂື້ນ, ສືບຕໍ່ກໍ່ສ້າງແຜນຂະຫຍາຍການຮຽນການສອນໂດຍສຸມໃສ່ກຸ່ມເປົ້າໝາຍຊັ້ນມັດທະຍົມຕົ້ນຕອນບຳລຸງຢູ່ໃນບາງບ້ານທີ່ຍັງຕົກຄ້າງໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້, ສືບຕໍ່ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງກໍ່ຄືລະບົບກົນໄກການຄຸ້ມຄອງການສືກສາໃນທົ່ວຂັ້ນທັງພາກລັດ ແລະ ເອກະຊົນໃຫ້ມີຄວາມໝັກແໜ້ນ ແລະ ເຂັ້ມແຂງ, ເອົາໃຈໃສ່ການແບ່ງຂັ້ນຄຸ້ມຄອງຕາມຂະແໜງການສາຍຕັ້ງສາຍຂວາງໃຫ້ລະອຽດຈະແຈ້ງເພື່ອມອບຄວາມຮັບຜີດຊອບໃຫ້ແຕ່ລະຂັ້ນຊີ້ນຳ ແລະ ຈັດຕັ້ງປະຕິບັດຕາມພາລະບົດບາດຂອບເຂດສີດ ແລະ ໜ້າທີດ້ວຍຄວາມຮັບຜີດຊອບສູງ, ຈົ່ງພ້ອມກັນສືບຕໍ່ການແຂ່ງຂັ້ນເປີດບັ້ນການຮຽນການສອນຊັ້ນມັດທະ ຍົມຕອນປາຍໃຫ້ສຳເລັດຕາມການຄາດໝາຍຂອງເມືອງໃນປີ 2025 – 2030 ທີ່ວາງໄວ້.

ພາບ – ຂ່າວ: ແສງຄຳ ສາລີວັນ