ຝົນມະລີ ສຸຂະຜົນ ຜູ້ມີຄວາມຝັນຢາກເປັນຄູສອນເດັກນ້ອຍທີ່ດ້ອຍໂອກາດ

241

ອີກໜຶ່ງນາງສາວທີ່ຜ່ານເຂົ້າຮອບ 20 ຄົນ ຂອງການປະກວດ ນາງສາວນະຄອນຫຼວງ 2020 ດ້ວຍສະເໜ່, ຮອຍຍິ້ມທີ່ຫວານ ແລະ ໜ້າຮັກ ເປັນສາວຄົນໜຶ່ງທີ່ໄດ້ຮັບຂະແນນໂຫວດຫຼາຍທີ່ສຸດຈາກການກົດຖືກໃຈ, ແບ່ງປັນ ເຮັດໃຫ້ສາວ ຝົນມະລີ ສຸຂະຜົນ ຫຼື ນໍ້າຝົນ ຜ່ານເຂົ້າຮອບ 20 ຄົນຢ່າງອັດຕະໂນມັດໃນວັນທີ 15 ກຸມພາ ຜ່ານມາ.

ນໍ້າຝົນ ອາຍຸ 20 ປີ ຢູ່ບ້ານໂນນແກ້ວ ເມືອງສີໂຄດຕະບອກ ນະຄອນຫຼວງວຽງຈັນ, ປັດຈຸບັນສຶກສາຢູ່ ມະຫາວິມະຍາໄລແຫ່ງຊາດ ຄະນະວິທະຍາສາດສັງຄົມ ປີ4,

ແລະ ວິທະຍາໄລລາວອາເມລິກາ.

ນໍ້າຝົນບອກເຫດຜົນທີ່ມາປະກວດໃນເວທີນາງສາວນະຄອນຫຼວງວຽງຈັນວ່າ ຢາກເປັນຕົວແທນຂອງນາງສາວນະຄອນຫລວງວຽງຈັນເພື່ອເຜີຍແຜ່ວັດທະນະທຳ ແລະ ແຫລ່ງທ່ອງທ່ຽວໃຫ້ຊາວຕ່າງຊາດເຂົ້າມາທ່ຽວຫລາຍຂຶ້ນ (ເວທີແລກ) ແລະ ຍັງບໍ່ເຄີຍມີຜົນງານດ້ານການບັນເທີງມາກ່ອນ,

ເວທີນາງສາວນະຄອນຫຼວງ 2020 ນໍ້າຝົນຄາດຫວັງທີຈະໄດ້ປະສົບການທີ່ດີ ຄວາມຮູ້ໃຫມ່ໆເພື່ອພັດທະນາສັກກະຍະພາບໂຕເອງ ແລະ ໄດ້ມິດຕະພາບດີໆຈາກກອງປະກວດ, ນໍ້າຝົນມີຄວາມຮູ້ທາງດ້ານພາສາອັງກິດ ແລະ ຫວຽດ ສາມາດເປັນແບບຢ່າງໃນດ້ານການຮໍ່າຮຽນ ແລະ ກິລິຍາມາລະຍາດ ເພາະໄດ້ຖືກເລືອກເປັນປະທານນັກສຶກສາ ເພື່ອເປັນຕົວແບບ ແລະ ຊີ້ນຳ ໃຫ້ແກ່ນັກສຶກສາພາຍໃນພາກວິຊາ.

ສ່ວນໂຕມັກຕີດອກປີກໄກ່ເປັນປະຈຳ, ກິນອາຫານຄົບ 5 ຫມູ່ ແລະ ພັກຜ່ອນໃຫ້ພຽງພໍ ເວລາວ່າງມັກອ່ານປຶ້ມ, ສໍາລັບຜູ້ຊາຍແມ່ນມັກຄົນມີທັດສະນະຄະຕິດີ ຫລາຍກວ່າຜູ້ຊາຍຫນ້າຕາດີ.

ນໍ້າຝົນເປັນລູກສາວກົກ ມີນ້ອງຊາຍຄົນຫນຶ່ງ ເປົ້າຫມາຍຢາກເປັນຄູສອນພາສາອັງກິດໃຫ້ເດັກນ້ອຍທີ່ດ້ອຍໂອກາດ ຝາກຕິດຕາມການເຄື່ອນໄຫວຕ່າງໆຂອງສາວນໍ້າຝົນໄດ້ ແລະ ທາງກອງປະກວດຫຍັງບໍ່ທັນເຜີຍວ່າໃຜໄດ້ໝາຍເລກເທົ່າໃດເທື່ອ ຖ້າຕິດຕາມນໍາກັນ.