ດ່ວນ! ເມືອງກາສີ ແຈ້ງ ຫ້າມດື່ມ, ອາບ ຫຼື ບໍລິໂພກປາຕາຍຈາກນໍ້າລີກເດັດຂາດ

210

ເມືອງກາສີ ແຂວງວຽງຈັນ ອອກແຈ້ງການ ຫ້າມປະຊາຊົນທີ່ຢູ່ໃກ້ກັບແມ່ນໍ້າລີກ ນໍາໃຊ້ແມ່ນໍ້າດັ່ງກ່າວທັງດື່ມ, ອາບ ຫຼື ກິນປາຕາຍຈາກແຫຼ່ງນໍ້າແຫ່ງນີ້ເດັດຂາດ ເນື່ອງຈາກປັດຈຸບັນນໍ້າຂຸ່ນຜິດປົກກະຕິ ຫວັ່ນອາດມີສານເຄມີປົນເປື້ອນຢູ່ໃນນໍ້າ.

ຫ້ອງວ່າການເມືອງກາສີ ແຂວງວຽງຈັນ ອອກແຈ້ງການ ເລກທີ 038/ຫວມ.ກສ ລົງວັນທີ 17 ກຸມພາ 2020, ເຖິງທ່ານນາຍບ້ານ ທີ່ຢູ່ລຽບຕາມແຄມນໍ້າລີກ ຫ້າມໃຫ້ນໍາເອົານໍ້າລີກມາບໍລິໂພກ(ດື່ມ ຫຼື ອາບ ) ແລະ ກິນປາທີ່ຕາຍຢ່າງເດັດຂາດ.

ພາບປະກອບຂ່າວເທົ່ານັ້ນ

ໃນແຈ້ງການໃຫ້ຮູ້ວ່າ: ປັດຈຸບັນເຫັນວ່ານໍ້າລີກມີສະພາບນໍ້າຂຸ່ນຜິດປົກກະຕິ(ນໍ້າເປັນພິດ), ເຊິ່ງມັນສະແດງອອກໃຫ້ເຫັນປາຕາຍຢູ່ຫຼາຍຈຸດ ແຕ່ບໍ່ຮູ້ສາເຫດວ່າມັນເກີດຂຶ້ນຍ້ອນຫຍັງ. ສະນັ້ນ, ຈຶ່ງແຈ້ງມາຍັງບັນດາບ້ານຕະຫຼອດຮອດພໍ່ແມ່ປະຊາຊົນທີ່ຢູ່ໃກ້ກັບນໍ້າລີກ ໄລຍະນີ້ບໍ່ໃຫ້ບໍລິໂພກ(ດື່ມ ຫຼື ອາບ), ບໍ່ໃຫ້ກິນປາທີ່ຕາຍຢ່າງເດັດຂາດ ເພາະອາດເກີດຈາກສານເຄມີທີ່ປົນເປື້ອນຢູ່ໃນນໍ້າ ເຊິ່ງມັນຈະສົ່ງຜົນສະທ້ອນບໍ່ດີຕໍ່ສຸຂະພາບ, ໃຫ້ລໍຖ້າຜົນການວິໃຈສາເຫດລະອຽດກ່ອນ ຈຶ່ງຈະແຈ້ງໃຫ້ບ້ານຊາບຕາມຫຼັງ

ຂະນະດຽວກັນ ທ່ານ ອໍາໄພ ໂສລັດຕະນະວົງ ຫົວໜ້າຫ້ອງວ່າການເມືອງກາສີ ໃຫ້ຮູ້ເພີ່ມຕື່ມວ່າ: ນໍ້າລີກເກີດມີປາກົດການນໍ້າຂຸ່ນ ຍ້ອນໄດ້ຮັບຜົນມາຈາກນໍ້າຫ້ວຍນ້ອຍຊື່ ຫ້ວຍຫີນຊາ ໄຫຼເຂົ້າໃສ່ໃນບໍລິເວນ ບ້ານນາສັງທອງ ຫາ ບ້ານວຽງແກ້ວ ໃນນັ້ນ ເຂດບ້ານວຽງແກ້ວເກີດມີປາຕາຍນັບແຕ່ເຊົ້າວັນທີ 17 ກຸມພາ ເປັນຕົ້ນມາ, ເຊິ່ງສາເຫດທີ່ພາໃຫ້ເກີດ ໃນເບື້ອງຕົ້ນຄາດວ່າອາດມາຈາກການເຈາະອຸໂມງເສັ້ນທາງລົດໄຟ ແຕ່ປັດຈຸບັນໜ່ວຍງານກ່ຽວຂ້ອງຂອງແຂວງ ກໍ່ໄດ້ລົງເກັບຕົວຢ່າງນໍ້າ ແລະ ປາຕາຍ ຂຶ້ນໄປວິໃຈເພື່ອຫາສາເຫດ ແລະ ຄາດວ່າຈະຮູ້ຜົນໃນໄວໆນີ້.