ຊົມເຊີຍ! 20ບ້ານຂອງເມືອງສຳພັນຖືກຮັບຮອງເປັນບ້ານຢຸດຕິ ການຖ່າຍຊະຊາຍ ແລະ ບ້ານສຸຂະອະນາໄມ

275

ປະກາດ ແລະ ຮັບຮອງຢ່າງເປັນທາງການແລ້ວ 20 ບ້ານທີ່ຂຶ້ນກັບເມືອງສຳພັນ ເປັນບ້ານຢຸດຕິການຖ່າຍຊະຊາຍ ແລະ ບ້ານສຸຂະອາະນາໄມ ຄື: ບ້ານ ສົມບູນ, ອາເຊີ, ມົກພະ, ມົກກົກຫຼວງ, ພູວຽງ, ຫາດງາໃຕ້, ພູໄຊ, ນໍ້າຮາງ, ໜອງຄໍາ, ນໍ້າຖວງ, ກ້ອງສະວິ, ລາວປານ1, ລາວປານ2, ຜົ້ງກູ້, ແສນຄຳ, ຫາດງາເໜືອ, ນາເຕີຍ, ນາໄຊ, ບ້ານນາ, ຢາງເໜືອ.

ພິທີດັ່ງກ່າວ, ມີຂຶ້ນໃນຕອນເຊົ້າຂອງວັນທີ່ 14 ກຸມພາ 2020 ນີ້, ຢູ່ທີ່ພາມໄຊຂອງ ເມືອງສຳພັນ ເປັນດຽດເຂົ້າຮ່ວມໂດຍທ່ານ ທອງສີ ເສົາສຸລິພົມ ຮອງເຈົ້າແຂວງໆ ຜົ້ງສາລີ, ຜູ້ຊີ້ນຳຂົງເຂດວັດທະນະທຳສັງຄົມຂັ້ນແຂວງ, ມີທ່ານ ສົມຈີດ ຫັບລະກອນ ເລຂາພັກເມືອງ, ເຈົ້າເມືອງໆບູນໃຕ້, ທ່ານ ດຮ ພອນໄຊ ຕຸລາພັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ມີບັນດາຮອງເຈົ້າເມືອງ, ການນໍາຂັ້ນແຂວງ, ຂັ້ນເມືອງ, ກ້ອນກຳລັງຂອງບັນດາບ້ານ, ຕ່າງໜ້າພໍ່ແມ່ປະຊາຊົນພາຍໃນ 20 ບ້ານເຂົ້າຮ່ວມ.

ທ່ານ ນຸດ ໄຊຍະວົງ ຮອງຈົ້າເມືອງໆສຳພັນ, ຜູ້ຊີ້ນຳຂົງເຂດວັດທະນະທຳສັງຄົມຂັ້ນເມືອງ ໄດ້ຂື້ນຜ່ານບົດສະຫຼູບກ່ຽວກັບການຈັດຕັ້ງປະຕິບັດວຽກງານຊຸມຊົນເປັນເຈົ້າການດ້ານສຸຂະອານາໄມປະຈຳປີ 2019 ແລະ ທິດທາງແຜນການ ປີ 2020 ວຽກງານຊຸມຊົນເປັນເຈົ້າການດ້ານສຸຂະອານາໄມ ແມ່ນເປັນກິດຈະກຳໜື່ງ ຂອງໂຄງການ ແຜນງານຄຸ້ມຄອງ, ບໍລິຫານ ສາທາລະນະສຸກ ແລະ ໂພຊະນາການ ເຊິ່ງນອນຢູ່ໃນ ອົງປະກອບ ທີ 3 ການສື່ສານເພື່ອປ່ຽນແປງພຶດຕິກຳ ແລະ ຄວາມຊິນເຄີຍຂອງສັງຄົມດ້ານໂພຊະນາການ.

ໂຄງການດັ່ງກ່າວ ໄດ້ຈັດຕັ້ງປະຕິບັດຢູ່ໃນ 63 ບ້ານ ໃນ 10 ກຸ່ມບ້ານຂອງເມືອງ ສຳພັນ. ມາຮອດເດືອນ ທັນວາ ປີ 2019 ຄະນະກໍາມະທິການ ຊຸມຊົນເປັນເຈົ້າການດ້ານສຸຂະອານາໄມຂັ້ນແຂວງ ສົມທົບກັບຄະນະກຳມະການ ຂັ້ນເມືອງ ໄດ້ລົງປະເມີນບ້ານ ກ່ຽວກັບຜົນໄດ້ຮັບໃນການປະຕິບັດບັນດາກິດຈະກຳຂອງໂຄງການ ໂດຍສະເພາະແມ່ນ ວຽກງານຊຸມຊົນເປັນເຈົ້າການໃນການຮັກສາອານາໄມຜ່ານການປະເມີນຄອບຄົວ/ບ້ານ ( 20 ບ້ານເປົ້າໝາຍ) ຕາມ 12 ມາດຖານເງື່ອນໄຂຂອງ ຄອບຄົວ ແລະ ບ້ານ ສຸຂະອານາໄມ ແລະ 10 ເງື່ອນໄຂຂອງການສ້າງບ້ານ ເຫັນວ່າມີ 20 ບ້ານຄື: ບ້ານ ສົມບູນ, ອາເຊີ, ມົກພະ, ມົກກົກຫຼວງ, ພູວຽງ, ຫາດງາໃຕ້, ພູໄຊ, ນໍ້າຮາງ, ໜອງຄໍາ, ນໍ້າຖວງ, ກ້ອງສະວິ, ລາວປານ1, ລາວປານ2, ຜົ້ງກູ້, ແສນຄຳ, ຫາດງາເໜືອ, ນາເຕີຍ, ນາໄຊ, ບ້ານນາ, ຢາງເໜືອ) ມີ 1,611 ຄົວເຮືອນ, 1.809 ຄອບຄົວ, 6,745 ຄົນ, ຍິງ 4,293 ຄົນ ແມ່ນມີເງື່ອນໄຂຄົບຖ້ວນທີ່ສາມາດປະກາດເປັນຄອບຄົວ ແລະ ບ້ານຢຸດຕິການຖ່າຍຊະຊາຍ, ບ້ານ ສຸຂະອະນາໄມ ສ່ວນບ້ານຍັງເຫຼືອໄດ້ສືບຕໍ່ປັບປຸງໃຫ້ບັນລຸຕາມມາດຖານເງື່ອນໄຂຂອງຂັ້ນເທີງມອບໝາຍໃຫ້ເພື່ອປະກາດຢ່າງເປັນທາງການ ບໍ່ໃຫ້ກາຍ ປີ 2023 ພາຍຫຼັງທີ່ໄດ້ຮັບການປະເມີນ.

ໃນພິທີຍັງໄດ້ ມອບໃບຢັ້ງຢືນບ້ານຢຸດຕິການຖ່າຍຊະຊາຍ, ມອບປ້າຍບ້ານຢຸດຕິການຖ່າຍຊະຊາຍ, ບ້ານ ສຸຂະອະນາໄມ.

ໂອກາດດັ່ງກ່າວ, ທ່ານ ທອງສີ ເສົາສຸລິພົມ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ທັງອົງການປົກຄອງບ້ານກໍ່ຄືພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ-ຂັ້ນເມືອງ ທີ່ເຫັນຄວາມເປັນຫ່ວງເປັນໃຍວຽກງານດ້ານສຸຂະອະນາໄມຂອງພໍ່ແມ່ປະຊາຊົນໃນບັນດາບ້ານເປົ້າໝາຍ ແລະ ສະແດງຄວາມຂອບໃຈມາຍັງໂຄງການແຜນງານຄຸ້ມຄອງບໍລິຫານສາທາລະນະສຸກ ແລະ ໂພຊະນາການ ( ອົງປະກອບ 3 ການສື່ສານເພື່ອປ່ຽນແປງພຶດຕິກຳ ແລະ ຄວາມຊິນເຄີຍຂອງສັງຄົມດ້ານໂພຊະນາການ) ທີ່ໃຫ້ການສະໜັບສະໜູນ.

ພ້ອມນັ້ນທ່ານຍັງໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນໃນ 20 ບ້ານເປົ້າໝາຍຂອງໂຄງການສຶບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານສາທາລະນະສຸກເປັນຕົ້ນວຽກງານສຸຂະອະນາໄມ ແລະ ວຽກງານໂພຊະນາການໃຫ້ເຂົ້າສູ່ຊີວິດຕົວຈິງໃຫ້ສູງຂື້ນກວ່າເກົ່າ ສຶບຕໍ່ຮັກສາມູນເຊື້ອ ແລະ ສູ້ຊົນໃຫ້ໄດ້ບ້ານ ຢຸດຕິການຖ່າຍຊະຊາຍໃນປີຕໍ່ໄປຕື່ມອິກ. ຈາກນັ້ນປະທານພິທີ, ພ້ອມດ້ວຍບັນດາທ່ານແຂກກໍ່ໄດ້ພ້ອມກັນຕັດແຖບຜ້າ, ເປີດປ້າຍ ແລະ ລັ່ນຄ້ອງ 9 ບາດເພື່ອເປັນການຢັ້ງຢືນ 20 ບ້ານ ເປັນບ້ານຢຸດຕິການຖ່າຍຊະຊາຍ, ບ້ານສຸຂະອະນາໄມ.

( ພາບ – ຂ່າວ: ແສງຄຳ ສາລີວັນ)