ເມືອງພູວົງ ຕັ້ງເປົ້າ ປີ 2024 ຕ້ອງກາຍເປັນເມືອງພົ້ນທຸກໃຫ້ໄດ້

82

ໂດຍອີງຕາມມະຕິກອງປະຊຸມໃຫຍ່ຄັ້ງທີ 5 ຂອງອົງຄະນະພັກເມືອງພູວົງ ໄດ້ກໍານົດທິດທາງ ໜ້າທີ ແລະຄາດໝາຍສູ້ຊົນ ໃນໄລຍະ 5 ປີ ຕໍ່ໜ້າແຕ່ປີ 2020-2024 ແມ່ນຈະສ້າງ ແລະພັດທະນາໃຫ້ເມືອງພູວົງ ແຂວງອັດຕະປື ໃຫ້ກາຍເປັນເມືອງພົ້ນທຸກໃຫ້ໄດ້ ໂດຍການພັດທະນາແມ່ນອີງໃສ່ຊັບພະຍາກອນທໍາມະຊາດທີ່ເປັນທ່າແຮງອັນສໍາຄັນຂອງເມືອງ,ເປັນຕົ້ນທ່າແຮງທາງດ້ານການປູກຝັງ-ລ້ຽງສັດ,ໄປຄຽງຄູ່ກັບການຂະຫຍາຍອຸດສາຫະກໍາແຮ່ທາດ,ປຸງແຕ່ງ ແລະທ່ອງທ່ຽວ,ສິ່ງສໍາຄັນປະຊາຊົນບັນດາເຜົ່າພາຍໃນເມືອງພູວົງ ແມ່ມີມູນເຊື້ອດຸໝັ້ນຂະຫຍັນພຽນ,ບວກກັບພື້ນຖານໂຄງລ່າງຈໍານວນໜຶ່ງທີ່ສາມາດຮອງຮັບໃຫ້ແກ່ການພັດທະນາ.

ສໍາລັບຄາດໝາຍສູ້ຊົນລະອຽດແຕ່ນີ້ຮອດປີ 2024 ແມ່ນຮັບປະກັນໃຫ້ທົ່ວເມືອງມີສະຖຽນລະພາບທາງດ້ານການເມືອງ,ມີຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍ,ພື້ນຖານເສດຖະກິດໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 7,5% ຕໍ່ປີ ລາຍຮັບພົນລະເມືອງໃຫ້ບັນລຸ 8 ລ້ານກວ່າກີບຕໍ່ຄົນຕໍ່ປີ,ໂຄງປະກອບດ້ານກະສິກໍາ-ປ່າໄມ້ເພີ່ມຂື້ນ 3,5% ຕໍ່ປີ,ອຸດສະຫະກໍາເພີ່ມຂື້ນ 10% ຕໍ່ປີ,ການບໍລິການເພີ່ມຂື້ນ 5% ຕໍ່ປີ

ສ້າງບ້ານພັດທະນາໃຫ້ໄດ້ 100% ຂອງຈໍານວນບ້ານທັງໝົດທົ່ວເມືອງ,ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃຫ້ໄດ້ 3 ບ້ານ ແລະສ້າງຕົວເມືອງເທດສະບານໃຫ້ກາຍເປັນຕົວເມືອງພັດທະນາຮອບດ້ານ,ສ້າງຂະແໜງການໃຫ້ໄດ້ຮັບນາມມະຍົດເປັນຂະແໜງພັດທະນາ ແລະກົມກອງເຂັ້ມແຂງໃຫ້ໄດ້ 2 ສ່ວນ 3 ຂອງຂະແໜງການ ແລະກົມກອງທັງໝົດ,ພ້ອມທັງສູ້ຊົນລຶບລ້າງຄອບຄົວທຸກຍາກໃຫ້ໄດ້ໂດຍພື້ນຖານ ແລະສ້າງເມືອງພູວົງໃຫ້ກາຍເປັນເມືອງພົ້ນທຸກໃຫ້ໄດ້ເມື່ອຮອດປີ 2024 .

ໃນບົດລາຍງານການເມືອງຂອງຄະນະບໍລິຫານງານພັກເມືອງພູວົງຍັງໄດ້ບຸໄວ້ວ່າ: ໄລຍະຜ່ານມາຄະນະບໍລິຫານງານພັກເມືອງພູວົງ ໄດ້ເອົາໃຈໃສ່ຊີ້ນໍານໍາພາ ແລະປຸກລະດົມກໍາລັງແຮງທົ່ວສັງຄົມ ເຂົ້າໃນການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໂດຍສຸມໃສ່ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ຕິດພັນກັບການຈັດສັນອາຊີບຄົງທີ່ ໂດຍສະເພາະຢູ່ເຂດຊົນນະບົດຫ່າງໄກສອກລີກ ພ້ອມນັ້ນກໍ່ໄດ້ເອົາໃຈໃສ່ປະເມີນຄວາມທຸກຍາກຂອງປະຊາຊົນໃນແຕ່ລະປີ

ເຊິ່ງໃນປີ 2015 ມີຈໍານວນຄອບຄົວທັງໝົດ 2.636 ຄອບຄົວ,ໃນນັ້ນຄອບຄົວທຸກຍາກ 429 ຄອບຄົວ,ແລະປີ 2019 ຈໍານວນຄອບຄົວທົ່ວເມືອງເພີ່ມຂື້ນເປັນ 3 ພັນກວ່າຄອບຄົວ,ໃນນັ້ນຈໍານວນຄອບຄົວບັນລຸຕາມມາດຕະຖານຄອບຄົວພົ້ນທຸກ 6 ເງື່ອນໄຂ ແລະ 19 ຕົວຊີ້ບອກມາດຕະຖານຄອບຄົວພັດທະນາມີ 2.254 ຄອບຄົວ ກວມເອົາ 73% ຂອງຈໍານວນຄອບຄົວທັງໝົດ ໂດຍປະມີນຕາມດໍາລັດ 348/ລບ

ຂໍ້ມູນຈາກ: Attapeu Media; ຂຽນໂດຍ: ພອນປະເສີດ ສິດທິພັນ