ຊົມເຊີຍ! ໂຄງການປັບປຸງສິ່ງແວດລ້ອມຕົວເມືອງນະຄອນປາກເຊ ສໍາເລັດ 90,2%

57

ກອງປະຊຸມຈັດຕັ້ງປະຕິບັດໂຄງການປັບປຸງສິ່ງແວດລ້ອມຕົວເມືອງນະຄອນປາກເຊໄລຍະ 6 ເດືອນຂອງຄະນະຊີ້ນໍາໂຄງການ ຄັ້ງທີ 11 ຈັດຂຶ້ນໃນວັນທີ 12 ກຸມພາ 2020 ຢູ່ທີ່ຫ້ອງວ່າການແຂວງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ບົວສອນ ວົງສອງຄອນ ຮອງເຈົ້າແຂວງຈໍາປາສັກ, ທ່ານ ນາງ ວິໄລຄໍາ ໂພສາລາດ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີຄະນະຊີ້ນໍາໂຄງການ, ພະແນກ ການຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ບຸນເນົາ ຟອງຄໍາແດງ ຮອງເຈົ້ານະຄອນປາກເຊ ຫົວໜ້າໂຄງການ ປັບປຸງສິ່ງແວດລ້ອມຕົວ ເມືອງນະຄອນປາກເຊ ໃຫ້ຮູ້ວ່າ: ກິດຈະກໍາຫຼັກຂອງໂຄງການແມ່ນປັບປຸງສິ່ງແວດລ້ອມຕົວເມືອງນະ ຄອນປາກເຊ ເປັນຕົ້ນ: ປັບປຸງການບໍລິຫານຈັດການຂີ້ເຫຍື້ອ, ການບໍລິຫານຈັດການຮ່ອງນໍ້າເປື້ອນ, ນໍ້າຝົນ, ກໍ່ສ້າງກັນເຈື່ອນແຄມນໍ້າເຊໂດນ, (ລະຫວ່າງຂົວຝຣັ່ງ-ຂົວລັດເຊຍ), ປັບປຸງເສັ້ນທາງໂຄງລ່າງ ແລະ ສິ່ງແວດລ້ອມຊຸມຊົນ, ປັບປຸງສຸຂາພິບານຄົວເຮືອນ, ສ້າງຄວາມເຂັ້ມແຂງທາງດ້ານຄວາມສາມາດໃນການ ວາງແຜນ ແລະ ການໃຫ້ບໍລິການໃນເທດສະບານເມືອງ

ພາບປະກອບຂ່າວເທົ່ານັ້ນ
ພາບປະກອບຂ່າວເທົ່ານັ້ນ

ທ່ານ ບຸນເນົາ ຟອງຄໍາແດງ ໃຫ້ຮູ້ຕື່ມວ່າ: ການຈັດຕັ້ງປະຕິບັດໂຄງການໃນແຕ່ລະໜ້າວຽກໄລຍະຜ່ານມາແມ່ນມີຜົນສໍາເລັດເປັນຢ່າງດີ, ປັດຈຸບັນຜົນສໍາເລັດຂອງໂຄງການ ເທົ່າກັບ 90,2% ແລະ ໂຄງການດັ່ງກ່າວເລີ່ມດໍາເນີນການຈັດຕັ້ງປະຕິ ບັດໃນປີ 2012, ຄາດຄະເນສໍາເລັດ ປີ 2021.

ຂ່າວ-ພາບ: ຈັນທະວີສັກ