55 ບໍລິສັດ ຖືກຄັດເລືອກເປັນທຸລະກິດຊັ້ນນໍາດີເດັ່ນ

125

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ) ໄດ້ຄັດເລືອກບໍລິສັດຊັ້ນນໍາດີເດັ່ນ ປະຈໍາປີ 2019 ທີ່ມີເງື່ອນໄຂດ້ານການປະກອບສ່ວນໃນການຂະຫຍາຍຕົວເສດຖະກິດ, ການມີສ່ວນຮ່ວມຂອງຊຸມຊົນ ແລະ ການສ້າງແຮງງານ ເຊິ່ງໄດ້ທັງ ໝົດ 55 ບໍລິສັດ ແລະ ຈັດພິທີ ມອບ – ຮັບຢ່າງເປັນທາງການ ເພື່ອຍົກໃຫ້ເຫັນບົດບາດ ແລະ ຄວາມສໍາຄັນຂອງບັນດາບໍລິສັດທີ່ໄດ້ຮັບລາງວັນເພື່ອໃຫ້ເຂົາເຈົ້າສາມາດຕໍ່ຍອດທຸລະກິດ ແລະ ເປັນການສ້າງແຮງບັນດານໃຈໃຫ້ຫົວໜ່ວຍທຸລະກິດອື່ນໆ.

ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສຄອຊ ໄດ້ກ່າວວ່າ: ຄໍາວ່າຊັ້ນນໍາດີເດັ່ນ ຢາກຍົກຕົວຢ່າງບາງຄອບຄົວທີ່ເອົາຊັບສິນທີ່ດິນຂອງພໍ່ແມ່ມາເຮັດທຸລະກິດຮ່ວມກັບອ້າຍນ້ອງ ແລະ ຂະຫຍາຍໄປເລື້ອຍໆ ທັງເປັນຕົວແທນຈໍາໜ່າຍສິນຄ້າລະດັບສາກົນ ເຊິ່ງນີ້ເປັນຕົວຢ່າງທີ່ດີ. ສໍາລັບບໍລິສັດທີ່ໄດ້ຮັບລາງວັນທຸລະກິດຊັ້ນນໍາດີເດັ່ນ ມີທັງທຸລະກິດພາຍໃນ ແລະ ຕ່າງປະເທດ ເຊິ່ງຜູ້ທີ່ໄດ້ຮັບລາງວັນແມ່ນດໍາເນີນທຸລະກິດຕອບສະໜອງນະໂຍບາຍຂອງພັກ – ລັດໃນການຊ່ວຍເຫຼືອເຂດຫ່າງໄກສອກຫຼີກ, ສ້າງໂຮງຮຽນໃຫ້ຫຼາຍແຂວງດ້ວຍທຶນຂອງຕົນເອງ ແລະ ໝູ່ເພື່ອນ.

ລາງວັນດັ່ງກ່າວຈະເປັນການຊ່ວຍຍົກພາລະບົດບາດ, ຄວາມສໍາຄັນຂອງນັກທຸລະກິດລາວ ( ຜູ້ທີ່ໄດ້ຮັບລາງວັນ ) ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ກັບບັນດາບໍລິສັດ ຫຼື ນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດທີ່ຈະມາຮ່ວມມື, ດໍາເນີນທຸລະກິດນໍາເຂົາເຈົ້າໃນອະນາຄົດ.

ພ້ອມກັນນີ້ກໍຍັງເປັນຂໍ້ມູນໃຫ້ແກ່ລັດຖະບານ ແລະ ນັກລົງທຶນຕ່າງປະເທດ ເພື່ອໂຄສະນາດຶງດູດເອົານັກລົງທຶນຕ່າງປະເທດເຂົ້າມາຮ່ວມມືກັບນັກທຸລະກິດຂອງ ສປປ ລາວ ພ້ອມກັນປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ເສດຖະກິດຂອງ ສປປ ລາວ.

ລາງວັນດັ່ງກ່າວຍັງເປັນການຊຸກຍູ້, ສົ່ງເສີມໃຫ້ທຸລະກິດລາວມີຄວາມເຂັ້ມແຂງ, ສ້າງທຸລະກິດນ້ອຍໃຫ້ເປັນທຸລະກິດໃຫຍ່, ເພີ່ມຜະລິດຕະພາບ, ນຳໃຊ້ເຕັກນິກທັນສະໄໝເຂົ້າໃນການຜະລິດ ເພື່ອເຮັດໃຫ້ຜະລິດຕະພັນຂອງເຂົາເຈົ້າເຕີບໂຕ, ເປັນທີ່ຍອມຮັບຂອງຕະຫຼາດ.

ສ່ວນລາຍລະອຽດຈໍານວນ 55 ບໍລິສັດ ທີ່ໄດ້ຮັບລາງວັນນັກທຸລະກິດຊັ້ນນໍາດີເດັ່ນ ປະຈໍາປີ 2019 ສຄອຊ ໄດ້ລວບລວມຂໍ້ມູນທັງໝົດໄວ້ໃນປຶ້ມ ລາງວັນທຸລະກິດຊັ້ນນໍາດີເດັ່ນ 2019 ທີ່ມີທັງໝົດ 138 ໜ້າ.

ໃນກອງປະຊຸມ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ເປັນກຽດມອບລາງວັນໃຫ້ທຸລະກິດຊັ້ນນໍາດີເດັ່ນ ປີ 2019 ພ້ອມນັ້ນກໍຍັງເປີດໂອກາດໃຫ້ພາກທຸລະກິດ 7 ຫົວໜ່ວຍຂຶ້ນປະກອບຄໍາເຫັນຕໍ່ການດໍາເນີນທຸລະກິດໃນໄລຍະຜ່ານມາ ແລະ ສະເໜີແຜນທຸລະກິດທີ່ມີຄວາມເປັນໄປໄດ້ໃນຕໍ່ໜ້າ ເພື່ອໃຫ້ລັດຖະບານ ແລະ ສຄອຊ ພິຈາລະນາເຂົ້າໃນແຜນຍຸດທະສາດ.

ພິທີມອບລາງວັນຈັດຂຶ້ນໃນວັນທີ 14 ກຸມພາ 2020 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສົມດີ ດວງດີ; ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີປະທານ ສຄອຊ ພ້ອມດ້ວຍສະມາຊິກ ສຄອຊ ແລະ ພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.