ນຳໃຊ້ປະສົບການຈິງ ເພື່ອພັດທະນາອະສັງຫາລິມະຊັບ ຄຽງຄູ່ກັບການສ້າງຄວາມເຂັ້ມແຂງຕໍ່ອົງກອນ

250

ຈະເລີນນະຄອນພັດທະນາ ໄດ້ເລີ່ມຕົ້ນທຸລະກິດດ້ານອະສັງຫາລິມະຊັບ ໂດຍການລອງຜິດລອງຖືກ ຈົນສາມາດສ້າງຄວາມໜ້າເຊື່ອຖື ແລະ ຄວາມເຂັ້ມແຂງໃຫ້ກັບອົງກອນບົນຫຼັກການຄຸນນະພາບ ເຖິງວ່າບໍລິສັດຈະໄດ້ເລີ່ມທຸລະກິດມາບໍ່ເທົ່າໃດປີ ກໍສາມາດແບ່ງປັນຄວາມສຸກໃຫ້ກັບລູກຄ້າໄດ້.

ທ່ານ ທັດສະນາຈອນ ບຸນທັນ ປະທານ ບໍລິສັດ ຈະເລີນນະຄອນພັດທະນາ ເປີດເຜີຍໃຫ້ຮູ້ວ່າ: ຈະເລີນນະຄອນພັດທະນາ ຖືເປັນບໍລິສັດນ້ອງໃໝ່ທີ່ໄດ້ສ້າງມາດຕະຖານໃນການດຳເນີນທຸລະກິດດ້ານອະສັງຫາລິມະຊັບໃຫ້ຖືກຕ້ອງຕໍ່ການຈັດສັນທີ່ດິນ ໂດຍປະສົບການໃນການລອງຜິດລອງຖືກໃນໄລຍະຜ່ານມາ ສາມາດຂຽນອອກມາເປັນບົດຮຽນໄດ້ ເຊັ່ນ: ຂັ້ນຕອນໃນການໂອນທີ່ດິນ, ຂັ້ນຕອນຊື້ – ຂາຍທີ່ດິນທີ່ຖືກຕ້ອງ ແລະ ຮັດກຸມເພື່ອຫຼີກລຽງຄວາມຜິດພາດຕ່າງໆ ເຊິ່ງບົດຮຽນດັ່ງກ່າວເຮົາສາມາດຂຽນເປັນໂຄງສ້າງ ຫຼື ບົດຮຽນໃຫ້ກັບພະນັກງານໃໝ່ ຫຼື ຜູ້ທີ່ສົນໃຈເລື່ອງນີ້ໄດ້ ໂດຍສະເພາະຂັ້ນຕອນທີ່ຄວນລະມັດລະວັງ.

ທ່ານ ທັດສະນາຈອນ ບຸນທັນ ກ່າວຕື່ມວ່າ: ຄວາມຈິງແລ້ວ ຈະເລີນນະຄອນພັດທະນາ ໄດ້ພັດທະນາທຸລະກິດອະສັງຫາລິມະຊັບກ້າວເຂົ້າສູ່ປີທີ 3 ແລ້ວ ແລະ ໄດ້ດຳເນີນທຸລະກິດຢ່າງເຕັມຮູບແບບ. ສ່ວນຮູບແບບການບໍລິການໃນເບື້ອງຕົ້ນແມ່ນການພັດທະນາ ແລະ ຈັດສັນທີ່ດິນເປັນຕອນຕາມຂະໜາດ ເພື່ອສະໜອງໃຫ້ລູກຄ້າໄດ້ມີໂອກາດເຂົ້າຊື້ຈັບຈອງທີ່ດິນ ເພື່ອປຸກທີ່ຢູ່ອາໄສໃນລາຄາທີ່ທຸກຄົນສາມາດຊື້ໄດ້. ສ່ວນປີນີ້ນອກຈາກຈະໄດ້ພັດທະນາ ແລະ ຈັດສັນທີ່ດິນແລ້ວ ທາງບໍລິສັດຍັງມີໂຄງການກໍ່ສ້າງເຮືອນຈັດສັນໄປຄວບຄູ່ກັນ ແລະ ຫັນໄປຫາເປົ້າໝາຍທີ່ໃຫຍ່ຂຶ້ນຈາກທີ່ດິນ 1 ເຮັກຕາ, 2 ເຮັກຕາ ຕໍ່ໄປແມ່ນຈະກ້າວໄປສູ່ທີ່ດິນ 9 ເຮັກຕາ, 10 ເຮັກຕາ ຫຼື 20 ເຮັກຕາ ພ້ອມພັດທະນາຜັງເມືອງທີ່ກ່ຽວຂ້ອງກັບການພັດທະນາໝູ່ບ້ານ, ການພັດທະນາສິ່ງແວດລ້ອມ ຫຼື ກ່ຽວກັບການພັດທະນາຊຸມຊົນນັ້ນເລີຍ ໃຫ້ສອດຄ່ອງກັບຮູບແບບດຳລົງຊີວິດຂອງຜູ້ທີ່ຈະມາອາໄສຢູ່.

ໂຄງການຈັດສັນທີ່ດິນແມ່ນໄດ້ຮັບ ຄວາມສົນໃຈຈາກພໍ່ແມ່ປະຊາຊົນ ກໍຄືລູກຄ້າທັງຢູ່ນະຄອນຫຼວງວຽງຈັນ ແລະ ລູກຄ້າທີ່ມາຈາກຕ່າງແຂວງທີ່ມາເຮັດວຽກຢູ່ນະຄອນຫຼວງ ເນື່ອງຈາກວ່າໃນກົນລະຍຸດການຕະຫຼາດແມ່ນຈະແຕກຕ່າງ ແລະ ສາມາດປັບປ່ຽນໄດ້ທຸກເວລາ, ທຸກເທດສະການ ເຊິ່ງສອດຄ່ອງກັບຄຳຂວັນຂອງບໍລິສັດ ທີ່ວ່າ:         “ ຄວາມສຸກທີ່ສາມາດແບ່ງປັນກັນໄດ້ ” ຄວາມໝາຍ ຄື: ຈາກທີ່ຜ່ານມາເນື້ອທີ່ດິນເປັນພື້ນທີ່ໃຫຍ່ ລູກຄ້າຈະບໍ່ສາມາດຊື້ໄດ້ໝົດຕອນຍ້ອນລາຄາທີ່ສູງ ເຊິ່ງສ້າງຄວາມຫຍຸ້ງຍາກໃຫ້ກັບຜູ້ຊື້. ດັ່ງນັ້ນ, ບໍລິສັດ ຈະເລີນນະຄອນພັດທະນາ ເຫັນໄດ້ເຖິງຄວາມສຳຄັນດັ່ງກ່າວຈຶ່ງໄດ້ປັບ ແລະ ສ້າງຄວາມສະດວກໃຫ້ກັບລູກຄ້າທີ່ມາຊື້ ຄື: ຕັດຂະໜາດຕາມໃຈຕາມງົບປະມານຂອງລູກຄ້າ, ຖ້າລູກຄ້າບໍ່ສາມາດຜ່ອນຜ່ານທະນາຄານ ກໍສາມາດຜ່ອນຜ່ານບໍລິສັດໄດ້, ສາມາດແບ່ງປັນດິນ ຫຼື ຈັດສັນທີ່ດິນເປັນຕອນນ້ອຍໆໃຫ້ທຸກຄົນສາມາດມາຢູ່ຮ່ວມກັນໄດ້ ເຊິ່ງສອດຄ່ອງກັບຄຳຂວັນທີ່ວ່າ “ ຄວາມສຸກທີ່ສາມາດແບ່ງປັນກັນໄດ້ ”.

ທ່ານ ທັດສະນາຈອນ ບຸນທັນ ກ່າວຕື່ມວ່າ: ສຳລັບສິ່ງທ້າທາຍຕໍ່ການດຳເນີນທຸລະກິດຂອງຄົນລາວ ສ່ວນຫຼາຍເຫັນວ່າທຸລະກິດໃດໄດ້ຮັບການຕອບຮັບດີ ຈະຫັນໄປເຮັດທຸລະກິດນັ້ນໆແຂ່ງຂັນກັນ ເຊັ່ນ: ທຸລະກິດປ້ຳນ້ຳມັນໄດ້ຂາຍດີ ກໍສ້າງປ້ຳແຂ່ງກັນ, ສ່ວນຂະແໜງຮ້ານອາຫານກໍຄືກັນ ເຫັນວ່າຮ້ານອາຫານໄດ້ຂາຍດີກໍ່ສ້າງຮ້ານອາຫານແຂ່ງກັນໃນລາຄາຖືກກວ່າ ແລະ ດີກວ່າ ແລະ ສຸດທ້າຍເຮົາມາກົດລາຄາກັນເອງ, ການເຮັດທຸລະກິດອະສັງຫາກໍຄືການຈັດສັນທີ່ດິນກໍຄືກັນເປັນສິ່ງທີ່ສາມາດກ໊ອບປີກັນໄດ້ງ່າຍໃຜກໍເຮັດໄດ້. ສຳລັບຈະເລີນນະຄອນພັດທະນາ ແມ່ນຈະຢືນຢູ່ບົນຫຼັກການຄຸນນະພາບ ເພາະໂດຍປະສົບການແມ່ນເລີ່ມຕົ້ນຈາກວິສະວະກອນ ແລະ ການຈັດສັນທີ່ດິນຂອງໂຄງການ ແມ່ນຈະເຮັດຖືກຕ້ອງຂອງລະບຽບວິຊາການ ໂດຍສະເພາະຖະໜົນຫົນທາງ, ຄອງລະບາຍນ້ຳພາຍໃນໂຄງການຖືວ່າໄວ້ໃຈໄດ້ເລື່ອງມາດຕະຖານ.

[ ໂດຍ: ສົມລົດ; ຮູບ: ສຸກສະຫວັນ ]