ອາຫານເຊົ້າເສີມພະລັງງານເຂົ້າປຽກເຂົ້າໄຣເບີຣີ ( Riceberry )

69

ມື້ນີ້ຂໍແນະນໍາອາຫານເຊົ້າທີ່ໄດ້ປະໂຫຍດ ແລະ ໃຫ້ພະລັງງານສູງອີກດ້ວຍ ເຂົ້າໄຣເບີຣີ ຖືເປັນທັນຍາພືດເພາະອຸດົມສົມບູນໄດ້ດ້ວຍແຮ່ທາດ ແລະ ສານຕ້ານອະນຸມູນອິດສະຫຼະ ພ້ອມທັງຊ່ວຍຄວບຄຸມລະດັບນໍ້າຕານ ແລະ ຄວບຄຸມນໍ້າໜັກ ເນື່ອງຈາກມີເສັ້ນໃຍອາຫານຫຼາຍ.

ສ່ວນປະສົມ:

1 ເຂົ້າໄຣເບີຣີ 1 ຖ້ວຍນ້ອຍ.

2 ນ້ຳຕົ້ມກະດູກໝູ ຫຼື ໄກ່ 3 – 4 ຖ້ວຍໃຫຍ່.

3 ຜັກບົ່ວໃບ 2 ຕົ້ນ.

4 ຂີງ 1 ຫົວນ້ອຍ.

5 ຊີ້ນຕົ້ມ ເຊັ່ນ: ໝູຕົ້ມ, ໄກ່ຕົ້ມ, ຊີ້ນປາ ຫຼື ອາຫານທະເລຕາມໃຈມັກ.

ວິທີປຸງແຕ່ງ:

ລ້າງເຂົ້າໄຣເບີຣີແລ້ວມ່າໄວ້ປະມານ 30 – 60 ນາທີ ແລະ ເອົານ້ຳຕົ້ມກະດູກໃສ່ໝໍ້ຄ້າງໄຟແຮງພ້ອມຊອຍຂີງລົງ, ພໍນ້ຳຟົດເອົາເຂົ້າລົງຕົ້ມໄປເລື້ອຍໆຈົນເມັດເຂົ້າແຕກດີ ໂດຍຄົນໝໍ້ຕະຫຼອດເພື່ອບໍ່ໃຫ້ເມັດເຂົ້າໄໝ້ຕິດກົ້ນໝໍ້  ( ຖ້ານ້ຳໜ້ອຍເກີນໄປກໍສາມາດຕື່ມນ້ຳຊຸບ ຫຼື ນ້ຳສະອາດໃສ່ຕື່ມໄດ້ ).

ພໍເມັດເຂົ້າແຕກດີກໍປິດໄຟຕັກໃສ່ຖ້ວຍຊອຍຜັກບົ່ວໃບໂຮຍໜ້າ ຫຼື ຂີງຊອຍໃສ່ຕື່ມໄດ້ ແລະ ຕັກຊີ້ນທີ່ຕົ້ມສຸກໃສ່ ຫຼື ຈະໃສ່ເປັນອາຫານທະເລກໍໄດ້ເທົ່ານີ້ກໍພ້ອມເສີບແລ້ວ ອາຫານເຊົ້າງ່າຍໆແຕ່ໄດ້ປະໂຫຍດພ້ອມເສີມສ້າງພະລັງງານໃຫ້ແກ່ສະໝອງ.

( ຂໍ້ມູນຈາກ: cooking.kapook.com )

[ ຮຽບຮຽງ: ນຸ້ມນິ້ມ ]