ເມືອງນອງ ທຳລາຍສິນຄ້າປອມແປງລອກຮຽນແບບ

163

ປີ 2019 ເມືອງນອງ ແຂວງສະຫວັນນະເຂດ ສາມາດສົ່ງອອກສິນຄ້າໄດ້ 4 ຕື້ກວ່າກີບ ສ່ວນການນຳເຂົ້າຢູ່ທີ່ 2,6 ຕື້ ກວ່າກີບ. ຄຽງຄູ່ກັນນັ້ນ, ກໍໄດ້ທຳລາຍສິນຄ້າ ມູນຄ່າ 13,5 ລ້ານກີບ.

ທ່ານ ຄໍາບາງ ແກ້ວພຸດໂທ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງນອງ ແຂວງສະຫວັນນະເຂດ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ປີ 2019 ຜ່ານມາ ເມືອງນອງ ສາມາດປະຕິບັດການສົ່ງອອກທັງໝົດໃນມູນຄ່າ 4,15 ຕື້ກີບ ເຊິ່ງສ່ວນໃຫຍ່ແມ່ນສິນຄ້າທີ່ເປັນຜົນຜະລິດກະສິກໍາຂອງພໍ່ແມ່ປະຊາຊົນຊາວເມືອງນອງ ເປັນຕົ້ນແມ່ນກ້ວຍ, ສັດລ້ຽງ, ຢາງໂບງ, ມັນຕົ້ນ, ເຄື່ອງປ່າຂອງດົງ ແລະ ອື່ນໆ; ດ້ານຕົວເລກການນໍາເຂົ້າມີມູນຄ່າ 2,66 ຕື້ກີບ ເຊິ່ງການນໍາເຂົ້າຕົ້ນຕໍແມ່ນເຄື່ອງອຸປະໂພກ – ບໍລິໂພກ, ເຄື່ອງກໍ່ສ້າງ ເພື່ອມາສ້າງສາພັດທະນາພື້ນຖານໂຄງລ່າງທັງພາກລັດ ແລະ ເອກະຊົນພາຍໃນເມືອງ.

ພາບປະກອບຂ່າວເທົ່ານັ້ນ

ດ້ານ ທ່ານ ພົມພະຈັນ ວົງມາລີ ຫົວໜ້າໜ່ວຍງານການຄ້າພາຍໃນເມືອງ ໃຫ້ຮູ້ວ່າ: ກ່ຽວກັບວຽກງານການກວດກາສິນຄ້າ ແລະ ປົກປ້ອງຜູ້ຊົມໃຊ້ໃນທົ່ວເມືອງ ທີ່ໄດ້ສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງລົງເຄື່ອນໄຫວກວດກາຕາມຕະຫຼາດ ແລະ ຫ້າງຮ້ານຕ່າງໆພາຍໃນເມືອງ ທັງເປັນຮ້ານຄົນລາວ ແລະ ຕ່າງປະເທດ.

ເຊິ່ງສາມາດກວດພົບເຫັນສິນຄ້າທີ່ນໍາເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ, ສິນຄ້າເກືອດຫ້າມ, ສິນຄ້າເສື່ອມຄຸນ, ໝົດອາຍຸ ແລະ ສິນຄ້າປອມແປງລອກຮຽນແບບ, ສິນຄ້າຫ້າມຈໍາໜ່າຍ ແລະ ເກືອດຫ້າມໄດ້ຫຼາຍລາຍການ ເປັນຕົ້ນ: ຫົວສະແລ໋ງຈັກສະຕິນ, ເຄື່ອງປະກອບຂອງຈັກລວມ, ໝື້ປືນແກັບ, ຄີມອາບນໍ້າ, ນໍ້າຢາປັບຜ້ານຸ້ມ, ເຂົ້າໜົມໂດໂຊະ, ແປ້ງນົວປອມ ແລະ ອື່ນໆ ຄິດເປັນມູນຄ່າທັງໝົດ 13,58 ລ້ານກວ່າກີບ.

ພາບປະກອບຂ່າວເທົ່ານັ້ນ

ຫຼັງຈາກນັ້ນ, ກໍໄດ້ພ້ອມກັນທໍາລາຍສິນຄ້າເກືອດຫ້າມ, ເສື່ອມຄຸນໝົດອາຍຸການນໍາໃຊ້, ສິນຄ້າປອມແປງລອກຮຽນແບບ ແລະ ສິນຄ້ານໍາເຂົ້າບໍ່ຖືກຕ້ອງຢູ່ທີ່ສະຖານທີ່ຈູດຂີ້ເຫຍື້ອຂອງເມືອງບ້ານຫີນສະຫວ່າງ ເມືອງນອງ.