ຕ່າຍ ອາກາດ ປ່ອຍເພງ “ ພາບເຄື່ອນໄຫວ ” ທີ່ສື່ເຖິງການສູນເສຍຄົນຮັກ

240

ຫຼັງຈາກຫ່າງຫາຍຈາກການປ່ອຍຜົນງານເພງໃໝ່ມາດົນ ໜຸ່ມຕ່າຍ ອາກາດ ກໍໄດ້ປ່ອຍຜົນງານເພງໃໝ່ຫຼ້າສຸດໃຫ້ໄດ້ຟັງແຕ່ຕົ້ນປີ ມາໃນເພງ “ ພາບເຄື່ອນໄຫວ ” ເຊິ່ງເວົ້າເຖິງການສູນເສຍຄົນທີ່ຮັກ ແລະ ເຫຼືອພຽງພາບເຄື່ອນໄຫວທີ່ຢູ່ໃນໃຈ ໂດຍຮ້ອງຮ່ວມກັບ ໂອລ້າ ແບຼັກອາຍ.

ຕ່າຍ ອາກາດ ໃຫ້ສໍາພາດວ່າ: ຈຸດເລີ່ມຕົ້ນໃນການເຮັດເພງນີ້ມາຈາກການແຕ່ງເພງໃຫ້ກັບສິລະປິນຮຸ່ນນ້ອງ ໂດຍໄດ້ແຮງບັນດານໃຈ ແລະ ຄວາມຄິດຈາກຫົວຂໍ້ທີ່ຮຸ່ນນ້ອງໄດ້ບອກວ່າ: “ ຍັງລືມແຟນເກົ່າບໍ່ໄດ້ ” ເພື່ອໃຫ້ຄົນຟັງໄດ້ຄວາມຮູ້ສຶກນັ້ນອອກມາແທ້ໆ, ເນື້ອເພງກໍໄດ້ເວົ້າເລື່ອງລາວຂອງບຸກຄົນໃດໜຶ່ງທີ່ສູນເສຍຄົນຮັກໄປ ຈົນຄິດວ່າຈະລືມເລື່ອງລາວເຫຼົ່ານັ້ນໄປແລ້ວ ແລະ ພ້ອມທີ່ຈະເລີ່ມຕົ້ນມີຄົນໃໝ່ທີ່ຈະເຂົ້າມາຫາ, ແຕ່ຄົນໃໝ່ກັບເຮັດໃຫ້ຄິດເຖິງພາບເກົ່າໆຈົນເຮັດໃຫ້ຄົນໃໝ່ກາຍເປັນພາບເຄື່ອນໄຫວຂອງອະດີດ ເຊິ່ງພາບອະດີດເຫຼົ່ານັ້ນເກີດວົນວຽນຢູ່ໃນຫົວທັງທີ່ຄົນໃໝ່ກໍຮັກຈົນກາຍເປັນພາບທີ່ຫຼອກຫຼອນຄວາມຮູ້ສຶກ ແລະ ສື່ເຖິງຄວາມຮູ້ສຶກຂອງສັງຄົມໃນປັດຈຸບັນໄດ້ນໍາ ເພາະຄວາມຄິດເປັນສິ່ງທີ່ບໍ່ສາມາດຫ້າມໄດ້.

ສໍາລັບມິວສິກວິດີໂອກໍເປັນຜູ້ຂຽນບົດເອງ ແລະ ເລືອກນັກສະແດງນໍາເອງໂດຍໄດ້ ໜຸ່ມກ້າ ລາວຊຸບເປີໂມເດວ, ສາວໝີພູ ແລະ ສາວແກ້ວຕາ ເພາະ ໜຸ່ມກ້າ ແລະ ສາວໝີພູ ໄດ້ຜ່ານການສະແດງມິວສິກວິດີໂອຮ່ວມກັນມາແລ້ວ, ສ່ວນບົດຂອງ ສາວແກ້ວຕາ ຖືວ່າໜັກຫຼາຍເພາະຕ້ອງສະແດງຄວາມຮູ້ສຶກເສົ້າເສຍໃຈ ແລະ ມີນໍ້າຕາຕະຫຼອດເວລາ.

ສຸດທ້າຍຂໍຝາກຜົນງານເພງ “ ພາບເຄື່ອນໄຫວ ” ໂດຍໄດ້ຮັບກະແສຕອບຮັບທີ່ດີຫຼາຍ ແລະ ເປັນກໍາລັງໃຈໃຫ້ ຕ່າຍ ອາກາດ ມາຕະຫຼອດ, ສາມາດຕິດຕາມຂໍ້ ມູນ – ຂ່າວສານໄດ້ທາງແຟນເພຈ໌ TAIY AKARD ຫຼື    ເຟສບຸ໊ກສ່ວນຕົວ Taiy Akard ແລະ ສາມາດຟັງເພງໄດ້ໃນຊ່ອງທາງຢູທູບ: Taiy Akard.

( ຂ່າວ: ນຸ້ມນິ້ມ )

( ຮູບ: ຕ່າຍ ອາກາດ )