ສັນຍານເຕືອນໃນການເບິ່ງແຍງສຸຂະພາບຜູ້ອາຍຸສູງ

62

ການເບິ່ງແຍງຜູ້ອາຍຸສູງແມ່ນຕ້ອງອາໄສທັງຄວາມຮັກ ແລະ ຄວາມເຂົ້າໃຈເປັນພື້ນຖານ ຕ້ອງຄິດເຖິງຄຸນນະພາບຊີວິດທີ່ດີສຳລັບຜູ້ອາຍຸສູງພ້ອມ ເພາະຜູ້ທີ່ມີອາຍຸ 60 ປີຂຶ້ນໄປ ເປັນອາຍຸທີ່ມັກເກີດພະຍາດ ຫຼື ກວດພົບພະຍາດຕ່າງໆ, ມີຄວາມຜິດປົກກະຕິຂອງຮ່າງກາຍ ແລະ ອາລົມໄດ້ງ່າຍ ເຖິງວ່າພະຍາດບາງຢ່າງ ຫຼື ອາການບາງຢ່າງທີ່ຜິດປົກກະຕິຈະຍັງບໍ່ສາມາດກວດພົບ ຫຼື ຜິດປົກກະຕິຈົນສາມາດເຫັນໄດ້ຢ່າງຊັດເຈນ, ແຕ່ສິ່ງເຫຼົ່ານັ້ນກໍສົ່ງສັນຍານເຕືອນໃຫ້ທ່ານຮູ້ໄດ້ເຊັ່ນກັນ.

ສັນຍານເຕືອນທີ່ຊ່ວຍບົ່ງບອກອາການໃນຜູ້ອາຍຸສູງ ທີ່ລູກຫຼານຄວນໃສ່ໃຈ ແລະ ລະມັດລະວັງ ມີດັ່ງນີ້:

1 ກ້າມຊີ້ນອ່ອນແຮງເລື້ອຍໆ: ຖ້າຜູ້ອາຍຸສູງເລີ່ມມີອາການກ້າມຊີ້ນອ່ອນແຮງຕາມບໍລິເວນຕ່າງໆຂອງຮ່າງກາຍ ເຊິ່ງອາດເປັນສັນຍານເຕືອນຂອງພະຍາດອຳມະພາດ ຫຼື ພະຍາດຫຼອດເລືອດໃນສະໝອງໄດ້. ດັ່ງນັ້ນ, ຈຶ່ງຄວນໄປພົບແພດເພື່ອຮັບການປິ່ນປົວ ແລະ ປ້ອງກັນໄວ້ ເພາະນອກຈາກອາການກ້າມຊີ້ນແຂນຂາອ່ອນແຮງ ແລະ ເລີ່ມມີອາການສົ້ມປາກ ຫຼື ເວົ້າບໍ່ຈະແຈ້ງອາດເປັນສັນຍານເຕືອນຂອງພະຍາດອຳມະພາດໄດ້ເຊັ່ນກັນ.

2 ໃຈລອຍເປັນປະຈຳ: ອາການໃຈລອຍຈົນບາງຄັ້ງອາດຈະໄດ້ຮັບບາດເຈັບ ເຊັ່ນ: ໃຈລອຍໃນເວລາປຸງແຕ່ງອາຫານອາດຈະຖືກມີດບາດ ແລະ ຕ້ອງເອີ້ນຊ້ຳຫຼາຍໆເທື່ອຈຶ່ງຮູ້ສຶກຕົວ ອາການເຫຼົ່ານີ້ກຳລັງບົ່ງບອກວ່າມີອາການທາງຈິດ ແລະ ຄວນໄດ້ຮັບການປິ່ນປົວຢ່າງທັນທີຈຶ່ງສາມາດຢຸດຢັ້ງພະຍາດທີ່ຈະເປັນໄດ້.

3 ມີບັນຫາໃນການສື່ສານ: ຖ້າຍາດພີ່ນ້ອງຂອງທ່ານມີບັນຫາໃນການສື່ສານຄືລົມກັບທ່ານບໍ່ເຂົ້າໃຈ ຫຼື ບໍ່ສາມາດຕອບສະໜອງໄດ້ຕາມປົກກະຕິ ອາດເປັນອາການຂອງພະຍາດສະໝອງເສື່ອມໄດ້. ນອກຈາກນີ້, ຖ້າມີອາການແປກໆ ເຊັ່ນ: ນອນບໍ່ຫຼັບ, ອາລົມປັ່ນປວນ, ຫງຸດຫງິດງ່າຍ ຫຼື ເຮັດສິ່ງທີ່ເໜືອຄວາມຄາດໝາຍ ທ່ານຄວນພາໄປພົບແພດເພື່ອກວດຫາຄວາມຜິດປົກກະຕິຕ່າງໆ ເພາະອາການເຫຼົ່ານັ້ນທີ່ເກີດຂຶ້ນອາດບົ່ງບອກເຖິງພະຍາດຮ້າຍໄດ້ສະເໝີ. ດັ່ງນັ້ນ, ຈຶ່ງບໍ່ຄວນປະປ່ອຍສັນຍານເຕືອນເຖິງພະຍາດອັນຕະລາຍຕ່າງໆເຫຼົ່ານີ້ເດັດຂາດ.

( ຂໍ້ມູນຈາກ: thaihealth.or.th )

( ຮຽບຮຽງ: ນຸ້ມນິ້ມ )