ສປປ ລາວ ກຽມເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5

187

ສປປ ລາວ ຈະໄດ້ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ( the 5th Mekong – Lancang Cooperation Foreign Ministers’ Meeting ) ໃນວັນທີ 20 ກຸມພາ 2020 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ໂດຍການເປັນປະທານຮ່ວມຂອງທ່ານລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານທີ່ປຶກສາແຫ່ງລັດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປ ຈີນ.

ຂອບການຮ່ວມມືແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ ໄດ້ສ້າງຕັ້ງຂຶ້ນໃນເດືອນມີນາ 2016 ໂດຍການຕົກລົງເຫັນດີຂອງຜູ້ນຳຈາກ 5 ປະເທດແມ່ນໍ້າຂອງ ( ກໍາປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ຫວຽດນາມ ) ແລະ ສປ ຈີນ ( ໃນນາມຄູ່ຮ່ວມພັດທະນາ ) ເຊິ່ງມີກົນໄກການຮ່ວມມືໃນ 3 ເສົາຄໍ້າ ປະກອບມີ: ການເມືອງ – ຄວາມໝັ້ນຄົງ; ການພັດທະນາເສດຖະກິດ; ສັງຄົມ – ວັດທະນະທໍາ ແລະ ການໄປ – ມາຫາສູ່ຂອງປະຊາຊົນໃນພາກພື້ນແມ່ນໍ້າຂອງ.

ພາບປະກອບຂ່າວເທົ່ານັ້ນ

ຂອບການຮ່ວມມືດັ່ງກ່າວ ປະກອບມີ 5 ຂົງເຂດບຸລິມະສິດ ຄື: ການບໍລິຫານຊັບພະຍາກອນນໍ້າ; ການພັດທະນາກະສິກໍາ ແລະ ລຶບລ້າງ ຄວາມທຸກຍາກ; ການເຊື່ອມໂຍງ ແລະ ເຊື່ອມຈອດ; ສ້າງຂີດຄວາມສາມາດໃນການຜະລິດ ແລະ ເສດຖະກິດຂ້າມຊາຍແດນ.

ພາບປະກອບຂ່າວເທົ່ານັ້ນ

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອທົບທວນຄືນການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມຜູ້ນຳແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ ຄັ້ງທີ 2, ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ ຄັ້ງທີ 4 ແລະ ແຜນປະຕິບັດງານ 5 ປີ ແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ ( 2018 – 2022 ) ແລະ ຈະໄດ້ຮ່ວມກັນປຶກສາຫາລືໃນການວາງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍແນໃສ່ການຮ່ວມກັນພັດທະນາເສດຖະກິດ – ສັງຄົມ, ໃນຂົງເຂດພາກພື້ນແມ່ນໍ້າຂອງ ບົນພື້ນຖານ 3 ເສົາຄໍ້າ ແລະ 5 ຂົງເຂດບຸລິມະສິດ. ນອກຈາກນິີ້, ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງໃນຄັ້ງນີ້ ເປັນການກະກຽມໃຫ້ແກ່ກອງປະຊຸມຜູ້ນຳ ແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ທີ່ ສປປ ລາວ ຈະເປັນເຈົ້າພາບຈັດຂຶ້ນໃນເດືອນມີນາ 2020 ທີ່ນະຄອນຫຼວງວຽງຈັນ.

[ ຂ່າວ: ກົມເສດຖະກິດ, ກະຊວງການຕ່າງປະເທດ ]