ຄະນະວິທະຍາສາດປ່າໄມ້ ຮ່ວມກັບ ບໍລິສັດ ບົວລະພາ ພັດທະນາບຸກຄະລາກອນ

256

ຄະນະວິທະຍາສາດປ່າໄມ້ ແລະ ບໍລິສັດ ບົວລະພາ ກະສິກຳ – ປ່າໄມ້ ຈຳກັດ ຈັດພິທີເຊັນບົດບັນທຶກການຕົກລົງຮ່ວມມືດ້ານວິຊາການ ເພື່ອເປັນການຮ່ວມມືກັນກໍ່ສ້າງບຸກຄະລາກອນໃຫ້ມີຄວາມຮູ້, ຄວາມສາມາດໃນການປະກອບອາຊີບວຽກງານ.

ພິທີເຊັນສັນຍາດັ່ງກ່າວ ຈັດຂຶ້ນໃນວັນທີ 14 ກຸມພາ 2020 ທີ່ຫ້ອງປະຊຸມຄະນະວິທະຍາສາດປ່າໄມ້ ລະຫວ່າງ ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຮອງອຳນວຍການ ບໍລິສັດ ບົວລະພາ ກະສິກຳ – ປ່າໄມ້ ຈຳກັດ ແລະ ທ່ານ ນາງ ລັດສະໝີ ບຸບຜາ ຄະນະບໍດີ ຄະນະວິທະຍາສາດປ່າໄມ້ ໂດຍມີ ທ່ານ ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ທ່ານ Jean – Bernard ເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ກ່າວວ່າ: ການເຊັນສັນຍາຄັ້ງນີ້ຈະສ້າງຜົນປະໂຫຍດໃຫ້ທັງສອງຝ່າຍ ເປັນຕົ້ນແມ່ນທາງ ບໍລິສັດ ບົວລະພາ ກະສິກຳ – ປ່າໄມ້ ຈະໄດ້ສ້າງບຸກຄະລາກອນໄປຮັບໃຊ້ໃນທຸລະກິດ ກໍຄືນັກສຶກສາທີ່ຈົບຈາກຄະນະວິທະຍາສາດປ່າໄມ້ ຈະໄດ້ໄປເຮັດວຽກຢູ່ ບໍລິສັດ ບົວລະພາ ຢູ່ໃນໂຮງງານໄມ້ອັດທີ່ກຳລັງກໍ່ສ້າງ ເຊິ່ງຈະສຳເລັດໃນປີ 2021 ນີ້ ທາງຄະນະວິທະຍາສາດປ່າໄມ້ ຈະໄດ້ຮັບທຶນກໍ່ສ້າງບຸກຄະລາກອນພາຍໃນຄະນະ ໃຫ້ມີ ຄວາມຮູ້, ຄວາມສາມາດໃນການປະກອບສ່ວນເຂົ້າໃນອາຊີບວຽກງານ ເມື່ອຮຽນຈົບຖືເປັນການກະຕຸກຊຸກຍູ້ໃຫ້ຄະນະໃນການສ້າງບຸກຄະລາກອນ.

ໄລຍະຜ່ານມາ ບໍລິສັດ ບົວລະພາ ໄດ້ຮ່ວມມືກັບຄະນະປ່າໄມ້ມາຫຼາຍປີແລ້ວ ເປັນຕົ້ນແມ່ນໄດ້ຮັບນັກສຶກສາລົງຝຶກງານຢູ່ໃນສວນກ້າເບ້ຍໄມ້, ໂຮງງານປຸງແຕ່ງໄມ້. ສຳລັບໂຄງການຮ່ວມມືຄັ້ງນີ້ ມີໄລຍະເວລາຈັດຕັ້ງປະຕິບັດ 5 ປີ ເຊິ່ງ ບໍລິສັດ ບົວລະພາ ກໍມີຄວາມຍິນດີທີ່ຈະນຳໃຊ້ໂອກາດນີ້ເພື່ອເຮັດໜ້າທີ່ໃຫ້ດີທີ່ສຸດໃນການສະໜັບສະໜູນຄະນະວິທະຍາສາດປ່າໄມ້ ບໍ່ພຽງແຕ່ໄລຍະເລີ່ມຕົ້ນຂອງອຸດສາຫະກຳອັນໃໝ່ຂອງພວກຂ້າພະເຈົ້າເທົ່ານັ້ນ ແຕ່ກໍຍັງຈະສືບຕໍ່ໃຫ້ການສະໜັບສະໜູນຄະນະວິຊາ ພາຍຫຼັງທີ່ໂຮງງານໄມ້ອັດໄດ້ສືບຕໍ່ພັດທະນາຢ່າງເຕັມຮູບແບບໃນອະນາຄົດ.

ຂ່າວ: ແກ້ວ; ຮູບ:ສອນໄຊ