ຮອງນາຍົກ ເນັ້ນໃຫ້ພັດທະນາດິຈິຕອລຮອງຮັບການຂັບເຄື່ອນເສດຖະກິດ

110

ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ຂະແໜງການ ປທສ ສືບຕໍ່ຄົ້ນຄວ້າສ້າງແຜນແມ່ບົດການຫັນທັນສະໄໝທາງດ້ານດິຈິຕອລ, ແຜນແມ່ບົດການກ້າວໄປສູ່ເສດຖະກິດດິຈິຕອລ, ແຜນແມ່ບົດການຫັນໄປສູ່ການຊໍາລະສະສາງທັນສະໄໝດ້ວຍດິຈິຕອລຂອງ ສປປ ລາວ ໂດຍສົມທົບກັບຂະແໜງການກ່ຽວຂ້ອງ ເພື່ອຍົກລະດັບການຄຸ້ມຄອງ ແລະ ພັດທະນາດິຈິຕອລໃນ ສປປ ລາວ ໃຫ້ເປັນລະບົບ, ຮອງຮັບການຂັບເຄື່ອນເສດຖະກິດ – ສັງຄົມ.

ໃນວັນທີ 13 ກຸມພາ 2020 ສູນການຮ່ວມມື ລາວ – ຍີ່ປຸນ ( ຫຼັກ 5 ) ນະຄອນຫຼວງວຽງຈັນ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ເຂົ້າຮ່ວມເປັນປະທານກອງປະຊຸມວຽກງານໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ( ປທສ ) ປີ 2019, ມີບັນດາທ່ານລັດຖະມົນຕີ/ຮອງລັດຖະມົນຕີ, ຄະນະກົມ/ທຽບເທົ່າ ແລະ ຄະນະພະແນກ ປທສ ແຂວງ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.

ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ( ປທສ ) ໄດ້ລາຍງານຜົນຂອງກອງປະຊຸມວຽກງານ ປທສ ໃນປີ 2019 ແລະ ທິດທາງແຜນການ ປະຈໍາປີ 2020 ເຊິ່ງຈະໄດ້ສືບຕໍ່ຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ ແລະ ແຜນພັດທະນາເສດຖະກິດ – ສັງຄົມໃນຂົງເຂດ ປທສ ເພື່ອເຮັດໃຫ້ວຽກງານດັ່ງກ່າວກາຍເປັນກຳລັງຂັບເຄື່ອນທີ່ແຂງແຮງເຂົ້າໃນການພັດທະນາເສດຖະກິດ, ສັງຄົມ, ວັດທະນະທຳ, ສິ່ງແວດລ້ອມ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ໂອກາດດັ່ງກ່າວ ທ່ານ ສົມດີ ດວງດີ ໄດ້ເນັ້ນໜັກໃຫ້ຂະແໜງການ ປທສ ສືບຕໍ່ສ້າງ ແລະ ປັບປຸງນະໂຍບາຍ ແລະ ຍຸດທະສາດທີ່ຖືກຕ້ອງສອດຄ່ອງກັບແນວທາງນະໂຍບາຍຂອງພັກລະບຽບກົດໝາຍຂອງລັດຖະບານ ກໍຄືສະພາບການປ່ຽນແປງຂອງດິຈິຕອລໃນແຕ່ລະໄລຍະ, ຕ້ອງເປັນເຈົ້າການເລັ່ງຄົ້ນຄວ້າສ້າງແຜນແມ່ບົດການຫັນເປັນທັນສະໄໝ, ແຜນແມ່ບົດການກ້າວໄປສູ່ເສດຖະກິດດິຈິຕອລ, ແຜນແມ່ບົດການຫັນໄປສູ່ການຊໍາລະສະສາງທັນສະໄໝດ້ວຍດິຈິຕອລຂອງ ສປປ ລາວ ໂດຍສົມທົບກັບຂະແໜງການກ່ຽວຂ້ອງ ເພື່ອຍົກລະດັບການຄຸ້ມຄອງ ແລະ ພັດທະນາດິຈິຕອລໃນ ສປປ ລາວ ໃຫ້ເປັນລະບົບ, ຮອງຮັບການຂັບເຄື່ອນເສດຖະກິດ – ສັງຄົມ.

ຄຽງຄູ່ກັບການສ້າງ ແລະ ປັບປຸງບັນດານິຕິກໍາ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການເຄື່ອນໄຫວຄຸ້ມຄອງ ຕໍ່ການດໍາເນີນດ້ານທຸລະກິດດິຈິຕອລ ໂດຍສະເພາະການບໍລິຫານລັດດ້ວຍເອເລັກໂຕຣນິກ, ການທະນາຄານເອເລັກໂຕຣນິກ, ການຄ້າເອເລັກໂຕຣນິກ ແລະ ການຫັນເປັນສັງຄົມຂໍ້ມູນ – ຂ່າວສານ, ສະກັດກັ້ນການນໍາໃຊ້ດິຈິຕອລເປັນພາຫະນະໃນການກໍ່ຄວາມບໍ່ສະຫງົບ, ການໃສ່ຮ້າຍປ້າຍສີ ຫຼື ສ້າງຄວາມວຸ່ນວາຍໃຫ້ແກ່ສັງຄົມ, ຄົ້ນຄວ້າສ້າງນະວັດຕະກໍາໃໝ່ຂອງການນໍາໃຊ້ໄອຊີທີ ເພື່ອເປັນພື້ນຖານໃນການຊຳລະສະສາງ ແລະ ເກັບລາຍຮັບເຂົ້າງົບປະມານຜ່ານລະບົບໂທລະສັບມືຖື ( Mobile Money ).

ພ້ອມທັງຊ່ວຍສົ່ງເສີມທຸລະກິດຂະໜາດນ້ອຍ, ຂະໜາດກາງ ( SMEs ) ແລະ ຜູ້ປະກອບການໃໝ່ ( Start Up ) ໃນການເຂົ້າຫາແຫຼ່ງທຶນ, ເຂົ້າເຖິງການຄ້າຂາຍທາງເອເລັກໂຕຣນິກ ( E-Commerce ) ເພື່ອສ້າງວຽກເຮັດ – ສ້າງລາຍໄດ້ໃຫ້ປະຊາຊົນໄດ້ຢ່າງແທ້ຈິງ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນກວ່າເກົ່າ, ປະເທດຊາດຮັ່ງມີ, ເຂັ້ມແຂງ, ສີວິໄລ ແລະ ຍຸຕິທໍາພິເສດແມ່ນເພື່ອຊ່ວຍເຮັດໃຫ້ລັດຖະບານສາມາດຈັດເກັບລາຍຮັບເຂົ້າງົບປະມານແຫ່ງຊາດໄດ້ຕາມຄາດໝາຍ, ສະດວກສະບາຍໂປ່ງໃສ ແລະ ກວດສອບໄດ້.