ລັດຖະບານໃຫ້ທຶນ 200 ຕື້ກີບ ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ

189

ລັດຖະບານໄດ້ມີຄວາມພະຍາຍາມໃນການສືບຕໍ່ແກ້ໄຂ ບັນຫາການເຂົ້າເຖິງແຫຼ່ງທຶນ ຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ຫຼື SME ໃຫ້ເປັນຮູບປະທຳ ໂດຍໄດ້ປັບດຳລັດວ່າດ້ວຍກອງທຶນສົ່ງເສີມ ແລະ ພັດ ທະນາ SME ສະບັບເລກທີ 123/ນຍ ມາເປັນດຳລັດວ່າດ້ວຍກອງທຶນສົ່ງເສີມ SME ສະບັບເລກທີ 299/ລບ ລົງວັນທີ 04 ກັນຍາ 2019 ທີ່ມີການກຳນົດຊັດເຈນ ກ່ຽວກັບເປົ້າໝາຍ ແລະ ເງື່ອນໄຂຕ່າງໆ ຂອງການນໍາໃຊ້ທຶນທີ່ລັດຖະບານປະກອບໃຫ້ ແລະ ແຫຼ່ງທຶນອື່ນໆ. ພາຍຫຼັງດຳລັດໄດ້ຮັບການປັບປຸງ ລັດຖະບານໄດ້ປະກອບທຶນໃຫ້ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ທສວ ) ຈຳນວນ 200 ຕື້ກີບຕໍ່ປີ ໃນໄລຍະເວລາ 10 ປີ.

ພາບປະກອບຂ່າວເທົ່ານັ້ນ

ບ້ວງເງິນ 200 ຕື້ກີບ ທີ່ລັດຖະບານປະກອບໃຫ້ ທສວ ນີ້ຈະຖືກແບ່ງອອກເປັນ 3 ບ້ວງ ຄື: 91% ຂຶ້ນໄປ ຫຼື 182 ຕື້ກີບ ແມ່ນຈະນຳໄປປ່ອຍສິນເຊື່ອໃຫ້ SME ຜ່ານທະນາຄານທຸລະກິດ ແລະ ສະຖາບັນການເງິນອື່ນໆ ໃນອັດຕາດອກເບ້ຍທີ່ຕໍ່າ ຫຼື ບໍ່ເກີນ 8%; 16 ຕື້ກີບ ຈະນໍາໃຊ້ເຂົ້າໃນວຽກງານສ້າງຄວາມເຂັ້ມແຂງໃຫ້ SME ໂດຍຜ່ານໂຄງການສົ່ງເສີມວິຊາການ ແລະ ຈຳນວນທີ່ເຫຼືອຈະນໍາໃຊ້ເຂົ້າໃນວຽກງານຈັດຊື້ – ຈັດຈ້າງຂອງ ທສວ. ເວົ້າສະເພາະດ້ານສິນເຊື່ອແມ່ນແນໃສ່ປ່ອຍໃຫ້ SME ທີ່ນອນໃນ 4 ຂົງເຂດບຸລິມະສິດຂອງລັດຖະບານ ຄື: ຂະແໜງອຸດສາຫະກໍາປຸງແຕ່ງຜະລິດຕະພັນກະສິກຳ, ຂະແໜງຫັດຖະກຳ, ຂະແໜງກະສິກຳປູກຝັງ ແລະ ລ້ຽງສັດ ແລະ ຂະແໜງທ່ອງທ່ຽວ ແລະ SME ທີ່ປະກອບກິດຈະການຢູ່ໃນເຂດຫ່າງໄກສອກຫຼີກ ແລະ ເຂດທຸກຍາກ ຕາມການກຳນົດຂອງລັດຖະບານໃນແຕ່ລະໄລຍະຈະຖືກຈັດຢູ່ໃນກຸ່ມບຸລິມະສິດ.

ພາບປະກອບຂ່າວເທົ່ານັ້ນ

ເຖິງຢ່າງໃດກໍຕາມ SME ທີ່ຈະໄດ້ຮັບການພິຈາລະນາສິນເຊື່ອບ້ວງນີ້ຕ້ອງມີຄຸນລັກສະນະ ດັ່ງນີ້:

1 ມີແຜນດໍາເນີນທຸລະກິດທີ່ຈະແຈ້ງ ແລະ ຊັດເຈນ

2 ໄດ້ຮັບການຝຶກອົບຮົມສ້າງ ຄວາມເຂັ້ມແຂງຈາກຂະແໜງອຸດສາຫະກໍາ ແລະ ການຄ້າ ຫຼື ພາກສ່ວນອື່ນ ທີ່ໄດ້ຮັບການຢັ້ງຢືນຢ່າງເປັນທາງການຈາກຂະແໜງອຸດສາຫະກໍາ ແລະ ການຄ້າ

3 ເປັນວິສາຫະກິດທີ່ຖືບັນຊີຕາມກົດໝາຍວ່າດ້ວຍການບັນຊີ ແລະ ບໍ່ເປັນໜີ້ບໍ່ເກີດດອກອອກຜົນຢູ່ນໍາທະນາຄານທຸລະກິດ ຫຼື ສະຖາບັນການເງິນອື່ນ

4 ເປັນຂະແໜງການທີ່ມີຜົນຕອບແທນດ້ານທຸລະກິດ ເພື່ອຮັບປະກັນໃຫ້ ທສວ ມີຄວາມຍືນຍົງ.

ພາບປະກອບຂ່າວເທົ່ານັ້ນ

ພ້ອມກັນນັ້ນ, SME ຕ້ອງຂຶ້ນທະບຽນວິສາຫະກິດຢ່າງຖືກຕ້ອງຕາມກົດໝາຍວິສາຫະກິດ ແລະ ສອດຄ່ອງກັບນິຍາມຂອງ SME ໃນດໍາລັດວ່າດ້ວຍການຈັດແບ່ງຂະໜາດວິສາຫະກິດຂະໜາດນ້ອຍ ແລະ ກາງຂອງລັດຖະບານ ສະບັບເລກທີ 25/ລບ ລົງວັນທີ 16 ມັງກອນ 2017.

ລາຍລະອຽດກ່ຽວກັບທະນາຄານທຸລະກິດ ທີ່ຈະເຂົ້າຮ່ວມໂຄງການ ແລະ ໂຄງການລົງທຶນຂອງ SME ທີ່ມີເງື່ອນໄຂໄດ້ຮັບສິນເຊື່ອ ຈະສາມາດເຜີຍແຜ່ໄດ້ພາຍຫຼັງທີ່ຜ່ານການຮັບຮອງຈາກສະມາຊິກສະພາບໍລິຫານ ທສວ ໃນກອງປະຊຸມສະພາບໍລິຫານ ທສວ ຄັ້ງທີ II ທີ່ຈະມາເຖິງນີ້.