ຊຽງຂວາງ ພ້ອມທຸກດ້ານເປັນເຈົ້າພາບກີລາແຫ່ງຊາດ

146

ການກະກຽມເປັນເຈົ້າພາບຈັດງານກີລາແຫ່ງຊາດ ຄັ້ງທີ 11 ຂອງແຂວງຊຽງຂວາງ, ການສະເຫຼີມສະຫຼອງທົ່ງໄຫຫີນເປັນມໍລະດົກໂລກ ແລະ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ ທີ່ຈະຈັດຂຶ້ນໃນວັນທີ 22 ມີນາ ແມ່ນມີຄວາມພ້ອມເກືອບ 100% ແລ້ວ, ສ່ວນເສດຖະກິດປີ 2020 ນີ້ ຈະສູ້ຊົນໃຫ້ຂະຫຍາຍຕົວບໍ່ຫຼຸດ 8,5% ໂດຍຈະຖືເອົາການລ້ຽງສັດໃຫຍ່ ແລະ ການຜະລິດເຂົ້າໄກ່ນ້ອຍ ເປັນສິນຄ້າເພື່ອສົ່ງອອກຊຸກຍູ້ການທ່ອງທ່ຽວ.

ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງ ໃຫ້ສໍາພາດວ່າ: ທ່າແຮງເສດຖະກິດແຂວງຊຽງຂວາງ ອັນຕົ້ນຕໍທີ 1 ແມ່ນການລ້ຽງສັດໃຫຍ່ເປັນສິນຄ້າ ແລະ ອັນດັບທີ 2 ແມ່ນການທ່ອງທ່ຽວ ໂດຍສະເພາະການແມ່ນຕິດພັນກັບທົ່ງໄຫຫີນເປັນມໍລະດົກໂລກ ຫຼັງຈາກທີ່ອົງການຢູເນັສໂກ ໄດ້ຮັບຮອງໃນວັນທີ 6 ກໍລະກົດ 2019, ສ່ວນທ່າແຮງອັນທີ 3 ແມ່ນການປູກພືດຕົ້ນໄມ້ເຂດໜາວ.

ຜ່ານການພັດທະນາຕົວຈິງເຫັນວ່າໃນປີ 2019 ລະດັບເສດຖະກິດຂະຫຍາຍຕົວ 8,2% ຖືວ່າຢູ່ໃນລະດັບປານກາງ, ສ່ວນອັນພົ້ນເດັ່ນແຕ່ປີ 2018 – 2019 ແມ່ນເລື່ອງການລົງທຶນ ໂດຍສະເພາະແມ່ນໂຄງການລ້ຽງງົວທີ່ກົງກັບທ່າແຮງເສດຖະກິດເບີ 1 ຂອງແຂວງຊຽງຂວາງ ທັງງົວພັນຊີ້ນ ແລະ ງົວພັນນົມ ເຊິ່ງເປັນການຮ່ວມມືກັນລະ ຫວ່າງ ບໍລິສັດພັດທະນາກະສິກຳ ລາວ-ຍີ່ປຸ່ນ ກັບ ບໍລິສັດ ຫຸ້ນສ່ວນນົມຫວຽດນາມ (ວີນາມິວ) ສະເພາະປີ 2019-2022 ມີມູນຄ່າການລົງທຶນ 120 ລ້ານໂດລາ ສະເລ່ຍການລ້ຽງງົວບໍ່ໃຫ້ຫຼຸດ 15 ພັນໂຕ; ສ່ວນປີ 2023-2028 ຈະເພີ່ມທຶນເປັນ 380 ລ້ານໂດລາ ລວມທັງໝົດແຕ່ນີ້ຈົນເຖິງປີ 2028 ຈະຖືກຢູ່ 500 ລ້ານໂດລາ.

ທ່ານເຈົ້າແຂວງກ່າວຕື່ມວ່າ: ສ່ວນປີ 2020 ພວກເຮົາຈະສູ້ຊົນໃສ່ການຜະລິດເຂົ້າ ໂດຍສະເພາະແມ່ນການຜະລິດເຂົ້າໄກ່ນ້ອຍ ບໍ່ໃຫ້ຫຼຸດຈຳນວນເກົ່າ ແລະ ທຸ່ມເທໃສ່ການລ້ຽງສັດ ດ້ວຍການສົ່ງເສີມເພີ່ມຕື່ມບໍ່ສະເພາະແຕ່ບໍລິສັດໃຫຍ່ເຂົ້າມາ ຍັງລວມເຖິງພໍ່ແມ່ປະຊາຊົນນຳອີກ, ຂະນະທີ່ຄາດໝາຍປີນີ້ແມ່ນຍູ້ໜູນໃຫ້ເສດຖະກິດຂະຫຍາຍຕົວ 8,5% ແລະ ຄາດວ່າມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຈະເປັນອີກແຮງໃນການກະຕຸ້ນເສດຖະກິດ ເພາະຈະບໍ່ແມ່ນແຕ່ງານກີລາເທົ່ານັ້ນ ເພາະລັດຖະບານໄດ້ຕົກລົງເອົາງານສະເຫຼີມສະຫຼອງໄຫຫີນເປັນມໍລະດົກເຂົ້າຮ່ວມນໍາອີກ ເປັນການໂຄສະນາເຮັດໃຫ້ດຶງດູດ ນັກທ່ອງທ່ຽວຫຼັ່ງໄຫຼເຂົ້າມາແຂວງຊຽງຂວາງ ນັບມື້ຫຼາຍຂຶ້ນ.

ພ້ອມຍັງມີຂ່າວດີເພາະລັດຖະບານໄດ້ຕົກລົງປັບປຸງສະໜາມບິນເຂດທົ່ງຫີນ ເພື່ອໃຫ້ຍົນໃຫຍ່ສາມາດລົງຈອດໄດ້ ແລະ ນັກທ່ອງທ່ຽວສາມາດເຂົ້າມາໂດຍກົງ ຈະເປັນການກະຕຸກຊຸກຍູ້ການທ່ອງທ່ຽວຂອງແຂວງໃຫ້ພົ້ນເດັ່ນຂຶ້ນຕື່ມ, ອັນທີ 2 ແມ່ນເສັ້ນທາງແຕ່ບ້ານນາມອນ ເມືອງວັງວຽງ ແຂວງວຽງຈັນ ຜ່ານ ແຂວງໄຊສົມບູນ ເຂົ້າສູ່ແຂວງ ຊຽງຂວາງ ເຊິ່ງໃນປີ 2020 ລັດຖະບານໄດ້ເອົາເຂົ້າແຜນ ແລະ ຢູ່ໃນຂັ້ນຕອນການປະມູນ ເຊິ່ງຈະເຮັດໃຫ້ການສັນຈອນສະດວກຂຶ້ນຕື່ມ.

ສຳລັບການກະກຽມຄວາມພ້ອມ 3 ງານສໍາຄັນ ຜ່ານການກວດກາໃນຕົ້ນເດືອນກຸມພາ ແມ່ນໄດ້ກະກຽມ ຄວາມພ້ອມແລ້ວທັງບ່ອນພັກ, ບ່ອນແຂ່ງຂັນ; ສ່ວນສະໜາມກີລາໃຫຍ່ໃຊ້ໃນການເປີດ-ປິດກີລາແຫ່ງຊາດ ຄັ້ງທີ 11 ກໍສໍາເລັດແລ້ວເຫຼືອແຕ່ການປັບປຸງພື້ນສະໜາມ ແລະ ບົວລະບັດ; ຂະນະທີ່ດ້ານອາຫານການກິນບັນດາຮ້ານອາຫານກໍພ້ອມເຊັ່ນດຽວກັນ ທ່ານເຈົ້າແຂວງກ່າວ.

ທ່່ານເຈົ້າແຂວງຍັງໄດ້ເຊີນຊວນພີ່ນ້ອງຊາວລາວມາຢ້ຽມຢາມແຂວງຊຽງຂວາງ ເພື່ອເຂົ້າຮ່ວມ 3 ງານສຳຄັນດັ່ງກ່າວ ພ້ອມກັບມາທ່ອງທ່ຽວສະຖານທີ່ທ່ອງທ່ຽວຂອງແຂວງ ທັງດ້ານທໍາມະຊາດ ແລະ ທາງປະຫວັດສາດ ເປັນຕົ້ນແມ່ນທົ່ງໄຫຫີນ, ຖໍ້າປິວ, ພູກູດຈອມເຫຼັກ, ພະເຈົ້າອົງຫຼວງ.