ຢາກກິນຜັກແຊບ! ບໍ່ແມ່ນພຽງການປຸງແຕ່ງ ແຕ່ການເກັບຜົນຜະລິດໃນເວລາເໝາະສົມກໍ່ມີສ່ວນ

223

ຍ້ອນທໍາມະຊາດຂອງຜັກແຕ່ລະຊະນິດມີອາຍຸການເກັບກ່ຽວທີ່ບໍ່ຄືກັນ, ດັ່ງນັ້ນກ່ອນປູກ ຈຶ່ງຈໍາເປັນຕ້ອງຮູ້ໄລຍະເວລາເກັບກ່ຽວທີ່ເໝາະສົມ ປູກຜັກ ວ່າປູກຈັກມື້ເຖິງຈະນໍາມາບໍລິໂພກໄດ້ແບບແຊບຊ້ອຍ. ໂດຍທົ່ວໄປແລ້ວ ຜັກຖືກແບ່ງກຸ່ມໄດ້ຫຼາຍແບບ ເຊັ່ນ ຜັກກິນໃບ, ຜັກກິນໝາກ, ຜັກກິນດອກ ແລະ ຜັກກິນຫົວ ຫຼືແບ່ງອີກແບບເຊັ່ນ: ຜັກເປັນເຄືອ, ຜັກລົ້ມລຸກ ແລະ ອີກຫຼາຍໆຊະນິດ ເຊິ່ງອາຍຸການເກັບກ່ຽວຈະຊ້າ ຫຼື ໄວ ຂຶ້ນຢູ່ກັບລັກສະນະຂອງຊະນິດພັນທີ່ຫຼາກຫຼາຍ ແລະ ສະພາບອາກາດໃນຊ່ວງໄລຍະນັ້ນໆ.

ແນວໃດກໍ່ດີ ເພື່ອໃຫ້ງ່າຍຕໍ່ການຈື່ຈໍາໄລຍະເວລາເກັບພືດຜັກ ຈຶ່ງຂໍນໍາຂໍ້ມູນປະເພດຂອງພືດຜັກມາໃຫ້ສຶກສານໍາກັນ ເຊິ່ງແຕ່ລະຊະນິດທີ່ຜູ້ຂຽນຈະຍົກມາແນະນໍາໃນມື້ນີ້ລ້ວນແຕ່ມີອາຍຸການເກັບກ່ຽວທີ່ໃກ້ຄຽງກັນ ທັ້ງຍັງມີອາຍຸເບ້ຍທີ່ເໝາະສໍາລັບລົງປູກໃສ່ໜານໃນຊ່ວງເວລາທີ່ບໍ່ແຕກຕ່າງກັນ ປະມານ 7 ຫາ 14ວັນ ຫຼື ມີໃບງອກປະມານ 4ໃບ ກໍ່ສາມາດຍ້າຍຈາກກະຖັງລົງປູກໄດ້ເລີຍ ແລະ ບາງຊະນິດກໍ່ສາມາດຫວ່ານແກ່ນລົງໜານປູກໄດ້ເລີຍ, ເຊິ່ງສາມາດຈັດແບ່ງໄດ້ດັ່ງນີ້:

ຜັກກິນໃບ ແລະ ຕົ້ນ: ປະເພດນີ້ ມີອາຍຸການເກັບກ່ຽວ 1 ຫາ 2 ເດືອນ, ສ່ວນອາຍຸການກ້າເບ້ຍຈະຢູ່ທີ່ 7 ຫາ 10 ວັນ ຫຼື ມີໃບງອກ 4ໃບ, ສ່ວນຫຼາຍມີອາຍຸສັ້ນ, ໃຫຍ່ໄວ ເຊັ່ນ ຜັກບົ້ງ, ຜັກຫອມ ແລະ ຜັກຊີ ມີອາຍຸພຽງ 40 ຫາ 60 ວັນ ສາມາດເກັບກ່ຽວໄດ້.

ຜັກກິນໝາກ: ຜັກຊະນິດນີ້ໃຊ້ເວລາປູກດົນກວ່າຜັກກິນໃບ ເພາະຕ້ອງຜ່ານໄລຍະເວລາຫຼັງປູກລົງໜານ ແລະ ລໍຖ້າດົນໄປຈົນເຖິງໄລຍະທີ່ໃຫຍ່ເຕັມໄວ ຕິດດອກ, ອອກຜົນ ເຖິງແມ່ນວ່າຈະໃຊ້ເວລາໃນການປູກດົນ ແຕ່ເມື່ອລໍາຕົ້ນໃຫຍ່ເຕັມທີ່ແລ້ວກໍ່ພ້ອມໃຫ້ເກັບໝາກໄວ້ບໍລິໂພກແບບຍາວນານ ກວ່າ 3ເດືອນ ເປັນຕົ້ນ ໝາກເຂຶືອ, ໝາກເຫຼັ່ນ ແລະ ໝາກເຜັດ.

ຜັກກິນຫົວ: ແມ່ນຜັກທີ່ມີຮາກ ຫຼື ລໍາຕົ້ນໃນດິນໃຊ້ສະສົມອາຫານເພື່ອເຕີບໂຕເປັນຕົ້ນໃໝ່, ຜັກປະເພດນີ້ໃຊ້ເວລາສະສົມອາຫານຂ້ອນຂ້າງດົນ ຈົນກວ່າຈະມີຂະໜາດສົມບູນເໝາະສົມ ຂະນະດຽວກັນກໍ່ສາມາດເກັບກ່ຽວໄດ້ເປັນເວລາດົນເຖິງ 10ປີ ເຊັ່ນ: ຂ່າ, ຂີງ ເຫຼົ່ານີ້ເປັນຕົ້ນ.