ສາວນັກສຶກສາວິທະຍາສາດສິ່ງແວດລ້ອມ MVT 02 ພູມະລິນ ສຸລິບຸດ (ຕາໜອຍ)

185

ອີກໜຶ່ງສາວ MVT 02 ພູມະລິນ ສຸລິບຸດ ຫຼື ສາວ ຕາໜອຍ ສາວຜູ້ມີເປົ້າໝາຍຊີວິດວ່າ ຫລັງຈາກຮຽນຈົບ ຢາກເຮັດວຽກທີ່ໄດ້ນໍາໃຊ້ສິ່ງທີ່ຮຽນມາ ເພື່ອໃຫ້ເກີດປະໂຫຍດໃຫ້ຫຼາຍທີ່ສຸດ ໜຶ່ງໃນນາງສາວທີ່ຜ່ານເຂົ້າຮອບ 30 ຄົນ ໃນເວທີປະກວດ ນາງສາວນະຄອນຫຼວງ 2020.

ຕາໜອຍ ພູມະລິນ ສຸລິບຸດ ປັດຈຸບັນອາຍຸ 22 ປີ ຢູ່ບ້ານດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ກໍາລັງຮຽນຢູ່ມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາດສິ່ງແວດລ້ອມ ສາຂາການຈັດການສິ່ງແວດລ້ອມ,

ສາວຕາໜອຍບອກວ່າ: ເວທີການປະກວດນາງສາວງາມເປັນຈຸດມຸ້ງໝາຍຂອງແມ່ຍິງທຸກໆຄົນ ເຊີ່ງເວທີນາງສາວນະຄອນຫຼວງກໍ່ເປັນອີກໜຶ່ງໃນຈຸດໝາຍຂອງນ້ອງ ແລະ ການທີ່ນ້ອງໄດ້ເປັນໜຶ່ງໃນສາວງາມແມ່ນຈະກາຍເປັນຄວາມພູມໃຈຂອງນ້ອງ ແລະ ຄົນໃນຄອບຄົວອີກດ້ວຍ.

ນ້ອງຈະໃຊ້ເວທີນີ່ເປັນສື່ກາງໃນການສະແດງອອກດ້ານຄວາມຮູ້ຄວາມສາມາດ ແລະ ເປັນເວທີພິສູດໂຕເອງ ແລະ ຮຽນຮູ້ໄປພ້ອມໆກັນເຊັ່ນ ການໄດ້ພົບກັບສາວງາມ, ການສ້າງມິດຕະພາບໃໝ່ໆ, ໄດ້ຮຽນຮູ້ວິທີການວາງໂຕໃນສັງຄົມ, ກິລິຍາມາລະຍາດ ຈົນໄປຮອດວິທີການຢ່າງ ແລະ ການນົບ ເພື່ອທີ່ຈະໄດ້ນໍາເອົາມາປັບປຸງໂຕເອງ.

ນ້ອງຄິດວ່າຈຸດເດັ່ນຂອງນ້ອງແມ່ນຄວາມພະຍາຍາມ, ຄວາມຕັ້ງໃຈໃນການເຮັດແຕ່ລະກິດຈະກໍາ ເພື່ອໃຫ້ຜົນອອກມາດີທີ່ສຸດ, ຜ່ານມານ້ອງເຄີຍເປັນນັກສິນລະປະຕັ້ງແຕ່ຕອນຢູ່ຊັ້ນປະຖົມຈົນຈົບມັດຖະຍົມ ເມື່ອຂື້ນມະຫາໄລ ນ້ອງຢາກຫາປະສົບການໃໝ່ ເລີຍໄດ້ສະແດງບົດລະຄອນສອງເທື່ອ ແລະ ເປັນພິທີກອນໃຫ້ຄະນະ.

ຜ່ານມາບໍ່ທັນມີຜົນງານໃນວົງການບັນເທີງ, ສໍາຫຼັບຕົວນ້ອງເອງບໍ່ມີເຄັດລັບສະເພາະເຈາະຈົງໃນການຮັກສາສຸຂະພາບ ແຕ່ນ່ອງເນັ້ນໃສ່ການເບິ່ງແຍງຮ່າງກາຍຢ່າງເໝາະສົມເຊັ່ນວ່າ ການອອກກໍາລັງກາຍເປັນປະຈໍາໃນເວລາຫວ່າງ, ເວລາຫວ່າງສ່ວນໃຫ່ຍມັກປູກຕົ້ນໄມ້ (ຢູ່ບ້ານປູກຕົ້ນກຸລາບ ກັບຕົ້ນສະຕໍເບີລີ),

ສ່ວນຜູ້ຊາຍໃນສະເປັກແມ່ນມັກຄົນສຸພາບ, ໃຫ້ກຽດຜູ້ຍິງ, ອົບອຸ່ນ ແລະ ເປັນຄົນທີ່ໃຈເຢັນ ເພາະ ນ້ອງເປັນຄົນໃຈຮ້ອນ ຮາຮາ,

ຕາໜອຍ ມີອ້າຍນ້ອງສີ່ຄົນ, ນ້ອງເປັນລູກຄົນທີສອງ (ເປັນລູກສາວດຽວ); ເປົ້າໝາຍໃນອານາຄົດ ຫຼັງຈາກຮຽນຈົບຢາກເຮັດວຽກທີ່ໄດ້ໃຊ້ຄວາມຮູ້ ຄວາມສາມາດທີ່ມີ ໃຫ້ເກີດປະໂຫຍດຫຼາຍທີ່ສຸດ ແລະ ເປົ້າໝາຍສູງສຸດແມ່ນຢາກມີອາຊີບທີ່ໝັ້ນຄົງ ສາມາດເບີ່ງແຍງພໍ່ແມ່, ຊ່ວຍເຫຼືອອ້າຍນ້ອງ ລວມໄປເຖິງຍາດຕິພີ່ນ້ອງໃຫ້ກ້າວໜ້າຢ່າງໝັ້ນຄົງໄປພ້ອມໆກັນ.