ນັກເຕະເຍົາວະຊົນ ລ໋ອບ ສະເຕດ້ຽມ – ວຽງຈັນ ເອັຟເອ ຮອດໄທ ມື້ອື່ນຄັດໄປ ສະຫະລັດອາເມຣິກາ (ຄລິບ)

76

ລ໊ອບ ສະເຕດ້ຽມ (LOB STADIUM FA) ແລະ ວຽງຈັນ ເອັຟເອ (VIENTIANE FA) ອອກເດີນທາງໄປຮອດໄທ ເປັນທີ່ຮຽບຮ້ອຍໃນວັນນີ້ທີ 14 ກຸມພາ 2020 ແລະ ຮອດທີ່ພັກໃນຕອນແລງ ກ່ອນທີ່ມື້ອື່ນຈະເລີ່ມເຂົ້າຮ່ວມຄັດເລືອກໃນໂຄງການ U.S. COLLEGE SPORTS CAMP ASIA TRY OUT ທີ່ສະໜາມກີລາແຫ່ງຊາດປະເທດໄທ ຫົວໝາກ ນະຄອນຫຼວງບາງກອກ ປະເທດໄທ ລະຫວ່າງວັນທີ 15-16 ກຸມພາ 2020 ເພື່ອລຸ້ນຄວ້າສິດໄປຝຶກບານເຕະ ແລະ ສຶກສາຕໍ່ທີ່ປະເທດສະຫະລັດອາເມຣິກາ.

ທ່ານ ອາລ໋ອບ ມະນີບົດ ປະທານສະໂມສອນ ລ໋ອບສະເຕດ້ຽມ ໃຫ້ສໍາພາດກ່ອນອອກເດີນທາງໃນຕອນເຊົ້າຂອງວັນທີ 14 ມັງກອນ 2020 ວ່າ: ລ໊ອບ ສະເຕດ້ຽມ ໄດ້ຮັບເຊີນໄປຄັດເລືອກ ໃນໂຄງການ U.S. COLLEGE SPORTS CAMP ASIA TRY OUT, ເຊິ່ງເປັນໂຄງທີ່ຈະຄັດເອົານັກກີລາດີເດັ່ນທີ່ສຸດ 1 ຄົນ ໄປຝຶກບານເຕະ ແລະ ສຶກສາຕໍ່ທີ່ ສະຫະລັດອາເມຣິກາ.

“ ການໄປຄັ້ງນີ້ແມ່ນໄດ້ມີການຄັດເລືອກເອົານັກກີລາຮຸ່ນອາຍຸບໍ່ເກີນ 12 – 18 ປີ ຈາກສະໂມສອນ ລ໋ອບ ສະເຕດ້ຽມ ສົມທົບກັບ ວຽງຈັນ ເອັຟເອ ລວມທັງໝົດມີ 11 ຄົນ ເພື່ອໄປຮ່ວມຄັດເລືອກໃນໂຄງການດັ່ງກ່າວ ລະຫວ່າງວັນທີ 15-16 ກຸມພາ 2020 ທີ່ສະໜາມກີລາແຫ່ງຊາດປະເທດໄທ ຫົວໝາກ ໂດຍຈະມີນັກກີລາຈາກສະໂມສອນໃນປະເທດໄທ ທີ່ຄວ້າມາຮ່ວມຄັດເລືອກຫຼາຍກວ່າ 100 ຄົນ ເຊິ່ງການຄັດເລືອກແມ່ນຈະໄດ້ຮັບການຝຶກສອນຈາກຄູຝຶກທີ່ມີປະສົບການ ແລະ ຈະມີການຈັດທີມແບ່ງກັນແຂ່ງຂັນ ເພື່ອຄັດເອົານັກເຕະທີ່ດີທີ່ສຸດ 1 ຄົນຄວ້າທຶນການສຶກສາ ແລະ ຝຶກບານເຕະ 100% ທີ່ສະຫະລັດອາເມຣິກາ ”

ສໍາລັບ ຕາຕະລາງການຝຶກຊ້ອມມື້ອື່ນວັນທີ 15 ກຸມພາ 2020 ຈະເລີ່ມມີຄູຝຶກທີ່ມີປະສົບການມາຝຶກສອນໃຫ້ ນັກເຕະເຍົາວະຊົນ ຈາກຫຼາຍປະເທດທີ່ເຂົ້າຮ່ວມ ໃນຕອນເຊົ້າ ແລະ ຕອນແລງຈະມີການແບ່ງທີມຈັດການແຂ່ງຂັນ ( ເປັນແນວໃດຈະລາຍງານໃຫ້ຊາບ ແລະ ອາດມີການໄລທ໌ສົດໃຫ້ຊົມ )