ລັດເລັ່ງສ້າງແຮງງານລາວສະໜອງແກ່ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ

211

ປັດຈຸບັນ ມີແຮງງານລາວທີ່ໄດ້ເຮັດວຽກຢູ່ໃນໂຄງການສ້າງເສັ້ນທາງລົດໄຟລາວ-ຈີນ ພຽງ 3ພັນກວ່າຄົນ ແຕ່ຄວາມຕ້ອງການມີເກືອບ 20ພັນຄົນ, ສ່ວນແຮງງານໃນໂຄງການປັດຈຸບັນ ມີຫຼາຍກວ່າ 24 ພັນຄົນ ລວມທັງແຮງງານລາວ ແລະ ຕ່າງປະເທດ. ຂະນະດຽວກັນລັດຖະບານກໍ່ຕັ້ງເປົ້າເຮັດໃຫ້ແຮງງານລາວໄດ້ເຂົ້າເຮັດວຽກນໍາໂຄງການດັ່ງກ່າວໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ ເພື່ອເປັນການເກັບກ່ຽວປະສົບການໃນການເຮັດວຽກ, ມີວຽກເຮັດງານທຳ ແລະ ມີຊີວິດການເປັນຢູ່ທີ່ດີຂື້ນ

ໃນກອງປະຊຸມປຶກສາຫາລືກ່ຽວກັບການຄຸ້ມຄອງແຮງງານຢູ່ໂຄງການກໍ່່ສ້າງເສັ້ນທາງລົດໄຟລາວ-ຈີນ ຢູ່ ແຂວງ ຫຼວງພະບາງ, ວັນທີ 14 ກຸມພາ ນີ້, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ວ່າ: ປັດຈຸບັນແຮງງານລາວ ທີ່ເຮັດວຽກໃນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມີພຽງແຕ່ 3 ພັນກ່ວາຄົນ ໃນຈຳນວນແຮງງານທັງໝົດທີ່ມີການຢັ້ງຢືນການນຳເຂົ້າຮັບໃຊ້ໂຄງການກໍ່ສ້າງມີຫລາຍກ່ວາ 24 ພັນຄົນ(ລວມທັງຄົນຕ່າງປະເທດ ແລະ ຄົນລາວ), ແຮງງານລາວສ່ວນໃຫຍ່ເປັນແຮງງານສີມືທີ່ບໍ່ກ່ຽວພັນໂດຍກົງກັບທາງລົດໄຟ, ດັ່ງນັ້ນ, ໃນການຄຸ້ມຄອງໂຄງການ, ລັດຖະບານໄດ້ສ້າງຕັ້ງຄະນະກໍາມະການຊີ້ນໍາທັງລະດັບຊາດ ແລະ ທ້ອງຖິ່ນຂື້ນ ເພື່ອຊີ້ນຳ ແລະ ຕິດຕາມການດຳເນີນການກໍ່ສ້າງດັ່ງກ່າວໃຫ້ມີຄຸນນະພາບ ແລະ ສຳເລັດຕາມແຜນການທີ່ກຳນົດໄວ້.

ການນຳໃຊ້ແຮງງານ ທັງແຮງງານລາວ ແລະ ການນຳເຂົ້າແຮງງານຈາກຕ່າງປະເທດກໍ່ເປັນບັນຫາໜຶ່ງທີ່ໂຄງການຕ້ອງໄດ້ເອົາໃຈປະຕິບັດຕາມສັນຍາກໍ່ສ້າງໂຄງການໃຫ້ໄດ້, ເປັນຕົ້ນແມ່ນການເຮັດໃຫ້ແຮງງານລາວໄດ້ເຂົ້າເຮັດວຽກນຳໂຄງການໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້, ເພື່ອເປັນການເກັບກ່ຽວປະສົບການໃນການເຮັດວຽກ, ມີວຽກເຮັດງານທຳ ແລະ ມີຊີວິດການເປັນຢູ່ທີ່ດີຂື້ນ, ພ້ອມດຽວກັນນັ້ນກໍ່ນຳເຂົ້າແຮງງານຈາກຕ່າງປະເທດຕາມຄວາມຈຳເປັນໃນການນຳໃຊ້ຕົວຈິງ, ພ້ອມທັງເອົາໃຈໃສ່ດູແລ, ປົກປ້ອງດ້ານສິດ ແລະ ຜົນປະໂຫຍດຕາມກົດໝາຍວ່າດ້ວຍແຮງງານໃຫ້ແກ່ແຮງງານທັງສອງ.

ເຖິງຢ່າງໃດກໍຕາມ, ຈາກຜົນຂອງການຕິດຕາມ, ກວດກາ ການນຳໃຊ້ແຮງງານຢູ່ໂຄງການທາງລົດໄຟຜ່ານມາ ສະແດງໃຫ້ເຫັນວ່າ: ແຮງງານລາວຍັງໄດ້ປະກອບສ່ວນ ຫຼື ໄດ້ເຮັດວຽກນຳໂຄງການໃນຈຳນວນໜ້ອຍໜຶ່ງເທົ່ານັ້ນ, ສະເລ່ຍໃນລະຫວ່າງ 2 ຫາ 3 ພັນຄົນ, ຈາກຄວາມຕ້ອງການຕົວຈິງ ເກືອບ 20 ພັນຄົນ.

ດັ່ງນັ້ນ, ລັດຖະບານ ກໍ່ຄືຄະນະຊີ້ນຳໂຄງການມີຄວາມເປັນຫ່ວງຫຼາຍຕໍ່ບັນຫາດັ່ງກ່າວ ຈຶ່ງໄດ້ຕົກລົງ ຫຼື ຊີ້ນຳໃຫ້ຂະແໜງແຮງງານຂອງພວກເຮົາເອົາໃຈໃສ່ຕື່ມຕໍ່ການເຮັດໃຫ້ແຮງງານລາວໄດ້ເຂົ້າເຮັດວຽກນຳໂຄງການດັ່ງກ່າວ, ທັງໃນໄລຍະການກໍ່ສ້າງ ແລະ ຫຼັງການກໍ່ສ້າງສຳເລັດ, ສຳລັບແຮງງານຕ່າງປະເທດ ກໍໃຫ້ພະຍາຍາມຄຸ້ມຄອງໃຫ້ໄດ້ ການເຄື່ອນໄຫວ, ການຖ່າຍທອດສີມືໃຫ້ແຮງງານລາວ ແລະ ການເສຍພັນທະຕ່າງໆຢ່າງຄົບຖ້ວນໃຫ້ລັດຖະບານລາວຕາມສັນຍາ ພ້ອມທັງຮັບປະກັນໃຫ້ໄດ້ວ່າຫຼັງຈາກສິ້ນສຸດການເຮັດວຽກຢູ່ໂຄງການແລ້ວເຂົາເຈົ້າເຫຼົ່ານັ້ນໄດ້ກັບຄືນປະເທດທຸກຄົນ ໂດຍບໍ່ມີການເຄື່ອນຍ້າຍໄປບ່ອນອື່ນເພື່ອສືບຕໍ່ທຳມາຫາກິນຢູ່ປະເທດເຮົາແບບບໍ່ຖືກຕ້ອງຕາມກົດໝາຍ.

ໃນໄລຍະຜ່ານມາໄດ້ສະເໜີຂໍເຮັດບັດແຮງງານ, ບັດພັກເຊົາ ແລະ ວີຊາເຂົ້າ-ອອກຫລາຍເທື່ອ ໃຫ້ກັບແຮງງານຕ່າງປະເທດ 24 ພັນກ່ວາຄົນ ແລະ ກຳລັງດຳເນີນການຢູ່ 265 ຄົນ.

ທ່ານ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ຕື່ມວ່າ: ໃນນາມອົງການມະຫາພາກ ນຳເອົາຜົນຂອງກອງປະຊຸມຄັ້ງນີ້ໄປຜັນຂະຫຍາຍເປັນແຜນການ, ເປັນກິດຈະກຳ ຫຼື ໂຄງການໃຫ້ໄວ ຫຼື ຖ້າມີຄວາມຈຳເປັນກໍ່ສ້າງນິຕິກຳຂອງຂະແໜງການຂຶ້ນມາຕື່ມ ເພື່ອນຳສະເໜີຂັ້ນເທິງອະນຸຍາດຈັດຕັ້ງປະຕິບັດ ແລະ ການຈັດຕັ້ງປະຕິບັດຕົວຈິງຄວນແມ່ນບັນດາພະແນກ ຮສສ ຂອງແຂວງ ແລະ ນະຄອນຫຼວງວຽງຈັນ ໂດຍມີການແນະນຳ, ຕິດຕາມ ແລະ ປະເມີນຜົນໃນແຕ່ລະໄລຍະ, ສິ່ງສຳຄັນ ແລະ ຮີບດ່ວນອີກອັນໜຶ່ງແມ່ນໃຫ້ຮີບຮ້ອນປັບປຸງ ແລະ ສ້າງກົນໄກການປະສານງານກັນຢ່າງຈະແຈ້ງ ເພື່ອສະໜອງຂໍ້ມູນດ້ານແຮງງານທີ່ກ່ຽວຂ້ອງກັບໂຄງການທາງລົດໄຟ ລະຫວ່າງກົມກັບພະແນກ ຮສສ, ພະແນກ ຮສສ ກັບຄະນະຄຸ້ມຄອງໂຄງການ ໂດຍສະເພາະແມ່ນຂໍ້ມູນທີ່ກ່ຽວກັບການສະໜອງແຮງງານລາວໃຫ້ໂຄງການ ແລະ ການນຳໃຊ້ແຮງງານຕ່າງປະເທດ

ໂດຍຂະແໜງ ພະແນກຈັດຫາງານ ຫຼື ສູນບໍລິການຈັດຫາງານຕ້ອງສະໜອງຂໍ້ມູນການອອກບັດອະນຸຍາດເຮັດວຽກລະອຽດໃຫ້ແກ່ເຈົ້າໜ້າທີ່ກວດກາແຮງງານຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ, ປັບປຸງກົນໄກການລາຍງານຈາກລຸ່ມຂື້ນເທິງໃຫ້ມີຄວາມຊັດເຈນ ທຸກໆເດືອນ, ສາມເດືອນ, ຫົກເດືອນ ຫຼື ກໍລະນີມີເຫດການສຸກເສີນ ຕ້ອງໃຫ້ລາຍງານໃຫ້ກົມ ຫຼື ຄະນະນຳກະຊວງໄດ້ຮັບຊາບໄວເພື່ອແກ້ໄຂບັນຫາໃຫ້ທັນກັບສະພາບການບໍ່ໃຫ້ຂັ້ນເທິງຕຳນິວ່າພວກເຮົາບໍ່ເອົາໃຈໃສ່ເຮັດຫນ້າທີ່ທີ່ໄດ້ຮັບມອບໝາຍ, ໃຫ້ຮີບຮ້ອນສົມທົບກັບຂະແຫນງການທີ່ກ່ຽວຂ້ອງ ເຊັ່ນ ສຶກສາ, ຄະນະຄຸ້ມຄອງໂຄງການ

ທາງລົດໄຟ ລວມທັງບໍລິສັດທາງລົດໄຟລາວ-ຈີນ ເພື່ອກະກຽມສ້າງ ແລະ ສະໜອງແຮງງານ ໂດຍສະເພາະແມ່ນແຮງງານລາວໃຫ້ແກ່ກິດຈະການທາງລົດໄຟ ທີ່ຈະເປີດຂື້ນໃນປີອສອງປີຕໍ່ໜ້າ ເພື່ອເຮັດໃຫ້ແຮງງານລາວໄດ້ເຮັດວຽກໃນສັດສ່ວນທີ່ຫຼາຍ ເທົ່າທີ່ຈະຫຼາຍໄດ້;

ຂໍ້ມູນຈາກ: ຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມ; ຂ່າວສານຮສສ: ເພັດສະໄໝ