ມາຮູ້ກັນ! 7 ຄຸນລັກສະນະ ຂອງການເປັນຜູ້ບໍລິຫານທີ່ດີ

569

ຕຳແໜ່ງຜູ້ບໍລິຫານ ມີຜົນຕໍ່ຄວາມສຳເລັດຂອງອົງກອນ ຖ້າອົງກອນໃດໄດ້ຜູ້ບໍລິຫານທີ່ເກັ່ງ, ດີ, ມີວິໄສທັດ ກໍ່ມີທ່າອ່ຽງວ່າອົງກອນນັ້ນຈະມີອະນາຄົດສົດໃສ, ປຽບເໝືອນເຮືອ ທີ່ມີນາຍທ້າຍເຮືອ ທີ່ເຂັ້ມແຂງຄອຍຄັດຫາງເຮືອກຳນົດທິດທາງໃຫ້ແລ່ນໄປເຖິງຈຸດໝາຍປາຍທາງໄດ້ສຳເລັດ ແຕ່ຫາກນາຍເຮືອບໍ່ມີປະສິດທິພາບ ເຮືອດັ່ງກ່າວກໍ່ຕ້ອງພົບອຸປະສັກຕ່າງໆນາໆ ບໍ່ສາມາກໄປເຖິງຈຸດໝາຍປາຍທາງໄດ້ ແລະ ສຸດທ້າຍກໍ່ຕ້ອງຈົມໄປກັບແມ່ນ້ຳ.

ດັ່ງນັ້ນ ຜູ້ບໍລິການ ຈຶ່ງຈຳເປັນຕ້ອງມີການພັດທະນາຕົນເອງຢູ່ຕະຫຼອດເວລາເຊັ່ນກັນ ເພື່ອນຳພາອົງກອນໄປສູ່ຄວາມສຳເລັດ ໄດ້ຮັບການຍົກຍ້ອງ, ນັບຖືຈາກພະນັກງານ ແລະ ຄົນໃນແວດວົງທຸລະກິດ, ບາງຄົນເປັນເຖິງຜູ້ບໍລິຫານທີ່ເຮັດວຽກບໍ່ໄດ້, ບໍລິຫານຄົນບໍ່ຖືກ, ບໍ່ຮູ້ວ່າເຂົາເຮັດວຽກແບບໃດ. ສະນັ້ນ, ມື້ນີ້ພວກເຮົາຈະນຳເອົາຄຳແນະນຳສຳລັບການເປັນຜູ້ບໍລິຫານມານຳສະເໜີທ່ານຜູ້ອ່ານດັ່ງນີ້:

ພາບປະກອບຂ່າວ

1 ເປົ້າໝາຍຄືຄວາມສຳເລັດ: ເຮັດວຽກດ້ວຍຄວາມທຸ້ມເທ, ອົດທົນ, ເຕັມທີ່ກັບວຽກທຸກຢ່າງ ແລະ ຕ້ອງມີການກຽມຄວາມພ້ອມຢູ່ສະເໝີ ສຳລັບທຸກສະຖານະການ ທີ່ສຳຄັນຄືມີວິໄສທັດມຸ່ງສູ່ຄວາມສຳເລັດຂອງອົງກອນ ເຊິ່ງຈະເປັນແບບຢ່າງທີ່ດີໃຫ້ກັບຜູ້ຢູ່ໃຕ້ບັງຄັບບັນຊາ ໄດ້ປະຕິບັດຕາມ.

2 ມີຄວາມກ້າຫານ: ກ້າທີ່ຈະຍືນຢັດ, ຍຶດໝັ້ນໃນສິ່ງທີ່ຖືກຄູ່ຄວນ, ກ້າທີ່ຈະເວົ້າ, ກ້າທີ່ຈະເຮັດ, ກ້າຄິດໃນສິ່ງໃໝ່ໆ ເພື່ອພັດທະນາອົງກອນໃຫ້ມີຄວາມກ້າວໜ້າຍິ່ງໆຂຶ້ນໄປ. ນອກຈາກນີ້, ຕ້ອງກ້າທີ່ຈະປົກປ້ອງລູກນ້ອງ ເມື່ອເຫັນວ່າເປັນສິ່ງທີ່ຖືກຕ້ອງ, ດີກວ່ານີ້ງເສຍ ແລ້ວປ່ອຍໃຫ້ລູກນ້ອງປະເຊີນຊະຕາກຳພຽງລຳພັງ ເຊິ່ງຈະເຮັດໃຫ້ທ່ານເປັນຜູ້ບໍລິຫານ ທີ່ລູກນ້ອງຕ່າງກໍ່ເຄົາລົບຮັກໃນຕົວທ່ານ.

ພາບປະກອບຂ່າວ

3 ວິທີສື່ສານທີ່ດີ: ນອກຈາກຜູ້ນຳຈະຕ້ອງເບິ່ງການໄກ ແລະ ມີຄວາມຕິດໃໝ່ໆຢູ່ສະເໝີແລ້ວ ການ ຖ່າຍທອດຄວາມຄິດອອກໄປສູ່ການປະຕິບັດນັ້ນ ຈຳເປັນຕ້ອງອາໄສທັກສະການສື່ສານທີ່ດີ, ມີປະສິດທິພາບ, ເພື່ອໃຫ້ເກີດການປະຕິບັດໃນທິດທາງດຽວກັບ, ປ້ອງກັນການເຮັດວຽກຊ້ຳຊ້ອນ ທີ່ສ້າງຄວາມສັບສົນໃຫ້ກັບທີມງານ ເຮັດໃຫ້ວຽກງານເປັນໄປຢ່າງສະດວກ ແລະ ມຸ່ງສູ່ຄວາມສຳເລັດໄດ້ຢ່າງໄວວາ.

4 ເຊື່ອໝັ້ນໃນສັກກະຍາພາບຂອງພະນັກງານ: ເຊື່ອວ່າເຂົາສາມາດຮຽນຮູ້ ແລະ ພັດທະນາຕົນເອງໄດ້ ເຊິ່ງຈະເຮັດໃຫ້ພະນັກງານເກີດກຳລັງໃຈ, ມີແຮງຈູງໃຈໃນການເຮັດວຽກໃຫ້ດີ ແລະ ສຳເລັດດ້ວຍຕົວຂອງເຂົາເອງ ສ່ວນຜູ້ບໍລິຫານກໍ່ຄອຍແນະນຳໃຫ້ການສະໜັບສະໜູນຢູ່ຫ່າງໆ.

ພາບປະກອບຂ່າວ

5 ຕິດຕາມຄວາມສຳເລັດ: ເມື່ອມອບວຽກໃຫ້ແກ່ພະນັກງານແລ້ວ ຜູ້ບໍລິຫານຈະຕ້ອງ ກວດກາການເຄື່ອນໄຫວຜົນການເຮັດວຽກຕາມຂັ້ນຕອນວ່າສຳເລັດຮຽບຮ້ອຍດີ ຫຼື ບໍ່ ຖ້າເກີດບັນຫາຂັດຂ້ອງ ກໍຕ້ອງວິເຄາະສະຖານະການ ເພື່ອຊອກຫາຫົນທາງ ແກ້ໄຂບັນຫາຕໍ່ໄປ.

6 ຕັ້ງຄຳຖາມເພື່ອຊອກຫາຄຳຕອບ: ຜູ້ບໍລິຫານທີ່ດີຕ້ອງບໍ່ຍອມຈຳນົນຕໍ່ສິ່ງຕ່າງໆງ່າຍໆ ເມື່ອສົງໄສກໍຕ້ອງຊອກຫາຄຳຕອບ, ຕ້ອງເປັນຄົນຊ່າງສັງເກດ, ມັກຕັ້ງຄຳຖາມ ເພື່ອຊອກຫາຄຳຕອບ ເປັນການພັດທະນາທາງດ້ານຄວາມຄິດຢູ່ສະເໝີ ເຊິ່ງເມື່ອຄວາມຄິດໄດ້ພັດທະນາຕະຫຼອດເວລາ ກໍຈະເກີດຄວາມຄິດໃໝ່ໆ ທີ່ມີຄຸນຄ່າຕໍ່ການພັດທະນາຂອງອົງກອນຕົນເອງ.

ພາບປະກອບຂ່າວ

7 ປະເມີນຜົນງານຢ່າງຍຸດຕິທຳ: ເມື່ອພະນັກງານເຮັດວຽກທີ່ໄດ້ຮັບມອບໝາຍຢ່າງເຕັມທີ່ ແລະ ມີຜົນງານທີ່ດີ ກໍຄວນໄດ້ຮັບລາງວັນໃນຄວາມດີຂອງເຂົາ ເຊິ່ງບໍ່ຈຳເປັນຕ້ອງເປັນເງິນຄຳ, ຂອງຂວັນ ແຕ່ອາດເປັນຄຳຍ້ອງຍໍຊົມເຊີຍ, ໃຫ້ກຽດເຂົາ ເພື່ອເປັນກຳລັງໃຈໃຫ້ເຂົາຮັກສາຄວາມດີງາມເອົາໄວ້, ກົງກັນຂ້າມພະນັງງານທີ່ບໍ່ຕັ້ງໃຈເຮັດວຽກ ຫຼື ສ້າງບັນຫາຢູ່ສະເໝີ ກໍຄວນໄດ້ຮັບການປະເມີນຜົນງານ ເຖິງແມ່ນວ່າເຂົາອາດເປັນຄົນສະໜິດ ແລະ ໃກ້ຊິດກັບທ່ານກໍຕາມ.

ການເປັນຜູ້ບໍລິຫານນັ້ນ ຈະມີພຽງອຳນາດຢ່າງດຽວບໍ່ໄດ້ ຈຳເປັນຕ້ອງມີບາລະມີຄູ່ກັນໄປ ເພື່ອໃຫ້ພະນັກງານເກີດຄວາມເຄົາລົບນັບຖື ແລະ ພ້ອມທີ່ຈະເຮັດວຽກໜັກ ເພື່ອທ່ານ ແລະ ອົງກອນຂອງພວກເຂົາ ເຊິ່ງຢູ່ທີ່ການວາງຕົວຂອງທ່ານນັ້ນເອງ.

(ຈາກ: th.jobsdb)