ເລີ່ມມີນາ! ທຸກການນໍາເຂົ້າ-ສົ່ງອອກສິນຄ້າປະເພດພາຫະນະຢູ່ຂົວມິດຕະພາບ 1 ຕ້ອງຜ່ານພາສີປະຕູດຽວ

206

ເນື່ອງຈາກໃນໄລຍະຜ່ານມາ ກົມພາສີ ໄດ້ມີການປັບປຸງກົນໄກ ການເຊື່ອມຕໍ່ລະບົບການຊໍາລະ ລະະຫວ່າງລະບົບແຈ້ງພາສີປະຕູດຽວ ແລະ ລະບົບຂອງທະນາຄານ. ສະນັ້ນ, ຈຶ່ງໄດ້ໂຈະນໍາໃຊ້ຊົ່ວຄາວ ລະບົບດັ່ງກ່າວ. ແຕ່ມາຮອດປະຈຸບັນ ລະບົບໄດ້ຮັບການປັບປຸງສໍາເລັດແລ້ວ. ດັ່ງນັ້ນ, ເພື່ອຮັບປະກັນປະສິດທິຜົນ, ຄວາມຄ່ອງຕົວໃນການນໍາໃຊ້ລະບົບ ແລະ ຄວາມເປັນເອກະພາບ ໃນການເປີດນໍາໃຊ້ຄືນ ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ຢູ່ດ່ານພາສີສາກົນຂົວມິດຕະພາບ 1.

ເປັນພຽງພາບປະກອບຂ່າວ

ກົມພາສີ, ກະຊວງ ການເງິນ ຈຶ່ງໄດ້ອອກແຈ້ງການ ສະບັບທີ 00609/ກພສ ລົງວັນທີ 3 ກຸມພາ 2020 ເຖິງ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 1 ເລື່ອງ ການນຳໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ຊາດ (Lao National Single Window) ເຂົ້າໃນການຄຸ້ມຄອງການນໍາເຂົ້າສິນຄ້າປະເພດພາຫະນະ ຢູ່ດ່ານພາສີສາກົນຂົວມິດຕະພາບ 1.

ໂດຍແຈ້ງການລະບຸວ່າ: ມອບໃຫ້ດ່ານພາສີສາກົນຂົວມິດຕະພາບ 1 ເອົາໃຈໃສ່ຊີ້ນໍາໜ່ວຍງານທີ່ຕິດພັນກັບວຽກງານການແຈ້ງພາສີປະຕູດຽວແຫ່ງຊາດ ໃຫ້ເລີ່ມນໍາໃຊ້ລະບົບດັ່ງກ່າວຄືນໃໝ່ ສໍາລັບການຄຸ້ມຄອງການນໍາເຂົ້າສິນຄ້າປະເພດຍານພາຫະນະລົດໃຫຍ່ ທີ່ນໍາເຂົ້າໃນຮູບແບບເສຍພາສີ ນັບແຕ່ວັນທີ 06 ກຸມພາ 2010 ເປັນຕົ້ນໄປ.

ເປັນພຽງພາບປະກອບຂ່າວ

ການຈັດຕັ້ງປະຕິບັດ ຕາມບົດແນະນໍາຂອງກະຊວງການເງິນ, ສະບັບເລກທີ 4217/ກງ, ລົງວັນທີ 28 ທັນວາ 2018 ແລະ ຄໍາແນະນໍາເພີ່ມເຕີມຂອງກົມພາສີ, ສະບັບເລກທີ 04145/ກພສ, ລົງວັນທີ 23 ພຶດສະພາ 2019.

ຖ້າຜູ້ປະກອບການໃດທີ່ຍັງບໍ່ທັນໄດ້ລົງທະບຽນນໍາໃຊ້ລະບົບແຈ້ງພາສີປະຕູດຽວ ແມ່ນສາມາດປະສານສົມທົບໂດຍກົງຫາ ບໍລິສັດຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວ (ອີເມວ:helpdesk@laonsw.net, ເບີໂທ: 020 5558 6617, 020 5554 4634 ແລະ 020 5554 4638) ແລະ ມອບໃຫ້ດ່ານພາສີສາກົນຂົວມິດຕະພາບ 1 ເປັນເຈົ້າການໃນການແນະນໍາໃຫ້ຜູ້ກ່ຽວ ດໍາເນີນຂັ້ນຕອນການລົງທະບຽນ ແລະ ອອກລະຫັດຜູ້ນໍາໃຊ້ໂດຍໄວ ກ່ອນວັນທີ 29 ກຸມພາ 2020.

ນັບແຕ່ວັນທີ 01 ມີນາ 2020 ເປັນຕົ້ນໄປ, ທຸກການນໍາເຂົ້າ ແລະ ສົ່ງອອກສິນຄ້າປະເພດຍານພາຫະນະ ຜ່ານດ່ານພາສີສາກົນຂົວມິດຕະພາບ 1 ຕ້ອງດໍາເນີນການແຈ້ງຂໍ້ມູນ ແລະ ເອກະສານຜ່ານລະບົບແຈ້ງພາສີປະຕູດຽວທັງໝົດ.  ສະນັ້ນ, ຈຶ່ງມອບໃຫ້ດ່ານພາສີສາກົນຂົວມິດຕະພາບ 1 ເຜີຍແຜ່, ແນະນໍາຜູ້ປະກອບການໃຫ້ຊາບ. ໃນການຈັດຕັ້ງປະຕິບັດຕົວຈິງ ຖ້າພົບຂໍ້ຫຍຸ້ງຍາກ ໃຫ້ລາຍງານຫາກົມພາສີ ເພື່ອມີຄໍາເຫັນຊີ້ນໍາໃນການແກ້ໄຂໂດຍໄວ.