ນັບຖອຍຫຼັງສິດທິພິເສດຕັດຫຍິບກໍາປູເຈຍ

165

ນັບຖອຍຫຼັງສິດທິພິເສດຕັດຫຍິບກໍາປູເຈຍເຖິງວ່າການປະຕິຮູບມີຄວາມຄືບໜ້າກໍຈິງ,ແຕ່ບັນຫາທີ່ຫຼາຍບໍລິສັດຕັດຫຍິບກັງວົນຍັງບໍ່ໄດ້ຮັບການແກ້ໄຂ.

ໃນໄລຍະທີ່ກໍາປູເຈຍກໍາລັງຖ້າວ່າຈະຖືກສະຫະພາບເອີຣົບຫຼອີຢູຕັດສິດທິພິເສດທາງການຄ້າຫຼືບໍ່,ສະມາຄົມຕັດຫຍິບຂອງກໍາປູເຈຍກັບຂັດແຍ່ງກັບບໍລິສັດຕັດຫຍິບຕ່າງປະເທດຫຼາຍແຫ່ງທີ່ຜະລິດເສື້ອຜ້າປ້ອນໃຫ້ຖືເປັນເຫດການທີ່ບໍ່ຄ່ອຍປາກົດໃຫ້ເຫັນມາກ່ອນປານໃດ;ແຕ່ຕອນນີ້ໄດ້ເກີດຂຶ້ນແລ້ວ.

ນອກຈາກນີ້,ສະມາຄົມຕັດຫຍິບກໍາປູເຈຍຕ່າງກັງວົນວ່າຈະສູນເສຍສິດທິພິເສດດ້ານພາສີໃນການສົ່ງສິນຄ້າໄປຍັງຕະຫຼາດເອີຣົບ.

ປັດຈຸບັນຍັງເຫຼືອເວລາອີກບໍ່ດົນທີ່ອີຢູຕ້ອງຕັດສິນໃຈວ່າຈະຍົກເລີກສິດທິພິເສດທາງການຄ້າຂອງກໍາປູເຈຍຕາມໂຄງການ ອີບີເອ ທີ່ອີຢູໃຫ້ສິດທິພິເສດດ້ວຍການຍົກເວັ້ນການເສຍພາສີນໍາເຂົ້າ ແລະ ຍົກເລີກການກໍານົດໂກຕານໍາເຂົ້າແກ່ສິນຄ້ານໍາເຂົ້າທີ່ແຫຼ່ງກໍາເນີດຈາກກຸ່ມປະເທດດ້ອຍພັດທະນາທີ່ສຸດກວມເອົາສິນຄ້າທຸກປະເພດ.

ການສູນເສຍສິດທິພິເສດຄາມໂຄງການ ອີບີເອ ເຮັດໃຫ້ເສື້ອຜ້າສົ່ງອອກຂອງກໍາປູເຈຍຕ້ອງເສຍພາສີ12%,ເກີບຕ້ອງເສຍພາສີ8-17%ໂດຍເອີຣົບເປັນຕະຫຼາດສໍາຄັນສໍາລັບອຸດສາຫະກໍາສົ່ງອອກເສື້ອຜ້າ ແລະ ເກີບຂອງກໍາປູເຈຍທີ່ມີມູນຄ່າ9,5ຕື້ໂດລາ.ຜູ້ຊ່ຽວຊານເຕືອນວ່າປະເທດອື່ນໆທີ່ຜະລິດເສື້ອຜ້າລາຄາຖືກກໍແຂ່ງຂັນກັນຢ່າງດຸດເດືອດເພື່ອຍາດຊີງສ່ວນແບ່ງຕະຫຼາດຈາກກໍາປູເຈຍ.

ກ່ອນທີ່ອີຢູຈະຕັດສິນໃຈຕັດສິນທິພິເສດດັ່ງກ່າວ,ຍີ່ຫໍ້ສິນຄ້າໂດ່ງດັງລະດັບໂລກເຊັ່ນ ອາດິດາດ,ລີວາຍ,ຮາບ ລໍເຣນ ແລະ ນິວບາລານໃນນາມຂອງສະມາຄົມເສື້ອຜ້າ ແລະ ເກີບອາເມຣິກາໄດ້ສົ່ງຈົນໝາຍເຖິງນາຍົກກໍາປູເຈຍເມື່ອເດືອນກ່ອນຮຽກຮ້ອງໃຫ້ດໍາເນີນການປະຕິຮູບທັນທີ.

ໂດຍເນື້ອໃນການຮຽກຮ້ອງໃນຄັ້ງນີ້ເນັ້ນໄປທີ່ການແກ້ໄຂກົດໝາຍສະຫະພາບແຮງງານໃຫ້ເກີດກວ້າງຫຼາຍຂຶ້ນ,ຍົກເລີກກົດໝາຍຕໍ່ຕ້ານເອັນຈີໂອຂໍໃຫ້ລັດຖະບານກໍາປູເຈຍຍົກເລີກການດໍາເນີນຄະດີກັບຜູ້ນໍາສະຫະພາບແຮງງານ ແລະ ຂໍໃຫ້ສະຫະພາບແຮງງານທຸກແຫ່ງເຂົ້າເຖິງສານດ້ານແຮງງານຂອງກໍາປູເຈຍໄດ້.

ຈົດໝາຍດັ່ງກ່າວສ້າງປະຕິກິລິຍາໂຕ້ຕອບຈາກສະມາຄົມຕັດຫຍິບກໍາປູເຈຍທັນທີໂດຍສະມາຄົມນີ້ເປັນຕົວແທນໂຮງງານ580ແຫ່ງ ແລະ ບໍ່ຄ່ອຍວິຈານຜູ້ຊື້ີທີ່ສະມາຊິກສະມາຄົມຕ້ອງເພິ່ງພາ.ແຕ່ໃນຄັ້ງນີ້ສະມາຄົມໂຕ້ຕອບບັນຫາຍີ່ຫໍ້ສິນຄ້າຊື່ດັງເຫຼົ່ານັ້ນວ່າເຮັດໃຫ້ກໍາມະກອນກໍາປູເຈຍຕົກຢູ່ໃນຄວາມສ່ຽງດ້ວຍການນໍາສະເໜີພາບພົດອຸດສາຫະກໍາຕັດຫຍິບກໍາປູເຈຍກົງກັນຂ້າມກັບຄວາມເປັນຈິງ.

ຢ່າງໃດກໍຕາມເຖິງວ່າຍັງມີຄວາມບໍ່ແນ່ນອນ,ເມື່ອປີກ່ອນການສົ່ງອອກໂດຍລວມຂອງກໍາປູເຈຍຍັງຂະຫຍາຍຕົວຕໍ່ເນື່ອງ10ເດືອນທໍາອິດຂອງປີ2019ມູນຄ່າຫຼາຍກວ່າ10,8ຕື້ເອີໂຣ ຫຼືເພີ່ມຂຶ້ນ6,45%ຈາກກ່ອນໜ້ານັ້ນ.

ຕົກເລກຂໍ້ມູນການຄ້າຂອງອີຢູຊີ້ວ່າ:ການສົ່ງອອກເສື້ອຜ້າ,ແຜ່ນແພ,ເກີບ,ເສື້ອຜ້າເດີນທາງ ແລະ ໝວກຍັງຄົງທີ່ຈຸລະດັບ4,6ຕື້ເອີໂຣໃນໄລຍະ11ເດືອນທໍາອິດຂອງປີກ່ອນເມື່ອປຽບທຽບກັບປີ2018ຢູ່ທີ່4,8ຕື້ເອີໂຣ.

ທີ່ແຊງໜ້າຄໍາສັ່ງຊື້ໃນຕະຫຼາດອາເມຣິກາມູນຄ່າການສົ່ງອອກສິນຄ້າດັ່ງກ່າວທະລຸ3,8ຕື້ໂດລາໃນໄລຍະ11ເດືອນທໍາອິດຂອງປີກ່ອນເມື່ອປຽບທຽບກັບປີກ່ອນໜ້ານັ້ນໝົດປີຢູ່ທີ່3,2ຕື້ໂດລາທີ່ເພີ່ມຂຶ້ນຫຼາຍທີ່ສຸດຄືສິນຄ້າເດີນທາງ11ເດືອນ ທໍາອິດຂອງປີກ່ອນຢູ່ທີ່834ລ້ານໂດລາຈາກໝົດປີກ່ອນໜ້ານັ້ນພຽງ389ລ້ານໂດລາ.

ທັງນີ້,ຕະຫຼາດອາເມຣິກາຂະຫຍາຍຕົວຢ່າງແຂງແກ່ນເນື່ອງຈາກປີກ່ອນຜູ້ຊື້ຍ້າຍຈາກຈີນມາອາຊຽນເພື່ອໜີພາສີທີ່ທ່ານ ໂດນັນ ທຣໍາ ປະທານາທິບໍດີອາເມຣິກາປະກາດຂຶ້ນພາສີສິນຄ້ານໍາເຂົ້າຈາກຈີນ.