ແຕ່ງຕັ້ງ ພັນໂທ ຄຳເຜີຍ ຂຶ້ນເປັນຫົວໜ້າການທະຫານ ກອງບັນຊາການທະຫານແຂວງຸອຸດົມໄຊຜູ້ໃໝ່

175

ວັນທີ 13 ກຸມພາ 2020 ຜ່ານມານີ້ ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງຫົວໜ້າການທະຫານຜູ້ເກົ່າ ແລະ ຜູ້ໃໝ່ຂຶ້ນ ຫຼັງປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ສະບັບເລກທີ 3710/ ກປທ ລົງວັນທີ 5 ກັນຍາ 2019 ວ່າດ້ວຍການອະນຸມັດໃຫ້ ສະຫາຍ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ  ຫົວໜ້າການທະຫານກອງບັນຊາການທະຫານແຂວງອຸດົມໄຊ ພັກການກຽມເຂົ້າຮັບບຳນານ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ບຸນລອດ ອ່ອນພະຈັນ ປະທານສະພາປະຊາຊົນເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ, ມີຄະນະພັກ-ຄະນະກອງບັນຊາການ, ຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ ພ້ອມດ້ວຍພະແນກການການກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ສະຫາຍ ພົນຈັດຕະວາ ຈັນທະວອນ ຫົວໜ້າການທະຫານກອງບັນຊາການທະຫານແຂວງອຸດົມໄຊ ຜູ້ເກົ່າ ກໍໄດ້ຂື້ນຜ່ານບົດບັນທຶກມອບ-ຮັບ ແລະ ຜົນສຳເລັດໃນການຊີ້ນຳ-ນຳພາຂອງຕົນ ແລະ ຄະນະໃນໄລຍະ 15 ປີຜ່ານມາ ກອງບັນຊາການທະຫານແຂວງອຸດົມໄຊ ແມ່ນມີຄວາມ  ໜັກແໜ້ນ, ເຂັ້ມແຂງ, ມີຄວາມຈົ່ງຮັກພັກດີ, ບໍລິສຸດຜຸດຜ່ອງຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນບັນດາເຜົ່າ, ມີນໍ້າໃຈຮັກຊາດອັນແທ້ຈິງ, ເຮັດໃຫ້ທອ້ງຖິ່ນມີຄວາມສະຫົງບ, ມີສະຖຽນລະພາບທາງດ້ານການເມືອງ.

ຈາກນັ້ນ, ກໍ່ໄດ້ກ່າວມອບໃຫ້ ພັນໂທ ຄຳເຜີຍ ໂສມພັນ ຫົວໜ້າການທະຫານກອງບັນຊາການທະຫານແຂວງອຸດົມໄຊ ຜູ້ໃໝ່ ສືບຕໍ່ເສີມຂະຫຍາຍມູນເຊື້ອ, ນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຮັກສາ ແລະ ເສີມສ້າງສາຍພົວພັນທີ່ດີເພື່ອພັດທະນາກົມກອງທ້ອງ ຖິ່ນກ້າວໜ້າຂື້ນຢ່າງບໍ່ຢຸດຢັ້ງ.

ທີ່ມາ: ກອງບັນຊາການທະຫານແຂວງອຸດົມໄຊ