ຍິນດີນຳ! ທ່ານ ນາງ ວັນມະນີ ພິມມະສານ ຂຶ້ນເປັນຫົວໜ້າພະແນກ ອຄ ນະຄອນຫຼວງຜູ້ໃໝ່

202

ໃນວັນທີ 14 ກຸມພາ 2020 ທີ່ ພະແນກອຸດສາກະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ (ອຄ.ນວ) ໄດ້ຈັດພິທີມອບຮັບຫົວໜ້າພະແນກຜູ້ເກົ່າ ແລະ ຜູ້ໃໝ່ຂຶ້ນ ລະຫວ່າງ ທ່ານ ເບີລີນ ເພັດຈັນທະຣາດ ຫົວຫນ້າ ພະແນກ ອຄ.ນວ ຜູ້ເກົ່າ ແລະ ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກ ອຄ.ນວ ຜູ້ໃໝ່.

ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ສິລິສໍາພັນ ວໍຣະຈິດ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດ ອຸດສາຫະກໍາ ແລະ ການຄ້າ ກະຊວງ ອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍພະນັກງານ ຂະແໜງອຸດສາຫະກໍາ ແລະ ການຄ້າທັງ 9 ຕົວເມືອງເຂົ້າຮ່ວມ.