ທ່າແຕງ ສອບເສັງຄັດເລືອກນັກຮຽນເກັ່ງທົ່ວເມືອງ

128

ໃນວັນທີ 12 ກຸມພາ 2020 ຫ້ອງການສຶກສາທິການ ແລະ ກີລາ ເມືອງທ່າແຕງ ແຂວງເຊກອງ ໄດ້ຈັດຕັ້ງການສອບເສັງນັກຮຽນເກັ່ງຂັ້ນ ປ 5, ມັດທະຍົມສຶກສາ ມ 4 ແລະ ມ 7 ໃນທົ່ວເມືອງທ່າແຕງ ທີ່ຫ້ອງປະຊຸມຫ້ອງການດັ່ງກ່າວ ເພື່ອຄັດເລືອກເອົານັກຮຽນເກັ່ງທີ່ເປັນຕົວແທນຂອງເມືອງ ເຂົ້າຮ່ວມການແຂ່ງຂັນສອບເສັງນັກຮຽນເກັ່ງລະດັບແຂວງ ປະຈໍາສົກຮຽນ 2019 – 2020 ທີ່ຈະມີຂຶ້ນໃນມໍ່ໆນີ້ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ດວງຈັນ ເທບບົວລະບັດ ກໍາມະການພັກເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງທ່າແຕງ; ມີຄະນະຊີ້ນໍາຫ້ອງການກ່ຽວຂ້ອງ, ໂຮງຮຽນ, ຄະນະຮັບຜິດຊອບການສອບເສັງ, ຄະນະກໍາມະການຍາມຫ້ອງເສັງ ພ້ອມດ້ວຍຄູນໍາພາ ແລະ ນັກຮຽນທີ່ເຂົ້າສອບເສັງໃນທົ່ວເມືອງທ່າແຕງ ເຂົ້າຮ່ວມ.

ໃນພິທີສອບເສັງຄັ້ງນີ້ມີນັກຮຽນເກັ່ງຈາກໂຮງຮຽນພາກລັດທົ່ວເມືອງທ່າແຕງ ເຂົ້າຮ່ວມສອບເສັງຂັ້ນປະຖົມສຶກສາ ປ 5 ມີຈໍານວນ 18 ຄົນ ຍິງ 10 ຄົນ, ສອບເສັງໃນ 3 ວິຊາ ຄື: ວິຊາພາສາລາວ, ຄະນິດສາດ ແລະ ວິຊາໂລກອ້ອມຕົວເຮົາ; ສ່ວນຂັ້ນມັດທະຍົມສຶກສາຕອນຕົ້ນ ມ 4 ມີນັກສອບເສັງທັງໝົດ 24 ຄົນ ຍິງ 13 ຄົນ ໂດຍສອບເສັງໃນ 4 ວິຊາ ຄື: ວິຊາພາສາລາວ – ວັນນະຄະດີ, ຄະນິດສາດ, ເຄມີສາດ ແລະ ວິຊາຟີຊິກສາດ; ສ່ວນຂັ້ນມັດທະຍົມສຶກສາຕອນປາຍ ມ 7 ມີນັກສອບເສັງທັງໝົດ 16 ຄົນ ຍິງ 8 ຄົນ

ໂດຍສອບເສັງໃນ 4 ວິຊາ ຄື: ວິຊາພາສາລາວ – ວັນນະຄະດີ, ຄະນິດສາດ, ເຄມີສາດ ແລະ ວິຊາຟີຊິກສາດ ໂດຍໄດ້ຄັດເລືອກເອົານັກຮຽນເກັ່ງຂັ້ນປະຖົມສຶກສາ ປ 5 ວິຊາລະ 1 ຄົນ ລວມມີ 3 ຄົນ, ຂັ້ນມັດທະຍົມສຶກສາ ມ 4 ແລະ ມ 7 ວິຊາລະ 1 ຄົນ ລວມມີ 8 ຄົນ ລວມທັງໝົດ 11 ຄົນ ເພື່ອເປັນຕົວແທນຂອງເມືອງທ່າແຕງ ເຂົ້າຮ່ວມການແຂ່ງຂັນສອບເສັງນັກຮຽນເກັ່ງໃນລະດັບແຂວງປະຈໍາສົກຮຽນ 2019 – 2020. ພາຍຫຼັງສໍາເລັດການຈັດຕັ້ງສອບເສັງແລ້ວກໍໄດ້ມອບເງິນລາງວັນທີ 1 ໃຫ້ນັກຮຽນເກັ່ງຈໍານວນ 3 ແສນກີບ ແລະ ລາງວັນຊົມເຊີຍຈໍານວນ 50 ພັນກີບ ໃຫ້ນ້ອງນັກຮຽນຕື່ມອີກ.

ພາບປະກອບຂ່າວເທົ່ານັ້ນ

( ໂດຍ: ພອນ ບຸນອຸທິດ )