ທ່ານ ນາງ ສຸດາພອນ ຄົມທະວົງ ເປັນຫົວໜ້າພະແນກ ຖວທ ແຂວງຫຼວງພະບາງຄົນໃໝ່

77

ພິທີມອບ – ຮັບໜ້າທີ່ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ( ຖວທ ) ແຂວງຫຼວງພະບາງ ໄດ້ຈັດຂຶ້ນວັນທີ 12 ກຸມພາ 2020 ທີ່ຫໍພິພິທະພັນແຫ່ງຊາດຫຼວງພະບາງ ໂດຍມີ ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງ, ພະແນກການອ້ອມຂ້າງແຂວງ, ແຂກຮັບເຊີນ, ພາກສ່ວນທຸລະກິດທ່ອງທ່ຽວ ແລະ ຂະແໜງການອ້ອມຂ້າງພະແນກ ພ້ອມດ້ວຍພະນັກງານເຂົ້າຮ່ວມຢ່າງພ້ອມພຽງກັນ.

ພິທີດັ່ງກ່າວໄດ້ຜ່ານຂໍ້ຕົກລົງເຈົ້າແຂວງຫຼວງພະບາງ ວ່າດ້ວຍການອະນຸມັດໃຫ້ ທ່ານ ສຸລິທິບ ໜໍ່ຄຸນຜົນ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງຜູ້ເກົ່າ ອອກພັກຜ່ອນຮັບອຸດໜູນບໍານານຕາມອາຍຸການທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ຜ່ານຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງ ທ່ານ ນາງ ສຸດາພອນ ຄົມທະວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງຂຶ້ນເປັນຫົວໜ້າພະແນກ ຖວທ ແຂວງຄົນໃໝ່. ຈາກນັ້ນ, ກໍໄດ້ມີພິທີເຊັນບົດບັນທຶກມອບ – ຮັບຢ່າງເປັນທາງການ.

ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງກໍໄດ້ມີຄໍາເຫັນໂອ້ລົມ ໂດຍໄດ້ຍົກໃຫ້ເຫັນກ່ຽວກັບການຍົກຍ້າຍ, ສັບຊ້ອນບ່ອນປະຈໍາການຂອງພະນັກງານການນໍາ, ພະນັກງານຫຼັກແຫຼ່ງເພື່ອກະກຽມຄວາມພ້ອມໃຫ້ແກ່ການດໍາເນີນກອງປະຊຸມຂອງອົງຄະນະພັກແຕ່ລະຂັ້ນ ໃຫ້ຮັບປະກັນລັກສະນະສືບທອດ – ປ່ຽນແທນທາງດ້ານຄຸນນະພາບ ພ້ອມທັງໄດ້ເນັ້ນໃຫ້ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ການທ່ອງທ່ຽວແຂວງ ຄົນໃໝ່ ສືບຕໍ່ປະຕິບັດວຽກງານຮອບດ້ານ, ສຸມໃສ່ບຸກຄະລາກອນ ແລະ ສະມາຊິກພັກເຂົ້າໃສ່ແຜນພັດທະນາວຽກງານໃຫ້ມີຄຸນນະພາບ ເພື່ອພັດທະນາບັນດາຂົງເຂດວຽກງານຢູ່ພາຍໃນພະແນກດີຂຶ້ນ.

ພາບປະກອບຂ່າວເທົ່ານັ້ນ

(ຂ່າວ: ເພັດສາຄອນ ສິມມະວົງ)