ເປັນຫຍັງຈຶ່ງຕ້ອງໃສ່ຜ້າອັດປາກ

78

ຜ້າອັດປາກໃຊ້ໄດ້ກັບທຸກເພດທຸກໄວກຸ່ມຄົນທີ່ຄວນໃຊ້ຜ້າອັດປາກແມ່ນກຸ່ມທີ່ບໍ່ສະບາຍ ເພື່ອປ້ອງກັນການແຜ່ກະຈາຍຂອງເຊື້ອຈາກຕົນເອງໄປສູ່ຜູ້ອື່ນ ຫຼື ປ້ອງກັນບໍ່ໃຫ້ຕົນເອງຕິດຈາກຄົນເຈັບອື່ນໆ ເປັນຕົ້ນແມ່ນຜູ້ທີ່ຕ້ອງຢູ່ໃກ້ ຫຼື ການສໍາຜັດຢ່າງໃກ້ຊິດກັບຄົນເຈັບພະຍາດລະບົບທາງເດີນຫາຍໃຈ, ຜູ້ທີ່ມີອາການເຈັບປ່ວຍດ້ວຍພະຍາດລະບົບທາງເດີນຫາຍໃຈທີ່ຕ້ອງໃກ້ຊິດກັບຄົນປົກກະຕິ ຫຼື ຕ້ອງອອກໄປນອກເຮືອນ, ຜູ້ທີ່ຕ້ອງເຂົ້າໄປບໍລິເວນສ່ຽງຕິດເຊື້ອ ຫຼື ສະຖານທີ່ມີຄົນເຈັບພະຍາດລະບົບທາງເດີນຫາຍໃຈ ເຊັ່ນ: ໂຮງໝໍ ຫຼື ສະຖານທີ່ມີຄົນແອອັດ.

ການໃສ່ຜ້າອັດປາກທີ່ຖືກຕ້ອງຈະຊ່ວຍໃຫ້ຜູ້ໃຊ້ສາມາດປ້ອງກັນເຊື້ອພະຍາດ ແລະ ມົນລະພິດໄດ້ຢ່າງເຕັມປະສິດທິພາບ ເຖິງວ່າຈະມີປະໂຫຍດດ້ານການປ້ອງກັນສຸຂະພາບແຕ່ກໍມີຂໍ້ຈໍາກັດເຊັ່ນກັນ.

ຜ້າອັດປາກບໍ່ສາມາດປ້ອງກັນໄດ້ 100% ແລະ ມີປະສິດທິພາບປ້ອງກັນໄດ້ພຽງ 80% ຂຶ້ນຢູ່ກັບຄຸນນະພາບຂອງວັດສະດຸ ຖ້າເປັນຜ້າອັດປາກຊະນິດ N95 ປ້ອງກັນໄດ້ 95% ເຊິ່ງຜູ້ໃຊ້ຍັງມີໂອກາດສ່ຽງຕິດເຊື້ອ ໄດ້.

ຜ້າອັດປາກບໍ່ສາມາດປ້ອງກັນພະຍາດໄດ້ທຸກຊະນິດ ເຖິງວ່າຈະຊ່ວຍໄດ້ໃນລະດັບໜຶ່ງແຕ່ຍັງບໍ່ມີການທົດສອບວ່າສາມາດປ້ອງກັນເຊື້ອພະຍາດຊະນິດໃດໜຶ່ງຢ່າງເຈາະຈົງ. ດັ່ງນັ້ນ, ຜ້າອັດປາກຈຶ່ງບໍ່ສາມາດໃຊ້ປ້ອງກັນພະຍາດໃດໜຶ່ງໂດຍສະເພາະ.

ຜ້າອັດປາກໃຊ້ໄດ້ເທື່ອດຽວເກືອບທຸກຊະນິດຈະເປັນຊະນິດໃຊ້ແລ້ວຖິ້ມ ແລະ ບໍ່ສາມາດນໍາກັບມາໃຊ້ຊໍ້າ ຫຼື ອະນາໄມໄດ້ ເນື່ອງຈາກເຊື້ອພະຍາດຈະຕິດຢູ່ນໍາຜ້າອັດປາກຖ້ານໍາມາໃຊ້ຊໍ້າອາດສ່ຽງຕໍ່ການຕິດເຊື້ອໄດ້.

( ຂໍ້ມູນຈາກ: health.campus-star.com )

[ ຮຽບຮຽງ: ນຸ້ມນິ້ມ ]