ສາວລຸ້ງ MVT 04 ສາວໄວ 17 ຜູ້ມີຄວາມຄິດຈະເປັນແບບຢ່າງທີ່ດີຂອງນ້ອງໆໄວຫມຸ່ມລາວ

151

ອີກໜຶາສາວາມທີ່ໃຜມັກ ແລະ ເຊຍຢູ່ ຢາກໃຫ້ເຂົ້າຮອບ 20 ຄົນອັດຕະໂນມັດ ສາມາດໂຫວດໄດ້ເລີຍ ຍັອີກພຽມື້ດຽວເທົ່ານັ້ນ ຄື ສາວ ໄວ 17 ປີ ລຸ້ງ ທິບພະສອນ ຫົງຄໍາ MVT 04 ກັບຄະຕິປະຈໍາໃຈວ່າ ການໄດ້ເປັນນາງສາວນະຄອນຫລວງວຽງຈັນປີ2020 ແລະ ເປັນຄົນທີ່ເກັ່ງມີຄວາມສາມາດຮອບດ້ານ ສາມາດເປັນແບບຢ່າງທີ່ດີຂອງນ້ອງໆໄວຫມຸ່ມລາວເຮົາໄດ້.

ທ່ານສາມາດຮ່ວມໂຫວດໃຫ້ ລຸ້ງ ທິບພະສອນ ຫົງຄໍາ MVT 04 ໃຫ້ຜ່ານເຂົ້າຮອບ 20 ຄົນແບບອັດຕາໂນມັດ, ພຽງແຕ່ກົດ like ແລະ Share ຮູບ ລຸ້ງ ທິບພະສອນ ຫົງຄໍາ MVT 04 ທາງເພຈ໌ຫຼັກ Miss Vientiane ນາງສາວນະຄອນຫຼວງວຽງຈັນ 1 Like = 1 ຄະແນນ, 1 Share = 2 ຄະແນນ ຈົນຮອດວັນທີ 15 ກຸມພາ ເວລາ 14 :00 ນາທີ.

ປັນຈຸບັນ ລຸ້ງ ຢູ່ບ້ານທົ່ງກາງ ເມືງ ສີສັດຕະນາກ ນະຄອນຫຼວງວຽງຈັນ ກຳລັງຮຽນທີ່ໂຮງຮຽນ ມໍປາຍ ສີສັດຕະນາກນາກ.

ລຸ້ງບອກວ່າ: ເຫດຜົນທີເຂົ້າປະກວດເວທີນີ້ແມ່ນລຸ້ງເຫັນວ່າເປັນເວທີທີຊົງຄຸນຄ່າຂອງແມ່ຍິງລາວເຮົາແລ້ວລຸ້ງກໍຢາກຈະມາທ້າທາຍຄວາມຄິດ , ຄວາມສາມາດຂອງລຸ້ງໃຫ້ຫລາຍໆຄົນໄດ້ເຫັນຢູ່ທີ່ເວທີນີ້.

ທີ່ຜ່ານມາລຸ້ງເຄີຍປະກວດ Miss teen lao 2019 ເຊິ່ງເປັນເວທີທໍາອິດ, ນອກຈາກນັ້ນກໍມີຜົນງານຖ່າຍແບບ ແລະ ເດີນແບບ.

ຄວາມຄາດຫວັງຂອງລຸ້ງຕໍ່ເວທີນີ້ກໍຄື ການທີ່ຈະໄດ້ຮັບຕຳແຫນ່ງນາງສາວນະຄອນຫຼວງວຽງຈັນປີ 2020 ແລະ ສາມາດເປັນແບບຢ່າງທີ່ດີໃຫ້ຫລາຍໆຄົນໄດ້, ສຸດທ້າຍນີ້ນ້ອງຄິດວ່າສິ່ງທີ່ນ້ອງຈະເຮັດໃຫ້ຮູ້ວ່າເຮົາມີດີກໍຄືເລື່ອງທັດສະນະຄະຕິ, ແນວຄິດທີ່ຫລາຍຄົນບໍ່ຄິດວ່າ 17 ປີ ຈະຄິດແລະເຮັດໄດ້ຂະຫນາດນີ້ ຖ້າຕິດຕາມໄດ້.

ເຄັດລັບໃນເລື່ອງການຮັກສາສຸຂະພາບ ແລະ ຮ່າງກາຍຂອງລຸ້ງຄືດື່ມນ້ຳໃຫ້ໄດ້ຫລາຍໆເພື່ອຜິວທີ່ສົດໃສໃນທຸກໆມື້ ແລະ ເລືອກກິນອາຫານທີ່ມີປະໂຫຍດຕໍ່ຕົນເອງ, ຖ້າວ່າງຫລືມີເວລາກໍຈະເຂົ້າ fitness ສ່ວນ fitness ທີ່ລຸ້ງເລືອກທີ່ຈະໄປກໍຄື Pele fitness club.

ຖ້າເວົ້າເຖິງຜູ້ຊາຍໃນສະເປັກລຸ້ງແມ່ນບໍ່ແນ່ນອນຖ້າເຫັນແລ້ວຮູ້ສຶກວ່າແມ່ນ ຫລື ລົມກັນແລ້ວລົງໂຕດີກໍຖືວ່າຜ່ານ 555 ລຸ້ງເປັນລູກຄົນດຽວ ແລະ ລູກສາວດຽວເດີ້ ເປົ້າຫມາຍໃນອານາຄົດຂອງລຸ້ງແມ່ນການຮຽນໃຫ້ຈົບສູງໆ ແລະ ມີວຽກເຮັດງານທໍາທີ່ດີ ແລະ ໝັ້ນຄົງ.