ມາກັບຄວາມເປັນຕາຢ້ານໃນຮູບເງົາ “ The Grudge ” ເຮືອນຜີຮ້າຍ

234

ຄວາມຕາຍນໍາມາສູ່ ຄວາມແຄ້ນ ແລະ ແຮງອາຄາດທີ່ສາບແຊ່ງໃຫ້ບ້ານຫຼັງນີ້ເຊື່ອງແຮງອາຖັນຈາກຜູ້ສ້າງ Don’t Breath ແລະ Evil Dead ເຊິ່ງເປັນຄວາມອາຄາດແຄ້ນທີ່ວົນວຽນຫຼອກຫຼອນ, ກັບມາອີກຄັ້ງໃນປີ 2020 ກັບຮູບເງົາ “ The Grudge ” ເຮືອນຜີຮ້າຍ ກໍາກັບໂດຍ Nicolas Pesce ພ້ອມທັງໄດ້ນັກສະແດງນໍາໂດຍ Andrea Riseborough, Demián Bichir, John Cho, Betty Gilpin, Lin Shaye ແລະ Jacki Weaver.

ຮູບເງົາ “ The Grudge ” ເຮືອນຜີຮ້າຍຂອງຮໍລີວູດ ( Hollywood ) ເປັນຮູບເງົາສະເທືອນຂວັນທີ່ມີຊື່ສຽງໂດ່ງດັງ ແລະ ໄດ້ນໍາມາສ້າງຄືນໃໝ່ຈາກຮູບເງົາຂອງຍີ່ປຸ່ນ ທີ່ເປັນຕາຢ້ານທີ່ສຸດ   Ju-On: The Grudge ໃນປີ 2002, ສໍາລັບ The Grudge 2020 ເວີຊັນໃໝ່ນີ້ຈະເປັນຮູບເງົາສະເທືອນຂວັນແບບ Rate R ຄືເປັນຮູບເງົາທີ່ມີເນື້ອຫາສໍາລັບຜູ້ໃຫຍ່ເທົ່ານັ້ນເພາະຈະມີສາກໃຊ້ຄວາມຮຸນແຮງຫຼາຍ ໂດຍເປັນເລື່ອງຂອງເຮືອນທີ່ຕ້ອງຄໍາສາບ ເຊິ່ງມາພ້ອມກັບຜີຈອມອາຄາດ Ju-On ທີ່ພ້ອມຈະຕາມຫຼອກຫຼອນໃຜກໍຕາມທີ່ເຂົ້າມາໃນເຮືອນດ້ວຍຄວາມຕາຍທີ່ໂຫດຮ້າຍ.

ໂດຍເວີຊັນນີ້ຈະເປັນເລື່ອງລາວທີ່ເກີດຂຶ້ນໃນໄລຍະເວລາດຽວກັນກັບເຫດການທີ່ເກີດຂຶ້ນໃນພາກຕົ້ນສະບັບ ແຕ່ຍັງເອົາປະເດັນສໍາຄັນຄືເລື່ອງຄວາມແຄ້ນຂອງຜີທີ່ໂຫດຮ້າຍໄວ້ຄືເກົ່າ, ພົບກັບແຮງອາຄາດທີ່ຫຼອກຫຼອນຂອງເຮືອນຫຼັງນີ້ໄດ້ ໂດຍເຂົ້າສາຍແລ້ວມື້ນີ້ທຸກໂຮງຮູບເງົາທົ່ວປະເທດ.

( ຂໍ້ມູນຈາກ: Major Platinum Cineplex )

[ ຮຽບຮຽງ: ນຸ້ມນິ້ມ ]