ທຄຕລ ຍົກລະດັບຜະລິດຕະພັນ ແລະ ການບໍລິການ

159

ໄລຍະຜ່ານມາ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ( ທຄຕລ ) ໄດ້ພັດ ທະນາຜະລິດຕະພັນ ແລະ ການ ບໍລິການຜ່ານລະບົບເອເລັກ ໂຕຣນິກທີ່ຫຼາກຫຼາຍ ເຊິ່ງໄດ້ການຍອມຮັບ ແລະ ນໍາໃຊ້ຢ່າງແຜ່ຫຼາຍ ບໍ່ວ່າຈະເປັນ BCEL One, OnePay, SMS Banking, i-Bank ແລະ ອື່ນໆ.

ຫຼ້າສຸດ, ທຄຕລ ກໍໄດ້ຖະແຫຼງຂ່າວຍົກລະດັບຜະລິດຕະພັນ ແລະ ການບໍລິການອີກ 5 ລາຍການ ເພື່ອຕອບໂຈດ ຄວາມຕ້ອງການຂອງສັງຄົມໃນຍຸກດິຈິຕອລຢ່າງເຕັມຮູບແບບ ໄດ້ແກ່: BCEL OneCash, BCEL OneCare, ການຖອນເງິນສົດໂດຍການ Scan QR Code, BCEL i-Bank Version 4 ແລະ ລະບົບການສະແກນໃບໜ້າ.

ທ່ານ ພູຂົງ ຈັນທະຈັກ ຜູ້ອໍານວຍການໃຫຍ່ ທຄຕລ ໄດ້ອະທິບາຍເຖິງຄຸນສົມບັດຂອງແຕ່ລະຜະລິດຕະພັນ ເປັນຕົ້ນແມ່ນ:  BCEL OneCash: ປຽບສະເໝືອນກະເປົ໋າເງິນເອເລັກໂຕຣນິກ ເຊິ່ງເປັນຜະລິດຕະພັນບັດແບບຕື່ມເງິນ ( Virtual Prepaid ) ໜຶ່ງຂອງ ທຄຕລ ໂດຍຜູ້ທີ່ຕ້ອງການນໍາໃຊ້ບໍ່ຈຳເປັນຕ້ອງມີບັນຊີກັບ ທຄຕລ ເຊິ່ງຄຸນລັກສະນະພິເສດແມ່ນສາມາດສ້າງ ແລະ ສົ່ງບົງເງິນ ( Cash Voucher ) ເພື່ອເປັນຂອງຂວັນໃຫ້ແກ່ບຸກຄົນອື່ນທີ່ມີບັນຊີ ຫຼື ບໍ່ມີບັນຊີກັບ ທຄຕລ ໃນເທດສະການຕ່າງໆໄດ້ ເຊັ່ນ: ປີໃໝ່ສາກົນ, ປີໃໝ່ລາວ, ປີໃໝ່ຈີນ – ຫວຽດ, ວັນແມ່ຍິງສາກົນ, ງານວັນເກີດ, ອວຍພອນຄູ່ສົມລົດ, ຂຶ້ນເຮືອນໃໝ່ ແລະ ງານສໍາຄັນອື່ນໆ. ນອກຈາກນັ້ນ, ຍັງສາມາດໃຊ້ຈ່າຍຄ່າສາທາລະນຸປະໂພກ ແລະ ຄ່າບໍລິການອື່ນໆໄດ້ ເຊິ່ງໃນມໍ່ໆນີ້ຈະສາມາດໃຊ້ບໍລິການຜ່ານຕູ້ ATM ແລະ Counter ຂອງ ທຄຕລ ໄດ້.

BCEL OneCare: ເປັນທີ່ປຶກສາສ່ວນຕົວຂອງທ່ານທີ່ເຂົ້າເຖິງງ່າຍ ແລະ ຕິດຕໍ່ເພື່ອສອບຖາມຂໍ້ມູນຜະລິດຕະພັນ ແລະ ການບໍລິການຂອງ ທຄຕລ ເຖິງວ່າລູກຄ້າຈະຢູ່ແຫ່ງຫົນໃດຂອງໂລກກໍສາມາດຕິດຕໍ່ ແລະ ສອບຖາມຜ່ານ OneCare ໄດ້ດ້ວຍການໂທ, ແຊັດ ຫຼື ຝາກຂໍ້ ຄວາມສຽງໂດຍບໍ່ເສຍຄ່າໂທ, ບໍ່ຕ້ອງເປີດ Roaming ເມື່ອໄປຕ່າງປະເທດ, ຮັບປະກັນ ຄວາມປອດໄພໃນການເຮັດທຸລະກໍາຂອງລູກຄ້າ ເນື່ອງຈາກ OneCare ແມ່ນເປັນການໂທແບບ Video Call ເພື່ອຢັ້ງຢືນຕົວຕົນຂອງລູກຄ້າ ແລະ ກວດເອກະສານ ເຊິ່ງເປັນການບໍລິການຫຼັງການຂາຍທີ່ສາມາດຕິດຕໍ່ Call Center ຜ່ານແອັບພລິເຄຊັນໄດ້ ເຊິ່ງໃນອະນາຄົດຈະສາມາດອອກບັດໃໝ່, ເປີດບັນຊີໃໝ່, ສາມາດໂອນໄດ້ ແລະ ຈະສາມາດຕິດຕໍ່ໄດ້ຕະຫຼອດ 24 ຊົ່ວໂມງໃນມໍ່ໆນີ້.

QR Withdrawal ( ການຖອນເງິນສົດໂດຍການ Scan QR Code ທີ່ບໍ່ໃຊ້ບັດ ): ມິຕິໃໝ່ຂອງການຖອນເງິນສົດຈາກຕູ້ ATM ດ້ວຍ QR Code ຜ່ານແອັບ BCEL One ໂດຍບໍ່ຈຳເປັນຕ້ອງໃຊ້ບັດ ATM ຫຼື ກໍລະນີທ່ານລືມບັດກໍຖອນເງິນໄດ້ພຽງໃຊ້ BCEL One ຂັ້ນຕອນງ່າຍໆພຽງແຕ່ທ່ານກົດປຸ່ມຖອນເງິນດ້ວຍ QR Code ທີ່ໜ້າຈໍຕູ້ ATM ເພື່ອໃຊ້ໂທລະສັບມາສະແກນ QR Code ພ້ອມທັງໃສ່ລະຫັດບັດ ATM ທີ່ໜ້າຈໍຕູ້ ແລ້ວເງິນກໍຈະອອກຈາກຕູ້ທັນທີ.

BCEL i-Bank Version 4: ເປັນການເພີ່ມຄວາມສາມາດໃຫ້ສະດວກສະບາຍຂຶ້ນໃນຮູບແບບ Mobile Application ເທິງ Smart-phone ທັງລະບົບ iOS ແລະ Android ຫຼາຍຟັງຊັນໄດ້ອັບເດດໃໝ່ທີ່ຊ່ວຍໃຫ້ລູກຄ້າ ໂດຍສະເພາະນິຕິບຸກຄົນໃຊ້ງານໄດ້ງ່າຍຂຶ້ນທັງຮັບປະກັນຄວາມປອດໄພ ໂດຍລູກຄ້າສາມາດຢືນຢັນການເຮັດທຸລະກຳດ້ວຍການສະແກນໃບໜ້າ ແລະ ມີລະບົບລາຍງານປະຫວັດການເຮັດທຸລະກຳໃນຮູບແບບເປັນປະຕິທິນທີ່ງ່າຍໃນການເບິ່ງຄືນ, ພາບລວມຂອງການເຮັດທຸລະກຳໃນໄລຍະຜ່ານມາ ແລະ ໄດ້ປັບປຸງອີກຫຼາຍຟັງຊັນໃຫ້ທຸກການໃຊ້ງານເປັນເລື່ອງງ່າຍ.

ລະບົບການສະແກນໃບໜ້າ: ເປັນຟັງຊັນໃໝ່ທີ່ຮັບປະກັນຄວາມປອດໄພໃນການນໍາໃຊ້ BCEL One ແລະ i-Bank ເຊິ່ງເປັນທາງເລືອກໜຶ່ງຂອງການ Log in ໂດຍບໍ່ໃຊ້ລາຍມື ຫຼື ລະຫັດ, ມີຄວາມສາມາດບັນທຶກຂໍ້ມູນໃບໜ້າເຈົ້າຂອງບັນຊີໃນຂະນະທີ່ເຄື່ອນໄຫວ ທີ່ເປັນໄປຕາມເງື່ອນໄຂຂອງມາດຕະຖານສາກົນທີ່ນໍາໃຊ້ກັນ ( Live face detection ) ໃຫ້ຢັ້ງຢືນໄດ້ວ່າແມ່ນເຈົ້າຂອງບັນຊີເປັນຜູ້ໃຊ້ເອງແທ້ ແລະ ປ້ອງກັນການປອມແປງບຸກຄົນອື່ນມາລັກໃຊ້ ຫຼື ລັກເອົາຮູບເຈົ້າຂອງບັນຊີມາໃຊ້.

ພິທີຖະແຫຼງຂ່າວຈັດຂຶ້ນໃນວັນທີ 13 ກຸມພາ 2020 ທີ່ສໍານັກງານໃຫຍ່ ທຄຕລ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພູຂົງ ຈັນທະຈັກ ຜູ້ອໍານວຍການໃຫຍ່ ທຄຕລ, ທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອໍານວຍການ ພ້ອມດ້ວຍຜູ້ບໍລິຫານ ແລະ ພະນັກງານເຂົ້າຮ່ວມ.