ທະນາຄານໂລກ ໃຫ້ທຶນ 5 ລ້ານໂດລາແກ່ລາວ ເພື່ອຄຸ້ມຄອງປ່າໄມ້ແບບຍືນຍົງ

126

ໃນວັນທີ 11 ກຸມພາ 2020 ທີ່ນະຄອນຫລວງວໍຊິງຕັນ ສະຫະລັດອາເມລິກາ, ສະພາບໍລິຫານຂອງທະນາຄານໂລກ(WB) ໄດ້ອະນຸມັດທຶນ ຈຳນວນ 5 ລ້ານ ໂດລາສະຫະລັດ ໃຫ້ແກ່ ສປປ ລາວ ເພື່ອສືບຕໍ່ໂຄງການຄຸ້ມຄອງປ່າໄມ້ໃຫ້ຍືນຍົງ ແບບມີສ່ວນຮ່ວມ, ທັງເປັນການປັບປຸງ-ຄຸ້ມຄອງປ່າໄມ້, ປັບປຸງການດຳລົງຊີວິດຂອງຊຸມຊົນໃຫ້ດີຂຶ້ນ ແລະ ຫລຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ນິໂຄລາ ປອນຕາຣາ(Nicola Pontara) ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ການສະໜອງທຶນ ເພີ່ມນີ້ຈະຊ່ວຍ ສປປ ລາວ ຄຸ້ມຄອງປ່າຜະລິດ ຊຶ່ງສຳຄັນຕໍ່ການດຳລົງຊີວິດຂອງປະຊາຊົນ ແລະ ການເຕີບໂຕທາງດ້ານເສດຖະກິດຕາມທິດສີຂຽວ, ມີສົມດູນ ແລະ ຍືນຍົງ, ທັງສອດຄ່ອງກັບຄວາມມຸ່ງມາດປາຖະໜາ ຂອງລັດຖະບານ ແຫ່ງ ສປປ ລາວ ທີ່ມີບູລິມະສິດໃນການສຸມໃສ່ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ.

ພາບປະກອບຂ່າວເທົ່ານັ້ນ

ນັບແຕ່ປີ 2013 ເປັນຕົ້ນມາ, ໂຄງການຄຸ້ມຄອງປ່າໄມ້ໃຫ້ຍືນຍົງ ແບບມີສ່ວນຮ່ວມ ໄດ້ບັນລຸໝາກຜົນທີ່ສຳຄັນ ເປັນຕົ້ນ ໄດ້ຍົກລະດັບ ສະຖານະການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ທີ່ຕິດພັນກັບປ່າໄມ້ ຫລາຍກ່ວາ 650 ບ້ານ ພາຍໃນ 13 ແຂວງ; ໄດ້ປັບປຸງການວາງແຜນ ແລະ ຄຸ້ມຄອງເຂດປ່າຜະລິດ ຈຳນວນ 41 ແຫ່ງ ຂອງເຂດປ່າຜະລິດທັງໝົດ 51 ແຫ່ງທົ່ວປະເທດ ຊຶ່ງກວມເອົາເນື້ອທີ່ 2,3 ລ້ານເຮັກຕາ.

ຜົນໄດ້ຮັບນີ້ມີຄວາມໝາຍ ແລະ ຄວາມສຳຄັນຢ່າງຍິ່ງ ຕໍ່ການຫລຸດຜ່ອນການທຳລາຍປ່າໄມ້ ແລະ ການປ່ອຍອອກ ອາຍພິດເຮືອນແກ້ວຈາກການທຳລາຍປ່າໄມ້, ໂຄງການດັ່ງກ່າວ ຍັງໄດ້ສ້າງໂອກາດອັນໃໝ່ໃຫ້ປະຊາຊົນ ແລະ ພາກເອກະຊົນ ເພື່ອພັດທະນາດ້ານເສດຖະກິດ ທີ່ຕິດພັນກັບການຄຸ້ມຄອງປ່າໄມ້ໃຫ້ຍືນຍົງ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ສະຕີເຟັນ ເດນີໂອ(Stephen Danyo) ຫົວໜ້າຊ່ຽວຊານສະເພາະດ້ານສິ່ງແວດລ້ອມ ຂອງທະນາຄານໂລກ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ການສະໜອງທຶນເພີ່ມ ໃຫ້ໂຄງການຄຸ້ມຄອງປ່າໄມ້ໃຫ້ຍືນຍົງແບບມີສ່ວນຮ່ວມ ຢູ່ລາວ ຈະເພີ່ມຄວາມເຂັ້ມແຂງ ດ້ານການຄຸ້ມຄອງ-ບໍລິຫານ ຊັບພະຍາກອນທຳມະຊາດໃຫ້ດີຂຶ້ນ ທັງເປັນການສ້າງໂອກາດ ດ້ານການລົງທຶນ ຂອງພາກເອກະຊົນນຳອີກ.

ທຶນດັ່ງກ່າວນີ້ ແມ່ນໄດ້ມາຈາກ ສະມາຄົມເພື່ອການພັດທະນາສາກົນ(IDA) ຂອງທະນາຄານໂລກ ທີ່ສ້າງຕັ້ງຂຶ້ນໃນປີ 1960 ເພື່ອຊ່ວຍເຫລືອບັນດາປະເທດທຸກຍາກທີ່ສຸດໃນໂລກ ດ້ວຍການສະໜອງທຶນຊ່ວຍເຫລືອລ້າ, ທຶນກູ້ຢືມໃນອັດຕາດອກເບ້ຍຕໍ່າ ແລະ ບໍ່ມີດອກເບ້ຍ ໃຫ້ແກ່ບັນດາໂຄງການ ແລະ ແຜນງານທີ່ສົ່ງເສີມການເຕີບໂຕທາງດ້ານເສດຖະກິດ, ຫລຸດຜ່ອນຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່.

ຂໍ້ມູນຈາກ: ປະເທດລາວ