ເມືອງຫົງສາ ຈັດພິທີສອບເສັງນັກເກັ່ງ ແລະ ຖາມ-ຕອບ ຄວາມຮູ້ວິທະຍາສາດ ຂັ້ນປໍ5, ມ4, ມ7

280

ເພື່ອເປັນການວັດລະດັບການຮຽນ-ການສອນ ໃນພາກຮຽນທີ 1 ພ້ອມທັງເປັນການຄັດເລືອກເອົານັກຮຽນຜູ້ທີ່ມີພອນສະຫວັນ, ຄວາມຮູ້, ຄວາມສາມາດ ໃນແແຕ່ລະຊັ້ນ ແຕ່ລະ ລະວິຊາ ເປັນຕົວແທນຂອງໂຮງຮຽນຂັ້ນເມືອງ ເຂົ້າຮ່ວມແຂ່ງຂັນນັກຮຽນເກັ່ງ ຂັ້ນແຂວງໃນມໍ່ໆນີ້.

ໃນວັນທີ 13 ກຸມພາ 2020 ເມືອງຫົງສາ ແຂວງ ໄຊຍະບູລີ ໄດ້ຈັດພິທີສອບເສັງນັກຮຽນເກັ່ງ ແລະ ຖາມ – ຕອບ ຄວາມຮູ້ວິທະຍາສາດ ຂັ້ນປໍ 5, ມໍ4, ມໍ7 ສົກຮຽນປີ 2019 – 2020 ຂັ້ນເມືອງ ຂຶ້ນທີ່ສະໂມສອນຂອງເມືອງ, ພາຍໃຕ້ການເປັນປະທານຂອງທ່ານ ສົມສີ ພົມມະຈັນ ຮອງເລຂາພັກເມືອງ, ມີທ່ານ ທອງສຸກ ປ້ອງຄໍາ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີອໍານວຍການໂຮງຮຽນ, ພະນັກງານຄູ ອາຈານ, ແຂກຖືກເຊີນ ແລະ ນ້ອງນັກຮຽນ ເຂົ້າຮວ່ມທັງໝົດ 160 ຄົນ, ຍິງ 65 ຄົນ.

ທ່ານ ທອງສຸກ ປ້ອງຄໍາ ກ່າວວ່າ: ພິທີສອບເສັງນັກຮຽນເກັ່ງ ແລະ ຖາມ – ຕອບ ຄວາມຮູ້ວິທະຍາສາດ ຂັ້ນເມືອງໃນຄັ້ງນິີ້ ມີນ້ອງນັກຮຽນເຂົ້າຮວ່ມທັງໝົດ 80 ນ້ອງ, ຍິງ 41 ນ້ອງ, ມາຈາກໂຮງຮຽນຊັ້ນປະຖົມສົມບູນ ປໍ5 ຈຳນວນ 8 ກຸ່ມ, ມັດທະຍົມຕອນຕົ້ນ ມ4 ຈຳນວນ 9 ແຫ່ງ, ມັດທະຍົມຕອນປາຍ ມ7 ຈຳນວນ 5 ແຫ່ງ, ໄດ້ແບ່ງອອກເປັນ 3 ຂັ້ນສອບເສັງ, ໃນນັ້ນຂັ້ນປະຖົມ ປໍ5 ມີ 3 ວິຊາສອບເສັງ ຄື: ວິຊາພາສາລາວ, ຄະນິດສາດ ແລະ ໂລກອ້ອມຕົວ, ຂັ້ນມັດທະຍົມຕອນຕົ້ນ ມໍ4 ມີ 4 ວິຊາສຄື: ວິຊາພາສາລາວ – ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະ ເຄມີສາດ, ຂັ້ນມັດທະຍົມຕອນປາຍ ມໍ7 ມີ 4 ວິຊາສອບເສັງຄື: ວິຊາພາສາລາວ – ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະ ເຄມີສາດ.

ໃນໂອກາດນີ້ ທ່ານ ສົມສີ ພົມມະຈັນ ກໍ່ໄດ້ໃຫ້ກຽດໂອ້ລົມ, ໃຫ້ທິດຊີ້ນໍາ ຕໍ່ຄະນະຮັບຜິດຊອບ ແລະ ນ້ອງນັກຮຽນ ຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດ ໃຫ້ໄດ້ຕາມຄາດໝາຍ ເພື່ອຄັດເລືອກເອົາ ນັກຮຽນເກັ່ງຜູ້ທີ່ມີພອນສະຫວັນ ມີຄວາມຮູ້ ຄວາມສາມາດ, ເຊິ່ງເປັນຕົວແທນຢູ່ຂັ້ນເມືອງ ໄປສອບເສັງຢູ່ຂັ້ນແຂວງ.

ການສອບເສັງນັກຮຽນເກັ່ງ ແລະ ຖາມ – ຕອບ ຄວາມຮູ້ວິທະຍາສາດ ໃນຄັ້ງນີ້ ແມ່ນຈະໄດ້ດໍາເນີນໄປເປັນເວລາ 2 ວັນຈຶ່ງຈະສໍາເລັດ.

ຂ່າວ: ບຸນປອນ