ອຸດົມໄຊ ໝູເລີ່ມຂາດຕະຫຼາດ ຕ້ອງອາໄສນໍາເຂົ້າຈາກຕ່າງແຂວງ ດ້ານລາຄາສູງເຖິງ 55ພັນກີບຕໍ່ກິໂລ

99

ແຂວງອຸດົມໄຊ ຊີ້ແຈງ ຈາກສະພາບການລະບາດຂອງພະຍາດອະຫິວາໝູອາຟຣິກາຢູ່ແຂວງອຸດົມໄຊ ທີ່ເກີດຂຶ້ນເມື່ອປີ 2019 ຜ່ານມາ ຈິ່ງເປັນສາເຫດຕົ້ນຕໍ ເຮັດໃຫ້ລາຄາຊິ້ນໝູຢູ່ທ້ອງຕະຫຼາດພາຍໃນແຂວງ ອຸດົມໄຊເພີ່ມສູງຂຶ້ນ ລາຄາປັດຈຸບັນຢູ່ທີ່ 50.000 ຫາ 55.000 ກີບຕໍ່ກິໂລ,  ຂະນະທີ່ລາຄາສິນຄ້າປະເພດອື່ນແມ່ນຍັງຢູ່ໃນເກນປົກກະຕິ.

ທ່ານ ສອນທະນູ ສິງດາລາ ຫົວໜ້າພະແນກອຸດສະຫະກຳ ແລະ ການຄ້າແຂວງ ອຸດົມໄຊ ໃຫ້ສຳພາດວ່າ: ພາຍຫຼັງເກີດມີສະພາບການລະບາດອະຫິວາໝູອາຟຣິກາຢູ່ຫຼາຍປະເທດ ລວມທັງບັນດາປະເທດອ້ອມຂ້າງ ແລະ ຍັງໄດ້ເກີດຂຶ້ນຢູ່ບັນດາແຂວງພາກເໜືອຂອງ ລາວ ໂດຍສະເພາະຢູ່ແຂວງ ອຸດົມໄຊ ໃນປີ 2019 ຜ່ານມາ ເຮັດໃຫ້ໝູຈຳນວນຫຼາຍພັນໂຕຕາຍ ແລະ ຖຶກທຳລາຍຖີ້ມ.

ພາບປະກອບຂ່າວເທົ່ານັ້ນ

ເຖີງແມ່ນວ່າພະຍາດໄດ້ຖືກກຳຈັດແລ້ວ ກໍ່ຕາມ ແຕ່ການກັບຄືນສະພາບປົກກະຕິຂອງບັນດາຟາມຕ່າງໆ ຢູ່ພາຍໃນແຂວງແມ່ນຍັງພົບຄວາມຫຍຸ້ງຍາກ ແລະ ຍັງມີຈໍານວນທີ່ຈໍາກັດຫຼາຍ ເຮັດໃຫ້ບໍ່ມີໝູຢູ່ພາຍໃນຕອບສະໜອງພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງຕະຫຼາດພາຍໃນແຂວງໄດ້ເທື່ອ. ຈາກຂໍ້ມູນຫຼ້າສຸດ ໃນປັດຈຸບັນ ຢູ່ເທດສະບານແຂວງມີຟາມໝູທັງໝົດ 4 ຟາມ, ມີໝູໃນຟາມທັງໝົດ ບໍ່ເຖິງ 700 ໂຕ ໃນນັ້ນ ມີໝູທີ່ສາມາດອອກຈໍາໜ່າຍໃຫ້ຕະຫຼາດໄດ້ມີພຽງແຕ່ 180 ໂຕ.

ພາບປະກອບຂ່າວເທົ່ານັ້ນ

ເຊິ່ງປົກກະຕິແລ້ວຄວາມຕ້ອງການຂອງຕະຫຼາດແມ່ນ 30 – 50 ໂຕຕໍ່ມື້ ຫຼື ປະມານ 1,200 ຫາ 1,500 ໂຕຕໍ່ເດືອນ, ເຊິ່ງ ເຫັນວ່າບໍ່ພຽງພໍຕາມຄວາມຕ້ອງການຂອງຕະຫຼາດ. ສະນັ້ນ ເພື່ອແນໃສ່ຕອບສະໜອງຊິ້ນໃຫ້ແກ່ຜູ້ບໍລິໂພກ ຜູ້ປະກອບການຂ້າສັດ ຈິ່ງໄດ້ຊອກຊ່ອງທາງໂດຍການນຳເຂົ້າໝູ ມາຈາກຕ່າງແຂວງ ເພື່ອມາຈຳໜ່າຍຢູ່ພາຍໃນແຂວງ ເຊິ່ງມີຕົ້ນທຶນທີ່ຂ້ອນຂ້າງສູງ ຂຶ້ນເມື່ອທຽບກັບແຂວງອື່ນ, ເມື່ອເປັນແນວນັ້ນ ທັງພະແນກການຄ້າແຂວງຈິ່ງຈຳເປັນຕ້ອງໄດ້ໂຍະຍານເລື່ອງລາຄາຂາຍ ໂດຍບໍ່ມີມາດຕະການບັງຄັບທີ່ເຂັ້ມງວດເທື່ອ ເຊິ່ງລາຄາຂາຍຢູ່ຟາມແຕ່ກ່ອນປົກກະຕິແມ່ນ 23,000 ກີບຕໍ່ກິໂລ.

ມາຮອດປັດຈຸບັນລາຄາຂາຍຢູ່ຟາມແມ່ນ 27,000 – 30,000 ກີບຕໍ່ກິໂລ, ຈາກນັ້ນບັນດາເຕົາຂ້າສັດຈະຂາຍໝູເປັນໂຕຕໍ່ໃຫ້ແມ່ຄ້າມືຂຽງໃນລາຄາ 30,000 – 33,000 ກີບຕໍ່ກິໂລໃຫ້ກັບແມ່ຄ້າມືຂຽງ, ຈາກນັ້ນແມ່ຄ້າມືຂຽງກໍຈະຂາຍອອກເປັນຊີ້ນໃນທ້ອງຕະຫລາດປະມານ 50,000 – 55,000 ກີບຕໍ່ກິໂລ. ອີກສາເຫດໜຶ່ງແມ່ນ ເນື່ອງຈາກ ພາຍຫຼັງໝູຕາຍຍ້ອນພະຍາດແລ້ວ ເຮັດໃຫ້ເຈົ້າຂອງຟາມຕ້ອງໄດ້ເລີ່ມລົງມືລ້ຽງອີກ ເຊິ່ງຕ້ອງໄດ້ໃຊ້ຕົ້ນທຶນການລ້ຽງສູງຂຶ້ນກວ່າເກົ່າ ໂດຍສະເພາະແມ່ນ ແນວພັນ ແລະ ຢາປົວພະຍາດຕ່າງໆ.

ຂະນະດຽວກັນ ສະພາບການຈຳໜ່າຍຊີ້ນໝູໃນຕະຫຼາດຂອງບັນດາປະເທດອ້ອມຂ້າງ ກໍຍັງຂາດແຄນເຊັ່ນກັນ ແລະ ຍັງມີລາຄາທຽບເທົ່າ ຫຼື ສູງກວ່າລາຄາຊີ້ນໃນອຸດົມໄຊ. ດັ່ງນັ້ນ ທັງພະແນກການທີ່ກ່ຽວຂ້ອງ ຈິ່ງບໍ່ໄດ້ມີທິດໃຫ້ນຳເຂົ້າໝູມາຈາກຕ່າງປະເທດໃນໄລຍະນີ້. ຕໍ່ກັບບັນຫານີ້ ຜູ້ປະກອບການຂ້າສັດຈິ່ງໄດ້ສະເໜີມາຍັງພາກລັດເພື່ອປຶກສາຫາລືແກ້ຮ່ວມກັນ.

ພາບປະກອບຂ່າວເທົ່ານັ້ນ

ຕໍ່ໜ້າສະພາບການທີ່ເກີດຂຶ້ນ ທ່ານ ສອນທະນູ ສິງດາລາ ຫົວໜ້າພະແນກອຸດສະຫະກຳ ແລະ ການຄ້າແຂວງ ອຸດົມໄຊ ໄດ້ຮຽກຮ້ອງມາຍັງ ສັງຄົມ ກໍຄືຜູ້ບໍລິໂພກ ຈົ່ງໃຫ້ຄວາມເຂົ້າໃຈ ແລະ ຫັນໄປບໍລິໂພກພືດຜັກ ແລະ ຊີ້ນເປັດໄກ່ ປາ ໃຫ້ຫຼາຍຂຶ້ນເພື່ອເປັນການທົດແທນ, ສ່ວນຜູ້ປະກອບການກໍບໍ່ໃຫ້ຂຶ້ນລາຄາຕາມລຳພັງໃຈ ເພື່ອບໍ່ໃຫ້ເອົາລັດເອົາປຽບຜູ້ບໍລິໂພກແຕ່ຢ່າງໃດ ທັງເປັນການຊ່ວຍກັນຄົນລະໄມ້ລະມືປະກອບສ່ວນເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ພ້ອມກັນຜ່ານຜ່າຊ່ວງໄລຫຍຸ້ງຍາກ ແລະ ວິກິດ ໂດຍສະເພາະແມ່ນການຮັບມືກັບສະພາບພະຍາດປອດອັກເສບຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄໂຣນາ ໄວຣັດ (corona virus) ທີ່ກໍາລັງສ້າງໄພຂົມຂູ່ຄຸກຄາມຕໍ່ສັງຄົມກໍ່ຄືເສດຖະກິດຂອງບ້ານເມືອງ.

ຂໍ້ມູນຈາກ: ສະຖານີວິທະຍຸໂທລະພາບແຂວງອຸດົມໄຊ