ຂ່າວດີ! ການບິລາວ ກຽມເປີດເສັ້ນບິນໃໝ່ວຽງຈັນ-ດານັງ ເລີ່ມທ້າຍເດືອນໜ້າ

168

ລັດວິສາຫະກິດການບິນລາວ ກຽມເປີດຖ້ຽວບິນໃໝ່ເສັ້ນທາງບິນ ລະຫວ່າງ ນະຄອນຫຼວງວຽງຈັນ ສູ່ ນະຄອນດານັງ ສສ ຫວຽດນາມ ເຊິ່ງຈະເລີ່ມບິນໃນວັນທີ 29 ມີນາ 2020. ໃນເບື້ອງຕົ້ນ ຈະບິນ 3 ຖ້ຽວຕໍ່ອາທິດ ແລະ ໃນອະນາຄົດ ແມ່ນຈະເພີ່ມຖ້ຽວຂຶ້ນຕື່ມຕາມຄວາມຕ້ອງການຂອງລູກຄ້າ.

ວັນທີ 13 ກຸມພາ 2020 ທີ່ລັດວິສາຫະກິດການບິນລາວ ນະຄອນຫຼວງວຽງຈັນ ລັດວິສາຫະກິດ ການບິນລາວໄດ້ຈັດພິທີຖະແຫຼງຂ່າວກ່ຽວກັບການເປີດຖ້ຽວບິນໃໝ່ໃນເສັ້ນທາງບິນ ລະຫວ່າງນະຄອນຫລວງວຽງຈັນ ແລະ ນະຄອນດານັງ ແຫ່ງ ສສ ຫວຽດນາມ ຖະແຫຼງໂດຍທ່ານ ບຸນມາ ຈັນທະວົງສາ ຜູ້ອຳນວຍການໃຫຍ່ລັດວິສາຫະກິດການບິນລາວ, ມີບັນດາທ່ານຮອງອໍານວຍການກໍຄືຜູ້ຕາງໜ້າ ບໍລິສັດທ່ອງທ່ຽວ, ຕົວແທນຂາຍບິນເຮືອບິນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ລັດວິສາຫະກິດການບິນລາວເຮົາຈະໄດ້ເປີດຖ້ຽວບິນນະຄອນຫຼວງວຽງຈັນ-ນະຄອນດານັງ-ວຽງຈັນ ຈະໄດ້ເລີ່ມຕົ້ນເປີດໃນວັນທີ 29 ເດືອນ ມີນາ (3) 2020 ນີ້ ໂດຍຈະບິນຂຶ້ນຈາກວຽງຈັນ ເວລາ 11:10 ແລະ ຮອດດານັງ ເວລາ 12:50 ແລະ ອອກ ຈາກດານັງ ເວລາ 13:50 ຮອດວຽຈັນ ເວລາ 15:35. ການບິນຈະໃຊ້ເວລາ 1 ຊົ່ວໂມງ 40 ນາທີ ໂດຍນໍາໃຊ້ເຮືອບິນ ATR72 ເຊິ່ງຈະບິນ 3 ຖ້ຽວຕໍ່ວັນຄືວັນອັງຄານ, ພະຫັດ ແລະ ວັນອາທິດ.
ສຳລັບໃນອະນາຄົດຖ້າຫາກວ່າມີຄວາມຕ້ອງການຂອງຕະຫຼາດສູງເຮົາກໍ່ຈະເປີດຖ້ຽວບິນເພີ່ມຂຶ້ນ ແລະ ນຳໃຊ້ເຮືອບິນ ແອບັສ A320.