ເປີດແລ້ວ! ຕະຫຼາດນັດແຮງງານ 8 ແຂວງພາກເໜືອ ມີຫຼາຍພັນຕຳແໜ່ງວ່າງລໍຖ້າທ່ານຢູ່

189

ເຊີນຊວນ, ບັນດາມວນຊົນໃນຂອບເຂດທົ່ວປະເທດ ໂດຍສະເພາະແມ່ນ ນັກຮຽນ-ນັກສຶກສາ ຜູ້ທີ່ຍັງວ່າງວຽກ, ພະນັກງານທີ່ຢາກປ່ຽນວຽກໃໝ່ ຫຼື ຜູ້ທີ່ ກຳລັງຊອກວຽກເຮັດງານທຳຢູ່ ເຂົ້າຮ່ວມງານ ຕະຫຼາດນັດແຮງງານ, ງານແຂ່ງຂັນສີມືແຮງງານ ແລະ ງານວາງສະແດງຜະລິດຕະພັນ 8 ແຂວງ ພາກເໜືອ ທີ່ີຈັດຂຶ້ນໃນລະ ຫວ່າງ ວັນທີ 13-15 ກຸມພາ 2020 ທີ່ນະຄອນຫຼວງພະບາງ ເຊິ່ງງານດັ່ງກ່າວ, ມີຕຳແໜ່ງງານ ທີ່ວ່າງຫຼາຍພັນຕຳແໜ່ງ ແລະ ການວາງສະແດງສິນຄ້າ ຫຼາຍກວ່າຮ້ອຍບູດ ລວມໄປເຖິງການແຂ່ງຂັນສີມືແຮງງານ.

ພິທີເປີດງານດັ່ງກ່າວ, ມີຂຶ້ນໃນ ວັນທີ 13 ກຸມພາ 2020 ທີ່ນະຄອນຫຼວງພະບາງ ໂດຍການຮ່ວມມືຂອງ 8 ແຂວງ ພາກເໜືອ ເຊັ່ນ: ແຂວງຫຼວງພະບາງ, ຫຼວງນ້ຳທາ, ຫົວພັນ, ບໍ່ແກ້ວ, ຊຽງຂວາງ, ໄຊຍະບູລີ, ຜົ້ງສາລີ ແລະ ອຸດົມໄຊ ເປັນກຽດເຂົ້າຮ່ວມເປີດງານໂດຍທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ, ພະນັກງານ, ຄູອາຈານ ແລະ ນັກຮຽນນັກສຶກສາ ເຂົ້າຮ່ວມ.

ທ່ານ ຄຳແພງ ໄຊສົມແພງ ກ່າວວ່າ: ການຈັດງານຄັ້ງນີ້ ເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ນະໂຍບາຍ, ແນວທາງ ແລະ ຄາດໝາຍສູ້ຊົນ ຂອງຂະແໜງການຕ່າງໆ, ເວົ້າສະເພາະ ການພັດທະນາສີມືແຮງງານ ແລະ ຈັດຫາງານ; ເປັນການເປີດໂອກາດ ແລະ ເອື້ອອຳນວຍຄວາມສະດວກ ໃຫ້ຜູ້ທີ່ກຳລັງຊອກວຽກເຮັດງານທຳ ແລະ ບັນດາຫົວໜ່ວຍແຮງງານ ໄດ້ມີເວທີພົບປະກັນ ເພື່ອກ້າວໄປສູ່ການເຂົ້າເຖິງການມີວຽກເຮັດງານທຳໃນຕຳແໜ່ງງານຕ່າງໆ ແລະ ການໄດ້ມາເຊິ່ງກຳລັງແຮງງານທີມີຄຸນນະພາບ ຖືກຕາມຍຸດທະສາດຂອງການເຮັດວຽກທີມີຄຸນຄ່າ ແລະ ເປັນທຳ, ສ້າງເງື່ອນໄຂໃຫ້ຜູ້ອອກແຮງງານໄດ້ຮັບການພັດທະນາສີມືແຮງງານ, ເຂົ້າເຖິງຕາໜ່າງອາຊີວະສຶກສາ, ແລະ ເປັນການແລກປ່ຽນນບົດຮຽນ, ປະສົບການ ແລະ ການນຳໃຊ້ຫົວຄິດປະດິດສ້າງໃນການສ້າງຜະລິດພັນຂອງແຕ່ລະທ້ອງຖິ່ນ.

ພາຍໃນງານຄັ້ງນີ້, ຈະມີການວາງສະແດງ, ລົງໂຄສະນາ ກ່ຽວກັບ ການພັດທະນາສີມືແຮງງານ, ການຈັດຫາງານ ກໍຄືຕໍາແໜ່ງງານ ທີ່ວ່າງຫຼາຍພັນຕຳແໜ່ງ ແລະ ວາງສະແດງສິນຄ້າ ເຊິ່ງຈະມີຫຼາຍກວ່າຮ້ອຍຫ້ອງ ຫຼື ບູດວາງສະແດງ ລວມໄປເຖິງການແຂ່ງຂັນສີມືແຮງງານ, ຄາດວ່າຈະມີມີຜູ້ມາທ່ຽວຊົມຈໍານວນຫຼາຍພັນຄົນ.

ເຊື່ອໝັ້ນວ່າ ເວທີແຫ່ງນີ້ ເປັນໂອກາດອັນດີ ໃຫ້ແກ່ພາກສ່ວນຕ່າງ ເຂົ້າເຖິງຂໍ້ມູນ-ຂ່າວສານຕະຫຼາດແຮງງານ ໃນ 8 ແຂວງພາກເໜືອ ແລະ ຂົງເຂດໃກ້ຄຽງນຳມາ ເຊິ່ງເປັນການກະຕຸກຊຸກຍູ້ ການສ້າງວຽກເຮັດງານທຳ, ການແລກປ່ຽນບົດຮຽນ ແລະ ປະສົບການດີໆ ຂອງການເປັນຜູ້ປະກອບການໃນຂະແໜງຫັດຖະກຳ, ອຸດສາຫະກຳຂະໜອດນ້ອຍ ແລະ ກາງ, ການຮັບສະໝັກ ແລະ ບັນຈຸແຮງງານເຂົ້າໃນຕຳແໜ່ງງານ ທີ່ເໝາະສົມ ເພື່ອ ຊ່ວຍດັດສົມຄວາມຕ້ອງການແຮງງານ ແລະ ການສະໜອງກຳລັງແຮງງານ ເຊິ່ງ ຖືວ່າ ເປັນການຊ່ວຍສ້າງຄວາມສົມດູນຂອງກຳລັງແຮງງານໃນຂະແໜງເສດຖະກິດ ຕິດພັນກັບ ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ການຄວບຄຸມອັດຕາການວ່າງງານ ໃຫ້ ຫຼຸດຈາກ 9,4%, ທັງສືບຕໍ່ຜັນຂະຫຍາຍວຽກງານສາມສ້າງ ໂດຍສະເພາະ ການສ້າງບ້ານພັດທະນາ ແລະ ການສ້າງ 1 ບ້ານ 1 ຜະລິດພັນ, ຊຸກຍູ້ ແລະ ສົ່ງເສີມການສ້າງພື້ນຖານໃຫ້ແກ່ອາຊຽນເປັນຕະຫຼາດອັນດຽວ.

ນອກຈາກນີ້, ການແຂ່ງຂັນສີມືແຮງງານ ຍັງສ້າງໂອກາດໃຫ້ແກ່ພາກສ່ວນຕ່າງໆ ໄດ້ຮັບຊົມຢ່າງປະຈັກຕາຕໍ່ຄວາມອາດສາມາດ ແລະ ສີມືແຮງງານ, ເຫັນໄດ້ຄວາມໝາຍ ແລະ ຄວາມສຳຄັນຂອງການຮຽນສາຍອາຊີວະສຶກສາ ແລະ ພັດທະນາສີມືແຮງງານ.

ຜ່ານມານັ້ນ, ບາງຄົນຖືວ່າການຮຽນອາຊີວະສຶກສາ ແລະ ຜູ້ເປັນຊ່າງສີມືແຮງງານ ເປັນວຽກທີ່ຕໍ່າຕ້ອຍ. ແຕ່ຄວາມຈິງແລ້ວ, ຜູ້ໃດມີວິຊາຊີບ ຈະມີໂອກາດຫຼາຍໃນການໄດ້ເຮັດວຽກ ແລະ ມີລາຍຮັບອັນສົມເຫດສົມຜົນ ເຊິ່ງປະຈຸບັນນີ້ ການລົງທຶນໃນໂຄງການຕ່າງໆ ມີຄວາມຕ້ອງການແຮງງານໃນລະດັບຊ່າງສີມື ເປັນຈຳນວນຫຼວງຫຼາຍ. ຜູ້ເຂົ້າຮ່ວມຍັງຈະແລກປ່ຽນຂໍ້ມູນກ່ຽວກັບຫຼັກສູດ, ການສ້າງຕໍາແໜ່ງງານໃໝ່, ການວາງແຜນການພັດທະນາຕົນເອງຂອງຊາວໜຸ່ມກໍຄືການຮຽນວິຊາສະເພາະ, ການພັດທະນາພື້ນຖານໂຄງລ່າງການສຶກສາ ແລະ ພັດທະນາສີມືແຮງງານ.